28 C
Vientiane
ວັນທີ 10 March, 2026

CATEGORY

ຂ່າວຕ່າງປະເທດ

ນະຄອນລາດຊະສີມາ ປະເທດໄທ ເກີດເຫດ ເຄນຍົກຂົວທາງລົດໄຟຄວາມໄວສູງ ລົ້ມທັບຂະບວນລົດໄຟໂດຍສານ ຕົກລາງ ບາດເຈັບ 55 ຄົນ ແລະ ເສຍຊີວິດ 22 ຄົນ

ເຄນຍົກຂົວທາງລົດໄຟຄວາມໄວສູງ ລົ້ມທັບຂະບວນລົດໄຟໂດຍສານ ຕົກລາງ ບາດເຈັບ 55 ຄົນ ແລະ ເສຍຊີວິດ 22 ຄົນ ສຳນັກຂ່າວສົດ ຂອງໄທລາຍງານວ່າ: ວັນທີ 14 ມັງກອນ 2026 ເວລາ 09:05 ນາທີ ເກີດອຸປະຕິເຫດ ເຄນຍົກຂົວທາງລົດໄຟຄວາມໄວສູງ ລົ້ມທັບຂະບວນລົດໄຟໂດຍສານ ຢູ່ນະຄອນລາດຊະສີມາ ປະເທດໄທ ເຮັດໃຫ້ລົດໄຟຕົກລາງ. ຫລັງເກີດເຫດ...

ເກີດໄວຣັລ (viral) ຈາກຕ່າງປະເທດເມື່ອພັດສະດຸທີ່ສັ່ງມາຮອດຊ້າເຖິງ 16 ປີ ! ຈົນລືມໄປແລ້ວວ່າເຄີຍສັ່ງ.

ພັດສະດຸມາຮອດຊ້າ 16 ປີ ຮ້ານຂາຍມືຖືໃນລີເບຍ ຫາກໍ່ໄດ້ຮັບພັດສະດຸມືຖື Nokia ທີ່ສັ່ງໄວ້ຕັ້ງແຕ່ປີ 2010 ສາເຫດທີ່ພັດສະດຸມາຮອດຊ້າ ແມ່ນຍ້ອນສົງຄາມກາງເມືອງທີ່ປະທຸຂຶ້ນໃນປີ 2011 ເຮັດໃຫ້ລະບົບໂລຈິສຕິກ, ສຸນລະກາກອນ ແລະ ໂຄງສ້າງພື້ນຖານຂອງປະເທດພັງທະລາຍ ພັດສະດຸຈຶ່ງຖືກທິ້ງຄ້າງຢູ່ໃນໂກດັງເປັນເວລາດົນນານ.ເຈົ້າຂອງຮ້ານກໍບໍ່ສາມາດອົດຫົວບໍ່ໄໄດ້ ເມື່ອເປີດກ່ອງພັດສະດຸພົບໂທລະສັບ ລາວເວົ້າຕິດຕະຫຼົກວ່າ "ນີ້ມັນໂທລະສັບຫຼືວັດຖຸບູຮານກັນແທ້?" ສິນຄ້າທີ່ສົ່ງມານັ້ນລວມເຖິງລຸ້ນລະດັບໄຮເອນຂອງຍຸກນັ້ນ ເຊັ່ນ: ໂທລະສັບລຸ້ນ "Music-edition" ແລະ Nokia...

ທ່ານ ໂດໂນ ທຣຳ ລົງນາມໃນຄຳສັ່ງຖອນ ອາເມຣິກາ ອອກຈາກ 66 ອົງການຈັດຕັ້ງສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ມັງກອນ ຜ່ານມາວ່າ: ທຳນຽບຂາວ ຂອງສະຫະລັດ ອາເມຣິກາ ໄດ້ປະກາດໃນວັນທີ 7 ມັງກອນ ຜ່ານມາວ່າ, ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ລົງນາມໃນຄຳສັ່ງບໍລິຫານທີ່ຖອນສະຫະລັດ ອາເມຣິກາ ອອກຈາກການເປັນສະມາຊິກຂອງອົງການຈັດຕັ້ງສາກົນ ຈຳນວນ 66 ແຫ່ງ...

ຂ່າວຕ່າງປະເທດຣັດເຊຍປະເມີນຄວາມໜາຂອງນ້ຳກ້ອນຜິດພາດເຮັດໃຫ້ມີລົດໃຫຍ່ຕົກທະລຸແຜ່ນນ້ຳກ້ອນ.

