- Advertisement -spot_img

AUTHOR NAME

Jenjila

225 POSTS
0 COMMENTS

ພົບສົບຜູ້ເສຍຊີວິດໄຫຼນ້ຳມາ ເປັນເພດຊາຍ ສັນຊາດອັງກິດ

ເວລາປະມານ 10:36 ໂມງ ຂອງມື້ວານນີ້, ປະຊາຊົນໄດ້ພົບເຫັນຄົນເສຍຊີວິດໄຫຼນ້ຳມາຄ້າງຢູ່ບໍລິເວນບ້ານດອນເດດ ເມືອງໂຂງ ແຂວງຈໍາປາສັກ.ຕາມການລາຍງານເບື້ອງຕົ້ນລະບຸວ່າ: ສົບທີ່ເສຍຊີວິດນັ້ນ ແມ່ນເປັນເພດຊາຍ ສັນຊາດອັງກິດ ອາຍຸ ປະມານ 50 ປີ ເສຍຊີວິດໃນທ່າເປືອຍກາຍ. ປັດຈຸບັນ, ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຈໍາປາສັກໄດ້ມ້ຽນຄາບສົບແລ້ວນຳສົ່ງໂຮງໝໍແຂວງຈຳປາສັກ (ໂຮງເຢັນ) ເພື່ອລໍຖ້າຍາດມາຮັບສົບ. ທີ່ມາ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຈໍາປາສັກ

ລາຍງານສະພາບອາກາດປະຈໍາວັນທີ 15 ມັງກອນ ປີ 2026

ມວນອາກາດໜາວເຢັນຈະສືບຕໍ່ອ່ອນກໍາລັງລົງ, ຍັງຈະປົກຄຸມທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ ພ້ອມມີລົມພັດແຮງເປັນບາງໂອກາດ. ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິນ ຫລື...

ສປປ ລາວ ຕັ້ງເປົ້າດຶງດູດ ນັກທ່ອງທ່ຽວ 22 ລ້ານເທື່ອຄົນໃນໄລຍະ 5 ປີຕໍ່ໜ້າ.

ລັດຖະບານແຫ່ງ ສປປ ລາວ ໄດ້ວາງຄາດໝາຍອັນທ້າທາຍໃນການຊຸກຍູ້ຂະແໜງການທ່ອງທ່ຽວ ໂດຍຄາດການວ່າຈະສາມາດສ້າງລາຍຮັບເຂົ້າປະເທດໄດ້ເຖິງ 8 ຕື້ໂດລາສະຫະລັດ ພ້ອມຕັ້ງເປົ້າດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 22 ລ້ານເທື່ອຄົນ ໃນໄລຍະ 5 ປີຕໍ່ໜ້າ. ຕາມການລາຍງານຂອງໜັງສືພີມວຽງຈັນທາຍ ຕົວເລກຄາດໝາຍໃໝ່ນີ້ ຖືວ່າເປັນກຳລັງຂັບເຄື່ອນສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ເຊິ່ງສູງກວ່າສະຖິຕິໃນໄລຍະ 5 ປີຜ່ານມາ ທີ່ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມທັງໝົດ 20,1 ລ້ານເທື່ອຄົນ....

ວັນທີ 14/01/2026 ເວລາ 12:00 ນາທີ ເກີດເຫດລົດໃຫຍ່ປີ້ນ (ມີຜູ້ເສຍຊີວິດຄາທີ່ ແລະ ບາດເຈັບ)

ເກີດເຫດ ລົດໃຫຍ່ປີ້ນ (ມີຜູ້ ເສຍຊີວິດຄາທີແລະບາດເຈັບ) [ ວັນທີ14/01/2026 ເວລາ12:00ນາທີ ຢູ່ທີເຂດບ້ານນາລ້ອງເມືອງ ຫາດຊາຍຟອງ ນວ ( ລາຍລະອຽດໜ່ວຍກູ້ໄພນະຄອນຫຼວງ1624 ຈະລາຍງານຕາມຫຼັງ ) ໂປດຂັບລົດຢ່າງມີສະຕິ ແລະ ລະມັດລະວັງ ເພາະອຸບັດຕິເຫດເກີດຂຶ້ນໄດ້ຕະຫລອດ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ. ທີ່ມາຂ່າວຈາກ:ໜ່ວຍກູ້ໄພນະຄອນຫຼວງ1624

ນະຄອນລາດຊະສີມາ ປະເທດໄທ ເກີດເຫດ ເຄນຍົກຂົວທາງລົດໄຟຄວາມໄວສູງ ລົ້ມທັບຂະບວນລົດໄຟໂດຍສານ ຕົກລາງ ບາດເຈັບ 55 ຄົນ ແລະ ເສຍຊີວິດ 22 ຄົນ

ເຄນຍົກຂົວທາງລົດໄຟຄວາມໄວສູງ ລົ້ມທັບຂະບວນລົດໄຟໂດຍສານ ຕົກລາງ ບາດເຈັບ 55 ຄົນ ແລະ ເສຍຊີວິດ 22 ຄົນ ສຳນັກຂ່າວສົດ ຂອງໄທລາຍງານວ່າ: ວັນທີ 14 ມັງກອນ 2026 ເວລາ 09:05 ນາທີ ເກີດອຸປະຕິເຫດ ເຄນຍົກຂົວທາງລົດໄຟຄວາມໄວສູງ ລົ້ມທັບຂະບວນລົດໄຟໂດຍສານ ຢູ່ນະຄອນລາດຊະສີມາ ປະເທດໄທ ເຮັດໃຫ້ລົດໄຟຕົກລາງ. ຫລັງເກີດເຫດ...

