- Advertisement -spot_img

AUTHOR NAME

Pele

157 POSTS
0 COMMENTS

ເກີດອຸປະຕິເຫດ ລົດບັນທຸກຕົກຂົວ ເສຍຊີວິດ 1 ຄົນ

ວັນທີ 23 ທັນວາ 2025 ເກີດອຸປະຕິເຫດລົດບັນທຸກ ກາຍໂຄ້ງຕົກຂົວ ເມືອງຕະໂອ້ຍ ແຂວງສາລະວັນ ເຮັດໃຫ້ໂຊເຟີລົດເສຍຊີວິດ. ທີ່ມາ: ໜັງສືພິມລາວພັດທະນາ

ເກີດອຸບັດຕິເຫດລົດກະບະ ເສຍຫລັກປີ້ນລົງຂ້າງທາງ ບາດເຈັບ 6 ຄົນ

ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ ລາຍງານວ່າ: ວັນທີ 23 ທັນວາ 2025 ເວລາ 08:38 ນາທີ ເກີດອຸບັດຕິເຫດລົດກະບະ ເສຍຫລັກປີ້ນລົງຂ້າງທາງ ຢູ່ບ້ານກອນແກ່ນ ເມືອງໄຊ ແຂວງອຸດົມໄຊ ມີຜູ້ໄດ້ຮັບບາດເຈັບ 6 ຄົນ. ໜ່ວຍກູ້ໄພ ໄດ້ປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໄປໂຮງໝໍແຂວງອຸດົມໄຊ. ຂ່າວ: ໜັງສືພິມລາວພັດທະນາ

ສະມາຄົມການສຶກສາພາກເອກະຊົນ ຈັດກິດຈະກຳ ສະຫຼອງ 3 ວັນປະຫວັດສາດ

ສະມາຄົມການສຶກສາພາກເອກະຊົນ ຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ເຕັ້ນແອໂຣບິກ ເພື່ອສ້າງຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນຕອນເຊົ້າວັນທີ 20 ທັນວາ 2025 ທີ່ເຂດເສດຖະກິດບຶງທາດຫຼວງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ...

ພົບສົບຜູ້ເປັນແມ່ແລ້ວ

ເຈົ້າໜ້າທີ່ໄດ້ພົບສົບຜູ້ເປັນແມ່ແລ້ວໃນມື້ນີ້ ຢູ່ເຂດເໜືອບ້ານຊ່າງໄຫ ເມືອງປາກອູ ແຂວງຫຼວງພະບາງ ຈາກເຫດເຮືອຕຳໂງ່ນຫີນ ເຂດຖໍ້າຕິ່ງ ໃນວັນທີ 18 ທັນວາ 2025 ຜ່ານມາ ໂດຍມີ 3 ຄົນສູນຫາຍ (ແມ່ລູກ). ເຈົ້າໜ້າທີ່ຍັງສືບຕໍ່ຄົ້ນຫາລູກຂອງລາວອີກ 2 ຄົນເປັນເດັກນ້ອຍເພດຍິງ. ທີ່ມາ: ໂທລະໂຄງ

ກອງຮ້ອຍປືນໃຫຍ່ໜ້າດິນ ກອງພັນໃຫຍ່302 ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້

ກອງຮ້ອຍປືນໃຫຍ່ໜ້າດິນ ກອງພັນໃຫຍ່302 ກອງພົນທີ 3 ໄດ້ຈັດຕັ້ງຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ປະຈໍາປີ 2025 ເມື່ອມໍ່ໆມານີ້ ຢູ່ແຂວງບໍ່ແກ້ວ. ການຝຶກຊ້ອມຫັດແອບຍິງເປົ້າໝາຍ ດ້ວຍລູກປືນແທ້ຂອງເຫຼົ່າຮົບວິຊາສະ ເພາະປືນໃຫຍ່ ໜ້າດິນໃນຄັ້ງນີ້ ກໍ່ເພື່ອປະຕິບັດຕາມ ແຜນການອົບຮົມປະຈໍາປີ 2025 ຂອງຄະນະພັກ-ຄະນະບັນຊາກອງພັນໃຫຍ່302, ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຊໍານິຊໍານານກຳໄດ້ບັນດາ ທິດສະດີຫຼັກການ ທາງດ້ານສິນລະປະຍຸດ-ຍຸດທະວິທີ ແລະ ທັງເປັນການຝຶກ ໃຫ້ພະນັກງານ-ນັກຮົບຮູ້ໄດ້  ເຖິງສະມັດຖະພາບ...

