24.4 C
Vientiane
ວັນທີ 22 January, 2026

CATEGORY

ເສດຖະກິດ-ສັງຄົມ

5 ປີ ແຂວງຄໍາມ່ວນ ສາມາດແກ້ໄຂໜີ້ສິນ ຫລຸດລົງ 45%

ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໄລຍະແຕ່ປີ 2021-2025 ແຂວງຄໍາມ່ວນ ສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1.079,47 ຕື້ກີບ, ທຽບໃສ່ປີ 2021 (ຈຳນວນໜີ້ສິນ 1.962,89 ຕື້ກີບ) ຫລຸດລົງ 45%, ຊຶ່ງປັດຈຸບັນໜີ້ສິນຂອງແຂວງຍັງເຫລືອ 883,53 ຕື້ກີບ. ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງ ແຂວງຄໍາມ່ວນ...

ອັດຕະປື ມີມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ 2.317 ລ້ານໂດລາສະຫະລັດ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ (2021-2025) ດ້ານການຄ້າຕ່າງປະເທດ ຂອງແຂວງອັດຕະປື ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ປະຕິບັດໄດ້ 2.317 ລ້ານໂດລາສະຫະລັດ ເທົ່າກັບ 281% ຂອງແຜນການ (ແຜນການ 821,05 ລ້ານໂດລາສະຫະລັດ), ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ...

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 KV ລາວ-ຈີນ ຄືບໜ້າ 80%

ທ່ານ ວິລະໄຊ ໄຊຫຼວງສີ ວິຊາການບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ EDL-T ສັງກັດພະແນກກໍ່ສ້າງ ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າລາວ-ຈີນ (ພາກລາວ) ຮັບຜິດຊອບປະສານງານໂຄງການຢູ່ສອງແຂວງພາກເໝືອອຸດົມໄຊ ແລະ ຫຼວງນໍ້າທາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 19 ທັນວາຜ່ານມາ ທີ່ສະຖານີໄຟຟ້ານາໝໍ້ 3 ເມືອງນາໝໍ້ ແຂວງອຸດົມໄຊ. ທ່ານໃຫ້ຮູ້ວ່າ: ໂຄງການສາຍສົ່ງ 500 ກິໂລໂວນ (KV) ລະຫວ່າງລາວ-ຈີນ ແມ່ນໂຄງການຍຸດທະສາດອັນສຳຄັນອີກໂຄງການໜຶ່ງ...

ຍທຂ ແຂວງວຽງຈັນ ເຊັນ MOU ກັບ ບໍລິສັດເອກະຊົນ ການສຶກສາສຳຫຼວດ-ອອກແບບໂຄງການຟື້ນຟູແລະບູລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດເລກທີ 13 ເໜືອ ເມືອງກາສີ ແຂວງວຽງຈັນ – ຊາຍແດນແຂວງຫຼວງພະບາງ

ແຫຼ່ງຂ່າວຈາກ ພະແນກໂຍທາທິການແລະຂົນສົ່ງແຂວງວຽງຈັນລາຍງານໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກດັ່ງກ່າວມີຂຶ້ນໃນວັນທີ 19 ທັນວາ 2025 ນີ້ ຢູ່ທີ່ພະແນກໂຍທາທິການແລະຂົນສົ່ງແຂວງວຽງຈັນ. ທ່ານ ນ. ຄຳຫຼ້າ ບັນນະວົງ ຫົວໜ້າ ຂະແໜງຈັດຕັ້ງບໍລິຫານ,ແຜນການແລະການເງິນ ພະແນກໂຍທາທິການແລະຂົນສົ່ງ ໄດ້ຂຶ້ນຜ່ານຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈ MOU ວ່າ: ເພື່ອສຶກສາສຳຫຼວດ-ອອກແບບໂຄງການຟື້ນຟູ ແລະ ບູລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດເລກທີ 13 ເໜືອ ຊ່ວງເມືອງກາສີ ແຂວງວຽງຈັນ...

ໄຟຟ້າລາວ ເລັ່ງປະຕິຮູບອົງກອນ, ປັບໂຄງສ້າງໜີ້ສິນ, ເຈລະຈາເຂື່ອນ ຫຼຸດຄ່າໄຟພາຍໃນປະເທດ

ລັດວິສາຫະກິດໄຟຟ້າລາວກຳລັງເລັ່ງການປະຕິຮູບຄັ້ງໃຫຍ່ໂດຍສຸມໃສ່ 3 ແກນຫຼັກ ຄື ການປະຕິຮູບອົງກອນ,  ການປັບໂຄງສ້າງໜີ້ສິນ ແລະ ການເຈລະຈາຫຼຸດຄ່າໄຟ ເພື່ອແກ້ໄຂວິກິດການເງິນ ແລະ ຫຼຸດຕົ້ນທຶນໃຫ້ຜູ້ບໍລິໂພກ. ທ່ານ ອາຄົມເດດ ວົງໄຊ ອຳນວຍການໄຟຟ້າລາວ ກ່າວໃນກອງປະຊຸມຄະນະກຳມະການປະຕິຮູບລັດວິສາຫະກິດ ວັນພຸດທີ່ຜ່ານມາ. ການປະຕິຮູບອົງກອນຂອງໄຟຟ້າລາວເປັນການປ່ຽນແປງຢ່າງຮາກຖານ ໂດຍໄດ້ດຳ ເນີນການປັບປຸງໂຄງຮ່າງມາແລ້ວ 4 ຄັ້ງ ເພື່ອເພີ່ມປະສິດທິພາບ ແລະ ຄວາມໂປ່ງ ໃສ. ທ່ານອຳນວຍການກ່າວວ່າ: ...