ລະບຽບການປ່ອນບັດເລືອກຕັ້ງ ວັນເລືອກຕັ້ງ ສສຊ-ສສຂ ນວ ຊຸດທີ X ແມ່ນປ່ອນບັດວັນອາທິດວັນທີ 22/02/2026

ຢູ່ໃນໝວດທີ 6, ມາດຕາ 35 ຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ແລະ ສະພາປະ ຊາຊົນຂັ້ນແຂວງ(ສະບັບປັບປຸງ) ໄດ້ລະບຸໄວ້ວ່າ: ລະບຽບການປ່ອນບັດເລືອກຕັ້ງ ມີດັ່ງນີ້: 1)ສະຖານທີ່ປ່ອນບັດເລືອກຕັ້ງໃຫ້ຈັດໃສ່ບ່ອນທີ່ເຫັນວ່າເໝາະສົມ, ສະດວກດີ ແລະ ມີຄວາມປອດໄພ ເຊັ່ນ: ໂຮງ ຮຽນ,ສະໂມສອນ,ວັດ ຫຼື ສະຖານທີ່ອື່ນ ໂດຍຈັດເປັນຫ້ອງ ສະເພາະ ເພື່ອໃຫ້ຜູ້ປ່ອນບັດ...

ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບ ຜູ້ຕາງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນ

ຂປລ. ໃນວັນທີ 13 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຫລິວ ຮາຍຊິງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນຖານະຜູ້ຕາງໜ້າພິເສດຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ...

ເກີດໄວຣັລ (viral) ຈາກຕ່າງປະເທດເມື່ອພັດສະດຸທີ່ສັ່ງມາຮອດຊ້າເຖິງ 16 ປີ ! ຈົນລືມໄປແລ້ວວ່າເຄີຍສັ່ງ.

ພັດສະດຸມາຮອດຊ້າ 16 ປີ ຮ້ານຂາຍມືຖືໃນລີເບຍ ຫາກໍ່ໄດ້ຮັບພັດສະດຸມືຖື Nokia ທີ່ສັ່ງໄວ້ຕັ້ງແຕ່ປີ 2010 ສາເຫດທີ່ພັດສະດຸມາຮອດຊ້າ ແມ່ນຍ້ອນສົງຄາມກາງເມືອງທີ່ປະທຸຂຶ້ນໃນປີ 2011 ເຮັດໃຫ້ລະບົບໂລຈິສຕິກ, ສຸນລະກາກອນ ແລະ ໂຄງສ້າງພື້ນຖານຂອງປະເທດພັງທະລາຍ ພັດສະດຸຈຶ່ງຖືກທິ້ງຄ້າງຢູ່ໃນໂກດັງເປັນເວລາດົນນານ.ເຈົ້າຂອງຮ້ານກໍບໍ່ສາມາດອົດຫົວບໍ່ໄໄດ້ ເມື່ອເປີດກ່ອງພັດສະດຸພົບໂທລະສັບ ລາວເວົ້າຕິດຕະຫຼົກວ່າ "ນີ້ມັນໂທລະສັບຫຼືວັດຖຸບູຮານກັນແທ້?" ສິນຄ້າທີ່ສົ່ງມານັ້ນລວມເຖິງລຸ້ນລະດັບໄຮເອນຂອງຍຸກນັ້ນ ເຊັ່ນ: ໂທລະສັບລຸ້ນ "Music-edition" ແລະ Nokia...

ລາຍງານສະພາບອາກາດປະຈໍາວັນທີ 14 ມັງກອນ ປີ 2026

ມວນອາກາດໜາວເຢັນໄດ້ອ່ອນກໍາລັງລົງ, ປົກຄຸມທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກ - ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ, ໃນໄລຍະຕອນບ່າຍອາກາດຈະຮ້ອນຂຶ້ນເລັກນ້ອຍ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ...

ໄດ້ໄປລອງໃຊ້ກັນລະບໍ່ ເສັ້ນທາງລົດຖີບ ເສັ້ນຄູວຽງ ແລະ ເສັ້ນທາງແຄມຂອງ ນະຄອນຫລວງວຽງຈັນ

ໂສມໜ້າໃໝ່ ! ຂີດເສັ້ນແບ່ງເລນສຳລັບລົດຖີບ ຢູ່ເສັ້ນທາງຄູວຽງໃນນະຄອນຫລວງວຽງຈັນປັດຈຸບັນ ເສັ້ນທາງຄູວຽງ ແລະ ເສັ້ນທາງແຄມຂອງ ນະຄອນຫລວງວຽງຈັນ ໄດ້ມີການຂີດເສັ້ນແບ່ງທາງ ຫລື ເລນ ສຳລັບລົດຖີບ ແລະ ໃສ່ຫລັກໝາຍເຕືອນສັນຈອນ ເພື່ອຈັດສັນຄວາມເປັນລະບຽບໃນການສັນຈອນ. ຂໍໃຫ້ລະມັດລະວັງ ແລະ ປະຕິບັດຕາມລະບຽບການຢ່າງເຂັ້ມງວດ.

Latest news

- Advertisement -spot_img