- Advertisement -spot_img

AUTHOR NAME

Jenjila

225 POSTS
0 COMMENTS

ແຈ້ງການ! ມີການປັບຂຶ້ນລາຄາຄ່າຜ່ານ ເສັ້ນທາງ 16W ແລະ 16E ເມືອງໂພນທອງ ແຂວງຈຳປາສັກ ລາຍລະອຽດດັ່ງລຸ່ມນີ້

ທິດຊີ້ນໍາຂອງກອງປະຊຸມຄະນະປະຈຳພັກແຂວງ ສະໄໝວິສາມັນ ປະຈໍາເດືອນຕຸລາ 2025 ກ່ຽວກັບການຈັດຕັ້ງປະຕິບັດ ອັດຕາຄ່າປັບຂຶ້ນລາຄາໃໝ່ ໃນການເກັບຄ່າຜ່ານ ເສັ້ນທາງ 16W ແລະ 16E ຂອງບໍລິສັດ ດວງດີກໍ່ສ້າງ ຂົວ-ທາງ ຈຳກັດ ແລະ ບໍລິສັດ ຫຸ້ນສ່ວນພາກໃຕ້ ຈຳກັດ. ລາຍລະອຽດດັ່ງລຸ່ມນີ້: ທີ່ມາ: Douangdy Road and Bridge...

ໄລຍະ 5 ປີ ຜ່ານມາ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ສຸມກຳລັງລົງກໍ່ສ້າງຮາກຖານປະຕິບັດແຜນການກໍ່ສ້າງເຂດແນວຫລັງຍຸດທະສາດ

ຂປລ. ໄລຍະ 5 ປີ ຜ່ານມາ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ສຸມກຳລັງລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ຢູ່ເຂດຫ່າງໄກສອກຫລີກ, ເຂດຊາຍແດນ ແລະ ເຂດຈຸດສຸມທີ່ຫລໍ່ແຫລມ, ຈັດຕັ້ງປະຕິບັດແຜນການກໍ່ສ້າງເຂດແນວຫລັງຍຸດທະສາດ ຕິດພັນກັບການພັດທະນາກຸ່ມບ້ານລຽບຕາມຊາຍແດນ ທາງທິດແນວຫລັງຍຸດທະສາດຢ່າງມີຈຸດສຸມ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້. ພ້ອມທັງ, ສຸມໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງ ທ່າສະໜາມປ້ອງກັນຊາດຈໍານວນໜຶ່ງ, ສົມທົບກັບບັນດາຂະແໜງການຂັ້ນສູນກາງ,...

ພາກສ່ວນກ່ຽວຂ້ອງ ລົງຕິດຕາມກວດກາ ສວນກາເຟຂອງປະຊາຊົນ ທີ່ຖືກຜົນກະທົບຈາກອາກາດໜາວຈັດ ແລະ ນໍ້າໝອກກ້າມ

ວັນທີ 13 ມັງກອນ 2026 ນີ້ ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ແລະ ທ່ານ ຄໍາ ນິລາວົງ ກຳມະການພັກແຂວງ, ຫົວໜ້າພແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຈໍາປາສັກ ສົມທົບກັບ ທ່ານ ນາງ ບົວລອນ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງປາກຊ່ອງ...

ລາຍງານສະພາບອາກາດປະຈໍາວັນທີ 13 ມັງກອນ ປີ 2026

ມວນອາກາດໜາວເຢັນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດໜາວເຢັນຢູ່ທົ່ວໄປໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ອາກາດໜາວເຢັນຫລາຍ ໂດຍສະເພາະຢູ່ເຂດພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນຫລາຍ,...

ໄລຍະ 5 ປີ ຕໍ່ໜ້າລັດຖະບານຈະສືບຕໍ່ສຸມໃສ່ 6 ເປົ້າໝາຍໃຫຍ່ 26 ວຽກຈຸດສຸມພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຕໍ່ເນື່ອງ

ຂປລ. ໃນໄລຍະ 5 ປີ ຕໍ່ໜ້າ, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ໂດຍຈະສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍໃຫຍ່ ແລະ 26 ແຜນວຽກຈຸດສຸມ ເພື່ອພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP)...

ຂ່າວເສດຖະກິດ ລາຄາຄຳກຳລັງມີແນວໂນ້ມເພີ່ມສູງຂຶ້ນຢ່າງຕໍ່ເນື່ອງເຂົ້າໃກ້ສະຖິຕິສູງສຸດທີ່ 4,532 ໂດລາ

