- Advertisement -spot_img

AUTHOR NAME

Jenjila

225 POSTS
0 COMMENTS

ພາບບັນຍາກາດໃນວັນທີ 8 ມັງກອນ 2026 ບັນດາຄະນະບໍລິຫານງານສູນກາງພັກ ເດີນທາງເຂົ້າຮ່ວມ ກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ພາບບັນຍາກາດ ບັນດາຄະນະບໍລິຫານງານສູນກາງພັກ ເດີນທາງເຂົ້າຮ່ວມ ກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ວັນທີ 8 ມັງກອນ 2026. ພາບ: ຄວາມສະຫງົບ

ແຈ້ງເຕືອນ ສະພາບອາກາດໜາວເຍັນ ແລະ ລົມພັດແຮງ ໃນໄລຍະວັນທີ 08 ຫາ 11 ມັງກອນ 2026

ແຈ້ງເຕືອນ ສະພາບອາກາດໜາວເຍັນ ແລະ ລົມພັດແຮງ ໃນໄລຍະວັນທີ 08 ຫາ 11 ມັງກອນ 2026 ລາຍລະອຽດດັ່ງລຸ່ມນ້:

ເທສະການດອກງິ້ວບານ ຄັ້ງທີ 23 ຈະຈັດຂຶ້ນໃນທ້າຍເດືອນມັງກອນໃນລະຫວ່າງວັນທີ 30-31 ມັງກອນ 2026 ທີ່ຈະມາເຖິງນີ້ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເທສະການດອກງິ້ວບານ ຄັ້ງທີ 23 ຈະຈັດຂຶ້ນໃນລະຫວ່າງວັນທີ 30-31 ມັງກອນ 2026 ທີ່ຈະມາເຖິງນີ້ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍຈະມີເປັນການປະສົມປະສານລະຫວ່າງ ການຄ້າ, ສິລະປະ ແລະ ວັດທະນະທຳພື້ນເມືອງ ໃຫ້ມີຄວາມຫລາກຫລາຍ ໃນນີ້, ຈະມີການຈັດຕະຫລາດນັດວັດທະນະທຳ ຊຶ່ງຈະເລີ່ມແຕ່ວັນທີ 17...

“ລາຍລະອຽດ ເຫດໄຟໄໝ້ຢູ່ບ້ານວັດທາດ ແມ່ນການປຸ້ນຊັບຄາດຕະກຳ ທໍາລາຍຫຼັກຖານ”

ອີງຕາມບົດລານງານຂອງ ກອງບັນຊາການ ປກສ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 3 ມັງກອນ 2026 ເວລາ 1 ໂມງ (ເຊົ້າມືດ), ທາງເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນ ໄດ້ຮັບແຈ້ງທາງໂທລະສັບ ຈາກອໍານາດການປົກຄອງບ້ານວັດທາດ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ວ່າ: ໄດ້ມີເຫດການອັກຄີໄພ ( ໄຟໄໝ້ເຮືອນ ) ຂອງປະຊາຊົນຢູ່ບ້ານວັດທາດ...

ລົດກະບະຕຳກັນ ປີ້ນ ຢູ່ 4 ແຍກໄຟແດງ ຖະໜົນລ້ານຊ້າງ ຕັດກັບຖະໜົນສາມແສນໄທ ຍັງບໍ່ມີລາຍງານຄົນໄດ້ຮັບບາດເຈັບ

ເວລາປະມານ 23:15 ໂມງ ວັນທີ 7 ມັງກອນ 2026 ເກີດອຸປະຕິເຫດລົດກະບະຕຳກັນ ຈົນເຮັດໃຫ້ຄັນໜຶ່ງປີ້ນທ້ອງ ຢູ່ 4 ແຍກໄຟແດງ ຖະໜົນລ້ານຊ້າງ ຕັດກັບ ຖະໜົນສາມແສນໄທ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ຍັງບໍ່ມີລາຍງານຄົນໄດ້ຮັບບາດເຈັບ ສ່ວນສາເຫດຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຂອງເຈົ້າໜ້າທີ່.

ລາຍງານສະພາບອາກາດປະຈໍາວັນທີ 8 ມັງກອນ ປີ 2026

ມວນອາກາດໜາວເຢັນທີ່ປະເທດຈີນ ເພີ່ມກໍາລັງແຮງຂື້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງແຮງ, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມທີ່ມີກໍາລັງແຮງພັດປົກຄຸມ, ເຊິ່ງຈະເຮັດໃຫ້ອຸນຫະພູມຫລຸດລົງ 1 ຫາ 2 ອົງສາ ຢູ່ໃນແຕ່ລະພາກ ແລະ ອາກາດຈະເຢັນ ຫາ ໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ທົ່ວໄປໃນແຕ່ລະພາກ ແລະ ອາກາດຈະໜາວຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ...