ເກີດຂຶ້ນທີ່ອ່າວອາມູຣ ໃກ້ກັບປາກແມ່ນ້ຳຣາສໂດນນາຢາ ແຂວງປຣີມອຣີເຢ ມີລົດຕົກທະລຸນ້ຳກ້ອນທັງໝົດ 5 ຄັນພາຍໃນ 1 ວັນ (3 ຄັນໃນຕອນເຊົ້າ, 1 ຄັນໃນຕອນແລງ, ແລະລົດຕູ້ອີກ 1 ຄັນໃນຕອນແລງ) ບໍ່ມີຜູ້ບາດເຈັບ ຫຼື ເສຍຊີວິດ ແຕ່ຊາວປະມົງສູນເສຍລົດໃຫຍ່. ສາເຫດຈາກການປະເມີນຄວາມໜາຂອງນ້ຳກ້ອນຜິດພາດ ທີ່ມາຂ່າວ:Five Cars Fall Through Ice...

ຈີນ ເຜີຍແຜ່ພາບຄວບຄຸມຕົວ ເສີນ ຈື້ ຫົວໜ້າຂະບວນການອາຊະຍາກຳຂ້າມຊາດ ກັບປະເທດຈີນ

ວັນທີ 8 ມັງກອນ 2026 ກະຊວງຄວາມໝັ້ນຄົງສາທາລະນະຂອງຈີນ ໄດ້ສົ່ງຂະນະເຮັດວຽກໄຜຄວບຄຸມຕົວ ເສີນ ຈື້ (ສັນຊາດຈີນ) ຫົວໜ້າຂະບວນການອາຊະຍາກຳຂ້າມຊາດກ່ຽວກັບການພະນັນ ແລະ ສໍ້ໂກງ ຢູ່ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ກັບປະເທດຈີນ ໂດຍໄດ້ຮັບການສະໜັບໜູນ ແລະ ປະສານງານຈາກໜ່ວຍງານກຳປູເຈຍ ເປັນອີກໜຶ່ງຄວາມສຳເລັດສຳຄັນຂອງຄວາມຮ່ວມມືຈີນ-ກຳປູເຈຍ. ຈາກການສອບສວນພົບວ່າ ເຄືອຂ່າຍຂອງ ເສີນ ຈື້ ຖືກສົງໃສວ່າເຮັດຜິດກົດໝາຍຫລາຍຢ່າງ ເຊັ່ນ:...

ອາເມລິກາ ປະກາດແຜນຄອງນໍ້າມັນໃນ ເວເນຊູເອລາ ມູນຄ່າກວ່າ 2,8 ຕື້ໂດລາສະຫະລັດ

ຂປລ.ສຳນັກຂ່າວ ອິນໂຟເຄວສ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ເປີດເຜີຍວ່າ: ເວເນຊູເອລາ ຈະສົ່ງມອບນໍ້າມັນໃຫ້ແກ່ ສ.ອາເມລິກາ ໃນປະລິມານລະຫວ່າງ 30-50 ລ້ານຖັງ, ໂດຍນໍ້າມັນດັ່ງກ່າວ ຈະຖືກນໍາອອກຈຳໜ່າຍໃນລາຄາຕະຫລາດ ແລະ ລາຍຮັບທີ່ເກີດຂຶ້ນ ຈະຖືກນໍາໄປໃຊ້ເພື່ອຜົນປະໂຫຍດ ຂອງປະຊາຊົນທັງສອງປະເທດ. ໂດຍທ່ານ ໂດນັນ ທຣຳ ລະບຸຜ່ານໂຊຊຽວມິເດຍວ່າ ຝ່າຍບໍລິຫານຊົ່ວຄາວໃນ...

ປະທານາທິບໍດີ ໂດນັລ ທຣຳ ເພີ່ມມາດຕະການ ຫ້າມປະຊາຊົນລາວເຂົ້າອາມາລິກາທຸກກໍລະນີ ເລີ່ມ 1 ມັງກອນ 2026

