16.5 C
Vientiane
ວັນທີ 22 January, 2026

CATEGORY

ເຫດການ

ທຳລາຍສິນຄ້າ ອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ຕ້ອງຫ້າມ ລວມມູນຄ່າ 1 ຕື້ກວ່າກີບ

ວັນທີ 21 ມັງກອນຂອງ 2026 ນີ້, ກອງກວດກາອາຫານ ແລະ ຢາ ນະຄອນຫລວງວຽງວຈັນ ໄດ້ຈັດພິທິທຳລາຍສິນຄ້າ ປະເພດອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ຕ້ອງຫ້າມ. ຢູ່ທີ່ສະໜາມຂີ້ເຫຍື້ອ ຫລັກ 32 ນະຄອນຫລວງວຽງຈັນ, ມີທ່ານ ດຣ ບຸນເລື່ອນ ຜະລາດຊະໂຍທາ ຫົວໜ້າກອງກວດກາອາຫານ ແລະ...

ຍິງກັນເສຍຊີວິດຄາທີ່ 3 ຄົນຢູ່ແຂວງຈໍາປາສັກ

ເກີດເຫດໃຊ້ປຶນຍິງກັນເສຍຊີວິດຄາທີ່ 3 ຄົນ ໃນມື້ວານນີ້ ຢູ່ບ້ານຫ້ວຍຊອດ ເມືອງປະທຸມພອນ ແຂວງຈໍາປາສັກ. ຜູ້ເສຍຊີວິດດັ່ງກ່າວເປັນເພດຍິງ 2 ຄົນ ອາຍຸ 63 ປີ ແລະ ອາຍຸ 35 ປີ ແລະ 1 ຄົນເປັນເພດຊາຍ ອາຍຸ 35 ປີ ຊຶ່ງເປັນຜູ້ກໍ່ເຫດ ແລະ...

ເຈົ້າໜ້າທີ່ປ່າໄມ້ ຍຶດສິ້ນສ່ວນສັດປ່າ ປະເພດຫວງຫ້າມ (ໜັງເສືອໂຄ່ງ) ທີ່ແຂວງບໍລິຄໍາໄຊ

ເພື່ອຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍສັດປ່າ ສະບັບ ເລກທີ 42/ສພຊ, ປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ, ຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 25/ນຍ ແລະ ສົນທິສັນຍາກົນ ວ່າດ້ວຍການຄ້າຂາຍ ຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ (CITES) ໃຫ້ເຂັ້ມງວດ,...

ອັບເດດເຫດການເຄນກໍ່ສ້າງທັບລົດໄຟ ຢູ່ປະເທດໄທ ມີຜູ້ເສຍຊີວິດເພີ່ມເປັນ 32 ຄົນ ແລະ ບາດເຈັບ 67 ຄົນ.

ສໍານັກຂ່າວຊ່ອງ3 ຂອງໄທລາຍງານວ່າ: ຈາກກໍລະນີເຄນກໍ່ສ້າງໂຄງການລົດໄຟຄວາມໄວສູງ ຕົກທັບລົດໄຟດ່ວນພິເສດ ຂະບວນທີ 21 ເສັ້ນທາງ ກຸງເທບ ອະພິວັດ - ອຸບົນລາຊະທານີ ເຊິ່ງເຫດເກີດຢູ່ເຂດພື້ນທີ່ ອໍາເພີສີຄິ້ວ, ຈັງຫວັດນະຄອນລາຊະສີມາ ໃນຊ່ວງເຊົ້າຂອງວັນທີ 14 ມັງກອນ 2026 ທີ່ຜ່ານມາ. ທ່ານ ອະນຸພົງ ສຸກສົມນິດ ຜູ້ວ່າລາຊະການນະຄອນລາຊະສີມາ ພ້ອມດ້ວຍ ທ່ານ...

ເວລາ 09:15 ນາທີ ວັນທີ 15 ມັງກອນ 2026 ເກີດເຫດເຄນຕົກຢູ່ເທີງຖະໜົນພະລາມ2 ກຸງເທບ ທັບລົດ ເສຍຊີວິດ 2 ຄົນ.

ສຳນັກຂ່າວໄທລັດ ຂອງໄທລາຍງານວ່າ: ເວລາ 09:15 ນາທີ ວັນທີ 15 ມັງກອນ 2026 ເກີດເຫດເຄນຕົກຢູ່ເທີງຖະໜົນພະລາມ2 ກຸງເທບ ລາຍງານເບື້ອງຕົ້ນມີລົດ 2 ຄັນຖືກທັບ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ.