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ-ເຂດເສດຖະກິດພິເສດບຶງທາດຫລວງ

ຂປລ. ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ ແລະ ເຂດເສດຖະກິດພິເສດບຶງທາດຫລວງ, ບໍລິສັດຈົງຫູ້ນ ໂຊລ້າເຕັກໂນໂລຊີ ລາວ ຈຳກັດຜູ້, ໂຄງການກໍ່ສ້າງອາ ຄານ ຂອງບໍລິສັດ ອ້ອມອາຊີ ພັດທະນາ ອະສັງ ຫາລິມະຊັບ ໃນວັນທີ 7 ມັງກອນ 2026. ສຳລັບ ການໄປຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ...

ໃນຕອນບ່າຍວັນທີ 7 ມັງກອນ 2026 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ດໍາເນີນການປ່ອນເລືອກຕັ້ງເອົາກຳມະການສູນກາງພັກ ທັງສົມບູນ ແລະ ສຳຮອງ.

ໃນຕອນບ່າຍວັນທີ 7 ມັງກອນ 2026 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ດໍາເນີນການປ່ອນເລືອກຕັ້ງເອົາກຳມະການສູນກາງພັກ ທັງສົມບູນ ແລະ ສຳຮອງ. ຜູ້ແທນກອງປະຊຸມໃຫຍ່ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກສະໄຫມທີ XIIຂປລ. ໃນຕອນບ່າຍວັນທີ 7 ມັງກອນ 2026 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານສູນກາງພັກ...

ສຳເລັດການຝຶກອົບຮົມເຕັກນິກການປ້ອງກັນພະຍາດ ແລະ ສັດຕູພືດຕົ້ນຊາ ຢູ່ແຂວງຊຽງຂວາງ

ໃນວັນທີ 17-19 ທັນວາ ທີ່ຜ່ານມາ, ໂຄງການ Green CUP ຮ່ວມກັບ ສູນປ້ອງກັນພືດ ແລະ ສະມາຄົມຊາວກະສິກອນລາວ ໄດ້ຈັດຊຸດຝຶກອົບຮົມກ່ຽວກັບ "ການປ້ອງກັນພະຍາດຕົ້ນຊາ" ຂຶ້ນທີ່ເມືອງແປກ, ແຂວງຊຽງຂວາງ. ການຝຶກອົບຮົມຄັ້ງນີ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ພູເຂົາທອງ ສີໄກສອນ ຄະນະສູນປ້ອງກັນພືດ ແລະ ທ່ານ ຄຳບົວ ຮອງພະແນກກະສິກຳ...

ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍເມືອງສີສັດຕະນາກ ໄດ້ສືບຕໍ່ລົງເຄື່ອນໄຫວວຽກງານຕາມເສັ້ນທາງສາຍຫຼັກພາຍໃນເມືອງ.

ເພື່ອເປັນການປະຕິບັດຕາມທິດຊີ້ນໍາຂອງການນໍາເມືອງ ສີສັດຕະນາກ, ເພື່ອເຮັດໃຫ້ເສັ້ນທາງ ແລະ ເຂດສະຫງວນຕາມເສັ້ນທາງມີຄວາມເປັນລະບຽບຮຽບຮ້ອຍ, ສະອາດ ແລະ ຈົບງາມ, ໂດຍສະເພາະໃນຊ່ວງໄລຍະການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ສະນັ້ນ, ໃນວັນທີ 7 ມັງກອນ 2026 ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍເມືອງ ສີສັດຕະນາກ ໄດ້ສືບຕໍ່ລົງເຄື່ອນໄຫວກວດກາຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງສາຍຫຼັກພາຍໃນເມືອງ ໂດຍສະເພາະແມ່ນເຂດທີ່ມັກເກີດມີການຂາຍເຄື່ອງຊະຊາຍຢູ່ບໍລິເວນທີ່ບໍ່ໄດ້ຮັບອະນຸຍາດ ເປັນຕົ້ນແມ່ນຕາມເສັ້ນທາງອ້ອມຮອບໂຮງໝໍມະໂຫສົດ, ຕາມເສັ້ນທາງຄູວຽງ, ເສັ້ນທາງມິດຕະພາບລາວ-ໄທ,...

Latest news

- Advertisement -spot_img