ບລູມເບີກ ລາຍງານວ່າລາຄາຄຳປັບຕົວເພີ່ມຂຶ້ນໃນວັນນີ້ (12 ມັງກອນ 2025) ຫຼັງຈາກຂໍ້ມູນການຈ້າງງານຂອງສະຫະລັດທີ່ອ່ອນຕົວຍັງຄົງສະໜັບສະໜູນຄວາມຄາດຫວັງວ່າ Fed ຈະຫຼຸດດອກເບ້ຍຕື່ມອີກ ໃນຂະນະດຽວກັນ ການປະທ້ວງທີ່ຮຸນແຮງຂຶ້ນໃນອິຫຼ່ານຍິ່ງເຮັດໃຫ້ຄວາມເຄັ່ງຕຶງດ້ານພູມິສາດການເມືອງຢູ່ໃນລະດັບສູງ ລາຄາຄຳຕະຫຼາດສະປອດ (Spot Gold) ເພີ່ມສູງຂຶ້ນເກີນ 4,530 ໂດລາຕໍ່ອອນສ์ ໃກ້ຈຸດສູງສຸດເປັນປະຫວັດການທີ່ເຄີຍເຮັດໄວ້ໃນທ້າຍເດືອນທັນວາ ໂດຍລາຄາຄຳແຕະລະດັບສູງສຸດເປັນປະຫວັດການຢູ່ທີ່ 4,549.71 ໂດລາເມື່ອວັນທີ່ 26 ທັນວາຜ່ານມາ ລາຍງານການຈ້າງງານຂອງສະຫະລັດເມື່ອວັນສຸກລະບຸວ່າ ການຈ້າງງານເພີ່ມຂຶ້ນຕໍ່າກວ່າທີ່ຄາດໃນເດືອນທີ່ຜ່ານມາ ຊ່ວຍສະໜັບສະໜູນທັດສະນະວ່າທະນາຄານກາງສະຫະລັດຈະສືບຕໍ່ຫຼຸດຕົ້ນທຶນການກູ້ຢືມເພື່ອສະໜັບສະໜູນເສດຖະກິດຕໍ່ໄປ ລາຄາຄຳເພີ່ມຂຶ້ນເຂົ້າໃກ້ສະຖິຕິສູງສຸດທີ່ 4,532...

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ຄັ້ງ ວັນທີ 12 ມັງກອນ 2026 ນີ້ ທີ່ຫໍປະຊຸມແຫ່ງຊາດ.

ວັນທີ 12 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ, ລັດຖະບານໄດ້້ຈັດກອງປະຊຸມເປີດກວ້າງ ຄັ້ງທີ II ປະຈໍາປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ (ນວ) ແລະ ບັນດາ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ,...

ເກີດເຫດລົດໃຫ່ຍເສຍຫຼັກ ຕຳເອົາລົດໃຫ່ຍ ແລະ ລົດຈັກ ທີ່ຈອດໄວ້ແຄມທາງ 12/01/2026 ທີ່ສະຖານບ້ານໂພເງີນ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ.

ເຫດລົດໃຫ່ຍເສຍຫຼັກ ຕຳເອົາລົດໃຫ່ຍ ແລະ ລົດຈັກ ທີ່ຈອດໄວ້ແຄມທາງ ເຫດນີ້ເຮັດໃຫ້ມີຜູ້ບາດເຈັບ 2 ຄົນ (ຍິງ 1, ຊາຍ 1) ເປັນເຈົ້າຂອງຮ້ານຂາຍເຄື່ອງ ແລະ ພີ່ນ້ອງ ເຊິ່ງກຳລັງລໍຖ້າໃສ່ບາດຢູ່. ເຫດເກີດໃນເວລາ 6:30 ຂອງວັນຈັນທີ 12/01/2026 ທີ່ສະຖານບ້ານໂພເງີນ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ.ລົດໃຫຍ່ສິແດງຂັບມາຕຳລົດຈັກ ແລະ...

ແຈ້ງການເກີດແຜ່ນດິນໄຫວ ພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງລາຍລະອຍດດັ່ງລຸ່ມນີ້:

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ລາຍງານເຫດການເກີດແຜ່ນດິນໄຫວ ພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ ປະຈຳວັນທີ 11 ທັນວາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 12 ມັງກອນ 2026 ເວລາ 7:00 ໂມງເຊົ້າ, ເຫດການແຜ່ນດິນໄຫວເກີດຂຶ້ນລວມທັງໝົດ 3 ຄັ້ງ ເຊິິ່ງມີລາຍລະອຽດດັ່ງນີ້:

ສູນອະນຸລັກສັດປ່າລາວຈະເປີດອີກຄັ້ງໃນວັນທີ 19 ມັງກອນ 2026 ນີ້

ສູນອະນຸລັກສັດປ່າລາວ (ມູນນິທິອະນຸລັກສັດປ່າລາວ) ແຕ່ກ່ອນຕັ້ງຢູ່ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ (ສວນສັດບ້ານເກິນເກົ່າ), ປະຈຸບັນ ແມ່ນໄດ້ຍ້າຍສະຖານທີ່ ປຸກສ້າງໃໝ່ ແລະ ຈະເປີດຢ່າງເປັນທາງການ ໃນວັນທີ 19 ມັງກອນ 2026 ນີ້ຢູ່ໃກ້ກັບ ສະຖານທີ່ທ່ອງທ່ຽວ ນໍ້າປ່ຽນ ຢໍລະປາ ນະຄອນຫຼວງວຽງຈັນ. ສູນອະນຸລັກສັດປ່າລາວ ບໍ່ແມ່ນບ່ອນສຳລັບກັກຂັງສັດ ເພື່ອໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມ ແຕ່ເປັນ...

Latest news

- Advertisement -spot_img