ເສຍຫາຍຫຼາຍກວ່າ 7 ຕື້ກີບ ຈາກເຫດການໄຟໄໝ້ ຢູ່ບ້ານພະບາດ ນະຄອນປາກເຊ

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ລາຍງານໃຫ້ຮູ້ກ່ຽວກັບຜົນເສຍຫາຍຂອງເຫດການໄຟໄໝ້ເຮືອນ ປະຊາຊົນ ບ້ານພະບາດນະຄອນປາກເຊ ແຂວງຈໍາປາສັກ ພາຍຫຼັງລົງພື້ນທີ່ຕິດຕາມເອົາຂໍ້ມູນຕົວຈິງ ຄື: + ພາກເຫດການ ໃນຄັ້ງວັນທີ 20.12. 2025 ເວລາປະມານ 14:50 ໂມງ ໄດ້ເກີດມີໄຟໄໝ້ເຮືອນຂອງນາງ ສີບຸນເຮືອງ ສຸລະຈິດ ອາຍຸ 37 ປີ ອາຊີບ...

ເລຂາພັກແຂວງຄໍາມ່ວນ ຕິດຕາມຄວາມຄືບໜ້າ ໂຄງການພັດທະນາຕົວເມືອງ ຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ IV

ວັນທີ 19 ທັນວາຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ ພ້ອມດ້ວຍ ປະທານ, ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ພະແນກການກ່ຽວຂ້ອງ ໄດ້ຕິດຕາມຄວາມຄືບໜ້າໂຄງການພັດທະນາຕົວເມືອງ ຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ IV ໂດຍສະເພາະເຂດການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມລໍາແມ່ນໍ້າຂອງ. ໂຄງການພັດທະນາຕົວເມືອງ ຕາມແລວທາງອະນຸພາກພື້ນ ແມ່ນໍ້າຂອງ 4 ຫຼື ໂຄງການ GMS4, ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກທະນາຄານພັດທະນາອາຊີ...

ລາວ-ຫວຽດນາມ ສືບຕໍ່ຮ່ວມມືວຽກງານໄອຍະການປະຊາຊົນ

ໂດຍຕອບສະໜອງ ຕາມການເຊື້ອເຊີນ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງວຽນຮຸຍຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ແລະ...

ເມືອງໄຊຍະບູລີ ຫາລືແກ້ໄຂບັນຫາການຕະຫລາດ ແລະ ການຕໍ່ລອງສິນຄ້າ ຂອງກຸ່ມລ້ຽງໄກ່ພັນໄຂ່

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ຫ້ອງການ ສະຫະພັນກຳມະບານເມືອງໄຊຍະບູລີ ແຂວງໄຊຍະບູລີ ສົມທົບກັບສະຫະພັນກຳມະບານແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຕະຫລາດ ແລະ ການຕໍ່ລອງສິນຄ້າ ຂອງກຸ່ມແຮງງານນອກລະບົບ (ກຸ່ມລ້ຽງໄກ່ພັນໄຂ່) ໃນວັນທີ 18 ທັນວາ 2025 ທີ່ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໂດຍມີທ່ານ...

ເກີດເຫດ ດ່າມລົດບັນທຸກເກາະຂົວລອຍຫັກທັບລົດ 2 ຄັນ ຢູ່ຈັງຫວັດສະໝຸດປຣາການ ປະເທດໄທ

ວັນທີ 18 ທັນວາ 2025 ເກີດເຫດ ຂາງຂົວລອຍບາງພລີນ້ອຍ ຢູ່ຖະໜົນ ເທບພະຣັດ(ບາງນາ-ຕຣາດ), ກົງກັນຂ້າມກັບຕະຫຼາດນໍາໄທ, ຕຳບົນບາງພລີນ້ອຍ, ອຳເພີບາງບໍ່, ຈັງຫວັດສະໝຸດປຣາການ ປະເທດໄທ ຫລຸດລົງຂວາງທາງ ທັບລົດທັບລົດທຸກ ແລະ ລົດກະບະ. ເບື້ອງຕົ້ນ, ມີຜູ້ເສຍຊີວິດແລ້ວ 1 ຄົນ ແລະ ໄດ້ຮັບບາດເຈັບອີກ 1...

Latest news

- Advertisement -spot_img