ວັນທີ 16 ທັນວາ 2025, ປະທານາທິບໍດີ ໂດນັລ ທຣຳ ໄດ້ລົງນາມໃນຄຳສັ່ງໃໝ່ ເພື່ອຂະຫຍາຍ ແລະ ເພີ່ມຄວາມເຂັ້ມງວດໃນການຈຳກັດການເດີນທາງເຂົ້າສະຫະລັດ ສຳລັບພົນລະເມືອງຈາກປະເທດທີ່ມີບັນຫາດ້ານການກວດສອບປະຫວັດ ແລະ ການແລກປ່ຽນຂໍ້ມູນຄວາມປອດໄພ. ການປ່ຽນແປງໃໝ່ທີ່ສຳຄັນ ຄັ້ງນີ້ ປະເທດລາວ ມີການປ່ຽນແປງຈາກການຈຳກັດບາງສ່ວນ ເປັນ "ການສັ່ງຫ້າມທັງໝົດ" (Full Restrictions): ກ່ອນໜ້ານີ້ ລາວຢູ່ໃນລາຍຊື່ທີ່ຖືກຈຳກັດບາງສ່ວນ, ແຕ່ໃນຄຳສັ່ງໃໝ່ນີ້...

ເກີດເຫດ ດ່າມລົດບັນທຸກເກາະຂົວລອຍຫັກທັບລົດ 2 ຄັນ ຢູ່ຈັງຫວັດສະໝຸດປຣາການ ປະເທດໄທ

ວັນທີ 18 ທັນວາ 2025 ເກີດເຫດ ຂາງຂົວລອຍບາງພລີນ້ອຍ ຢູ່ຖະໜົນ ເທບພະຣັດ(ບາງນາ-ຕຣາດ), ກົງກັນຂ້າມກັບຕະຫຼາດນໍາໄທ, ຕຳບົນບາງພລີນ້ອຍ, ອຳເພີບາງບໍ່, ຈັງຫວັດສະໝຸດປຣາການ ປະເທດໄທ ຫລຸດລົງຂວາງທາງ ທັບລົດທັບລົດທຸກ ແລະ ລົດກະບະ. ເບື້ອງຕົ້ນ, ມີຜູ້ເສຍຊີວິດແລ້ວ 1 ຄົນ ແລະ ໄດ້ຮັບບາດເຈັບອີກ 1...

ຂ່າວຕ່າງປະເທດ ພົບຊາຍລອຍຄໍຢູ່ກາງແມ່ນ້ຳຂອງທາງທີມກູ້ໄພ ແລະ ທະຫານເຮືອໜອງຄາຍ ເຂົ້າຊ່ວຍເຫຼືອ 4 ຊົ່ວໂມງຈຶ່ງໄດ້!

ໃນວັນທີ 14 ທັນວາ 2025 ເວລາປະມານ 10:30 ທີ່ຜ່ານມາ, ທາງທີມກູ້ໄພ ແລະ ທະຫານເຮືອໜອງຄາຍລາຍງານວ່າ ມີຊາຍກາງຄົນ ພັດຕົກນ້ຳມາທີ່ບໍລິເວນແກ່ງສາວນ້ອຍ ອຳເພີເມືອງ ຈັງຫວັດໜອງຄາຍ ຈຶ່ງໄດ້ນຳເຮືອລາດຕະເວນນ້ຳ 2 ລຳພ້ອມເຈົ້າໜ້າທີ່ປະຈຳເຮືອ ແລະ ພະຍາບານ ເຂົ້າຊ່ວຍເຫຼືອຊາຍທີ່ເກາະຖັງນ້ຳມັນເຄື່ອງລອຍຄໍຢູ່ກາງນ້ຳ. ເບື້ອງຕົ້ນພົບວ່າ ຊາຍດັ່ງກ່າວມີອາການກະວົນກະວາຍ, ຕາແຂງ, ມີບາດແຜທີ່ບໍລິເວນລຳຄໍ ຄ້າຍຄືຖືກຂອງມີຄົມບາດ,...

ສ.ອາເມລິກາ ຈະຂາຍຊິບຂັ້ນສູງ ໃຫ້ແກ່ ສປ ຈີນ

ທ່ານ ປະທານາທິບໍດີ ສ.ອາເມລິກາ ໃຫ້ຮູ້ວ່າ, ຈະຕົກລົງເຫັນດີ ໃຫ້ກຸ່ມບໍລິສັດ Nvidia, ມີສຳນັກງານຕັ້ງຢູ່ລັດ California ຂາຍຊິບຂັ້ນສູງ H200 ໃຫ້ແກ່ ບັນດາລູກຄ້າ ທີ່ໄດ້ຮັບ ການຕົກ ລົງ ຮອງຮັບເອົາຢູ່ ສປ ຈີນ. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງດັ່ງກ່າວ ຈະໄປ ຄຽງຄູ່ກັບເງື່ອນໄຂທີ່ວ່າ, ລັດຖະບານ...

ຂ່າວລ່າສຸດ