ວັນທີ 14/01/2026 ເວລາ 12:00 ນາທີ ເກີດເຫດລົດໃຫຍ່ປີ້ນ (ມີຜູ້ເສຍຊີວິດຄາທີ່ ແລະ ບາດເຈັບ)

ເກີດເຫດ ລົດໃຫຍ່ປີ້ນ (ມີຜູ້ ເສຍຊີວິດຄາທີແລະບາດເຈັບ) [ ວັນທີ14/01/2026 ເວລາ12:00ນາທີ ຢູ່ທີເຂດບ້ານນາລ້ອງເມືອງ ຫາດຊາຍຟອງ ນວ ( ລາຍລະອຽດໜ່ວຍກູ້ໄພນະຄອນຫຼວງ1624 ຈະລາຍງານຕາມຫຼັງ ) ໂປດຂັບລົດຢ່າງມີສະຕິ ແລະ ລະມັດລະວັງ ເພາະອຸບັດຕິເຫດເກີດຂຶ້ນໄດ້ຕະຫລອດ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ. ທີ່ມາຂ່າວຈາກ:ໜ່ວຍກູ້ໄພນະຄອນຫຼວງ1624

#ຖະແຫຼງແລ້ວ! ຄະດີອ້າຍເຂີຍຂົ່ມຂືນ ແລະ ຄາດຕະກໍານ້ອງເມຍ

#ຕອນເຊົ້າວັນທີ 13 ມັງກອນ 2026, ພັອ ຮຽມ ໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມຄະນະຮັບຜິດຊອບການດໍາເນີນຄະດີ ກອງບັນຊາການ ປກສ ແຂວງເຊກອງ ໄດ້ຖະແຫຼງຂ່າວ ກ່ຽວກັບຄະດີຂົ່ມຂືນກະທໍາຊໍາເລົາ ແລະ ຄາດຕະກໍາ ທີ່ໄດ້ເກີດຂຶ້ນໃນວັນທີ 30 ທັນວາ 2025 ຜ່ານມາ ໃຫ້ຮູ້ວ່າ:...

ໂຈນລັກໜາກກາເຟ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ

ເຈົ້າຂອງສວນກາເຟຢູ່ບ້ານເສັດຄົດ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ພົບໂຈນລັກໝາກກາເຟ ໃນວັນທີ 11 ມັງກອນ 2026 ທີ່ຜ່ານມາ ມື້ກໍ່ເຫດໂຈນໄດ້້ເອົາຕົວຫຼົບໜີ ເພາະໃນມືຜູ້ກ່ຽວໄດ້ຈັບມີດຍາວບໍ່ກ້າເຂົ້າຈັບກຸມ, ແຕ່ປັດຈຸບັນສາມາດຈັບໂຈນໄດ້ແລ້ວ ເປັນປະຊາຊົນ ບ້ານເສັດຄົດ ໄດ້ກໍເຫດຫຼາຍຄັ້ງມາແລ້ວ. ຜູ້ກໍ່ເຫດມາຄົນດຽວ ເປັນເພດຊາຍມີອາຍຸປະມານ 50-60 ປີ. ທີ່ມາ: Uan Sch

ເຈົ້າໜ້າທີ່ໄທ ສະກັດຈັບ ແລະ ຍຶດ ງາຊ້າງ ຫລາຍກວ່າ 160 ກິໂລກຣາມ ຂົນຂ້າມນ້ຳຂອງ ມາຈາກຝັ່ງ ລາວ

ສຳນັກຂ່າວທ້ອງຖິ່ນບຶງການ ລາຍງານວັນທີ 12 ມັງກອນ 2026 ວ່າ: ເຈົ້າໜ້າທີ່ທະຫານໄທ ສາມາດສະກັດຈັບຂະບວນການລັກລອບຂົນສົ່ງສາກສັດປ່າຄຸ້ມຄອງ (ງາຊ້າງ) ລາຍໃຫຍ່ ຢູ່ບໍລິເວນແຄມແມ່ນ້ຳຂອງ ເຂດບ້ານເຫຼົ່າໝາກຜາງ, ຕຳບົນທ່າດອກຄຳ, ອຳເພີບຶງໂຂງຫຼົງ, ຈັງຫວັດບຶງການ. ເວລາປະມານ 19:00 ໂມງ ວັນທີ 11 ມັງກອນ 2026 ເຈົ້າໜ້າທີ່ໄດ້ຮັບແຫຼ່ງຂ່າວວ່າຈະມີການລັກລອບຂົນສົ່ງສິນຄ້າໜີພາສີຂ້າມພົມແດນ. ເຈົ້າໜ້າທີ່ຈຶ່ງໄດ້ປະສານງານຮ່ວມກັບ ຕຳຫຼວດກອງປາບປາມ,...

ເກີດເຫດລົດໃຫ່ຍເສຍຫຼັກ ຕຳເອົາລົດໃຫ່ຍ ແລະ ລົດຈັກ ທີ່ຈອດໄວ້ແຄມທາງ 12/01/2026 ທີ່ສະຖານບ້ານໂພເງີນ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ.

ເຫດລົດໃຫ່ຍເສຍຫຼັກ ຕຳເອົາລົດໃຫ່ຍ ແລະ ລົດຈັກ ທີ່ຈອດໄວ້ແຄມທາງ ເຫດນີ້ເຮັດໃຫ້ມີຜູ້ບາດເຈັບ 2 ຄົນ (ຍິງ 1, ຊາຍ 1) ເປັນເຈົ້າຂອງຮ້ານຂາຍເຄື່ອງ ແລະ ພີ່ນ້ອງ ເຊິ່ງກຳລັງລໍຖ້າໃສ່ບາດຢູ່. ເຫດເກີດໃນເວລາ 6:30 ຂອງວັນຈັນທີ 12/01/2026 ທີ່ສະຖານບ້ານໂພເງີນ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ.ລົດໃຫຍ່ສິແດງຂັບມາຕຳລົດຈັກ ແລະ...

ຂ່າວລ່າສຸດ