18.8 C
Vientiane
ວັນທີ 22 January, 2026

CATEGORY

ເຫດການ

ເສຍຫາຍຫຼາຍກວ່າ 7 ຕື້ກີບ ຈາກເຫດການໄຟໄໝ້ ຢູ່ບ້ານພະບາດ ນະຄອນປາກເຊ

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ລາຍງານໃຫ້ຮູ້ກ່ຽວກັບຜົນເສຍຫາຍຂອງເຫດການໄຟໄໝ້ເຮືອນ ປະຊາຊົນ ບ້ານພະບາດນະຄອນປາກເຊ ແຂວງຈໍາປາສັກ ພາຍຫຼັງລົງພື້ນທີ່ຕິດຕາມເອົາຂໍ້ມູນຕົວຈິງ ຄື: + ພາກເຫດການ ໃນຄັ້ງວັນທີ 20.12. 2025 ເວລາປະມານ 14:50 ໂມງ ໄດ້ເກີດມີໄຟໄໝ້ເຮືອນຂອງນາງ ສີບຸນເຮືອງ ສຸລະຈິດ ອາຍຸ 37 ປີ ອາຊີບ...

ເຈົ້າໜ້າທີ່ຕຳຫຼວດ ເຂົ້າຈັບຕົວຜູ້ກໍ່ເຫດລັກລົດຈັກເພດຊາຍ ຢູ່ໃນວົງມົ້ວສຸມສິ່ງເສບຕິດ 18 ຄົນ

ໃນວັນທີ 12/12/25 ປ້ອງກັນຄວາມສະຫງົບນະຄອນຫຼວງຈັນ ລາຍງານວ່າ: ວັນທີ 8 ທັນວາ 2025 ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຕິດຕາມນໍາຈັບຄະດີລັກລົດຈັກ ຢູ່ຈຸດມົ້ວສຸມ ແຫ່ງໜຶ່ງທີ່ບ້ານໜອງໜ່ຽງ ເມືອງໄຊເສດຖາ ສາມາດຈັບໄດ້ 18 ຄົນ, ຍິງ 2 ຄົນ ຂະນະທີ່ກຳລັງມົ້ວສຸມສິ່ງເສບຕິດ ພ້ອມຂອງກາງ...

ເກີດເຫດໄຟໄໝ້ອາຄານ 7 ຊັ້ນ ຢູ່ອິນໂດເນເຊຍ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 20ຄົນ

ສະຖານີໂທລະພາບ ຄອມພາສ ທີວິ ລາຍງານວ່າ ວັນທີ 9ທັນວານີ້ ເກີດໄຟໄໝ້ ອາຄານ 7 ຊັ້ນ ໃນນະຄອນຫລວງ ຈາກາຕາ ຂອງອິນໂດເນ ເຊຍ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 20ຄົນ ແລະ ບາດເຈັບ ອີກຈຳ ນວນໜຶ່ງ. ຂະນະນີ້ ເຈົ້າໜ້າທີ່ກູ້ໄພ...

ອຸປະຕິເຫດລົດໃຫຍ່ຕຳອ້າຍຈົວໃນຂະນະອອກບິນທະບາດ ໄດ້ບາດເຈັບ 2 ອົງ

ມູນນິທິຮ່ວມໃຈ ລາຍງານວ່າ: ໃນວັນທີ 07/12/2025 ເວລາປະມານ 06:50ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ1630 ກໍລະນີ ມີເຫດລົດໃຫຍ່ຕໍາສະມະເນນ ຢູ່ບ້ານໜອງສ້າງທໍ່ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຮັບບາດເຈັບ 2 ອົງ ອົງທີ 1 ອາຍຸ 20 ປີ ວັດໜອງສ້າງທໍ່ ເມືອງໄຊເສດຖາ, ອາການເບື້ອງຕົ້ນແມ່ນບາດເປີກຕາມຕົນໂຕ, ຫົວແຕກ. ອົງທີ 2...

ລະວັງ! ເສັ້ນທາງສີໄຄ-ທົ່ງປົ່ງ ທໍ່ນ້ຳປະປາແຕກມີລົດຈັກເກີດອຸປະຕິເຫດແລ້ວຕອນກາງຄືນ

ວັນທີ 9 ທັນວາ 2025 ປະຊາຊົນສ່ອງແສງວ່າ: ມີທໍ່ນໍ້າປະປາແຕກ ຢູ່ເສັ້ນທາງສີໄຄ-ທົ່ງປົ່ງ ເຂດບ້ານໂພສີໜ້າຮ້ານອາເມຊອນ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ທໍ່ນໍ້າໄດ້ແຕກຊືມມາໄດ້ 1 ອາທິດກວ່າແລ້ວ ໂດຍມີສາຍເຕືອນໄພອ້ອມກັນໄວ້ ແລະ ຈຸດດັ່ງກ່າວເຄີຍເກີດອຸປະຕິເຫດມາແລ້ວຫລາຍຄັ້ງ ໂດຍສະເພາະແມ່ນຜູ້ຂັບຂີ່ລົດຈັກໃນຕອນກາງຄືນ. ຝາກເຖິງພາກສ່ວນກ່ຽວຂ້ອງລົງກວດກາແລະແກ້ໄຂໂດຍດ່ວນດ້ວຍ, ເພື່ອຮັກສານ້ຳ ແລະ ເພື່ອຫລີກລ່ຽງການເກີດອຸປະຕິເຫດຊ້ຳອີກ.