BRT ສຶກສາເປີດຈຸດຈອດລົດ 10 ແຫ່ງ ຕາມເສັ້ນທາງ ແຕ່ສວນເຈົ້າຟ້າງຸ່ມ-ມະຫາວິທະຍາໄລແຫ່ງຊາດ ກຽມພ້ອມຫຼັງເປີດເກັບຄ່າບໍລິການ

ທ່ານ ຄຳເຟື້ອງ ພົມມະຈັນ ຮັກສາການຮອງກອງຄຸ້ມຄອງການຂົນສົ່ງໃນຕົວເມືອງນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 18 ທັນວາ 2025 ວ່າ: ພາຍຫລັງການໃຫ້ບໍລິການລົດເມດ່ວນ BRT ໂດຍບໍ່ເສຍຄ່າ ໃນງານບຸນນະມັດສະການພະທາດຫຼວງສຳເລັດຜົນເປັນຢ່າງດີ ທາງໂຄງການໄດ້ສືບຕໍ່ໃຫ້ບໍລິການບໍ່ເສຍຄ່າ (ຟຣີ) ຕັ້ງແຕ່ກາງເດືອນພະຈິກ 2025 ໄປຈົນຮອດ ວັນທີ 5 ມັງກອນ 2026. ພາຍຫລັງສິ້ນສຸດການໃຫ້ບໍລິການບໍ່ເສຍຄ່າແລ້ວ, ທາງ BRT...

ເມືອງໄຊຍະບູລີ ຫາລືແກ້ໄຂບັນຫາການຕະຫລາດ ແລະ ການຕໍ່ລອງສິນຄ້າ ຂອງກຸ່ມລ້ຽງໄກ່ພັນໄຂ່

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ຫ້ອງການ ສະຫະພັນກຳມະບານເມືອງໄຊຍະບູລີ ແຂວງໄຊຍະບູລີ ສົມທົບກັບສະຫະພັນກຳມະບານແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຕະຫລາດ ແລະ ການຕໍ່ລອງສິນຄ້າ ຂອງກຸ່ມແຮງງານນອກລະບົບ (ກຸ່ມລ້ຽງໄກ່ພັນໄຂ່) ໃນວັນທີ 18 ທັນວາ 2025 ທີ່ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໂດຍມີທ່ານ...

ສະຫລຸບໂຄງການເຂົ້າເຖິງແຫລ່ງທຶນ-ຫລຸດຜ່ອນການຄຸ້ມຄອງເຄມີກະສິກຳ ທີ່ເປັນອັນຕະລາຍ ໃນລາວ

ຂປລ. ກົມປູກຝັງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດກອງປະຊຸມສະຫລຸບ ໂຄງການເຂົ້າເຖິງແຫລ່ງທຶນ ແລະ ຫລຸດຜ່ອນການຄຸ້ມຄອງເຄມີກະສິກຳ ທີ່ເປັນອັນຕະລາຍ ໃນ ສປປ ລາວ (FARM ປະຈຳປີ 2025) ແລະ ວາງທິດທາງແຜນການ ຈຳປີ 2026 ໃນວັນທີ 17 ທັນວາ 2025...

ແຈ້ງປັບລາຄານໍ້າມັນເຊື້ອໄຟເລິ່ມປະຕິບັດ 06:00 ໂມງຂອງວັນທີ 18/12/2025 ຕາມແຈ້ງການດັ່ງນີ້

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 18/12/2025 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1948/ກຄພນ ລົງວັນທີ 17 ທວ. 2025.

ຈະເລີນຊັບເວັນເຈີ ສົ່ງເສີມການຮ່ວມມືດ້ານການບິນໃນສປປ ລາວ

ບໍລິສັດຈະເລີນຊັບເວັນເຈີ (Chaleun Sub Ventures Ltd.) (CSV) ຈັດກິດຈະກໍາພົບປະສະມາຄົມ ການບິນ CSV AeroNexus Rendezvous ປະຈຳປີ2025 ຂຶ້ນເມື່ອບໍ່ດົນມາ, ທີ່ນະຄອນຫຼວງວຽງຈັນ (ນວ) ເພື່ອສົ່ງເສີມການຮ່ວມມືດ້ານການບິນ ແລະ ທຸລະກິດໃນສປປ ລາວ ໂດຍມີທ່ານນາງ ພົງສະຫວ່າງ ກາດອຸດົມ ແລະ ທ່ານ...

ຂ່າວລ່າສຸດ