ພົບສົບ ເພດຊາຍໄຫລນໍ້າຂອງ ຄ້າງຢູ່ທ່ານໍ້າ

ພົບສົບ ເພດຊາຍໄຫລນໍ້າຂອງ ຄ້າງຢູ່ທ່ານໍ້າເຂດບ້ານສີບຸນເຮືອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໜ່ວຍກູ້ໄພ 1623 ຈຸດດົງໂດກ ລາຍງານວ່າ: ວັນທີ 8 ທັນວາ 2025 ເວລາ13:20 ພົບສົບຄົນເສຍຊີວິດໄຫລນ້ຳຂອງ ຢູ່ເຂດບ້ານສີບຸນເຮືອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ຜູ້ເສຍຊີວິດເປັນເພດຊາຍ ຍັງບໍ່ຮູ້ຂໍ້ມູນເບື້ອງຕົ້ນຂອງຜູ້ເສຍຊີວິດ. ທີ່ມາ: ຫນ່ວຍກູ້ໄພ1623ຈຸດດົງໂດກ

ໃຫຍ່ຕຳໃຫຍ່! #ເຫດລົດພ່ວງນໍ້າມັນ+ລົດ10ລໍ້ ເສຍຊີວິດ 1

ເກີດເຫດລົດພ່ວງນໍ້າມັນ+ລົດ10ລໍ້ ທີ່ບ້ານ ໂພນສັນ ເມືອງໂພນທອງ, ແຂວງຈໍາປາສັກ ໃນເວລາ 19:00 ວັນທີ 6/12/2025 ເຮັດໃຫ້ມີຜູ້ເສຍຊີວິດ 01 ຄົນ, ເພດຊາຍ ອາຍຸ 39ປີ ສັນຊາດໄທ (ເສຍຊີວິດຄາທີ່), ຫຼັງຈາກນັ້ນ ໄດ້ສົ່ງສົບໄປໂຮງເຢັນໂຮງໝໍແຂວງຈຳປາສັກ. ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດດ້ວຍ, ໜ່ວຍກູ້ໄພ1623 ຈຳປາສັກ ຂ່າວ:ໂທລະໂຄ່ງ

ອຸທາຫອນ! ຖ່ານໂມງຄາດັງ ເດັກນ້ອຍອາຍຸ 5 ປີ ໂຊກດີໝໍຊ່ວຍເອົາໄດ້ທັນ

ວັນທີ 7 ທັນວາ 2025 ທ່ານ ກິ່ງແກ້ວ ອິນທະວົງ ໝໍປະຈຳຫ້ອງການສາທາລະນະສຸກ-ໂຮງໝໍເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ໂພສເລົ່າເຫດການວ່າ: ແມ່ຂອງເດັກເພດຍິງ ອາຍຸ 5 ປີ ຢູ່ບ້ານນາເຄືອ ເມືອງປາກກະດິງ ໄດ້ພາລູກມາກວດຍ້ອນລູກສາວມີອາການນ້ຳມູກຍ້ອຍເບື້ອງໜຶ່ງ ແລະ ມີກິ່ນ ແມ່ເດັກແຈ້ງວ່າເປັນແບບນີ້ມາໄດ້ 6 ມື້ແລ້ວ. ຜົນການກວດກາພົບເຫັນຖ່ານໂມງຄາຢູ່ໂກບດັງ ແລະ ຕິດແໜ້ນ...

ເກີດເຫດປືນລັ່ນໃສ່ຕົວເອງ (ເສຍຊີວິດ) ຢູ່ບ້ານ ໂພນສະຫວັນເຫນືອ ເມືອງແປກ ແຂວງຊຽງຊວາງ

ຈາກການລາຍງານຂອງໜ່ວຍກູ້ໄພ 1623 ຊຽງຂວາງ ໃຫ້ຮູ້ວ່າ: ໃນວັນທີ 24/11/2025 ເວລາ 8 ໂມງ 30 ນາທີ ໜ່ວຍກູ້ໄພໄດ້ຮັບແຈ້ງເຫດວ່າ: ມີເຫດປືນລັ່ນໃສຕົວເອງ (ເສຍຊິວິດ) ຈຸດເກີດເຫດແມ່ນ ບ້ານ ໂພນສະຫວັນເໜືອ ເມືອງ ແປກ ແຂວງຊຽງຂວາງ. ໜ່ວຍງານກູ້ໄພ ອອກກວດສອບເຫດພົບເຫັນ (ຜູ້ເສຍຊິວິດໃນສະຖານທີ່ເກີດເຫດ 1...

ຂ່າວລ່າສຸດ