- Advertisement -spot_img

AUTHOR NAME

Jenjila

351 POSTS
0 COMMENTS

ລາຍງານສະພາບອາກາດປະຈໍາວັນທີ 2 ມີນາ 2026

ຄວາມກົດດັນຕ່ຳຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ແຂວງພາກເໜືອ, ສ່ວນພາກກາງ ແລະ ພາກໃຕ້ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງຢູ່ໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ):...

ເປີດງານວາງສະແດງຫົວໜ່ວຍຈຸນລະວິສາຫະກິດວິສາຫະກິດຂະໜາດນ້ອຍ-ກາງ ປະຈຳປີ 2026 (Lao MSME Expo 2026)

ວັນທີ 25 ກຸມພາ ປີ 2026, ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ, ງານວາງສະແດງຫົວໜ່ວຍ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງລາວ ປີ 2026 (Lao MSME Expo 2026) ໄດ້ເປີດຂຶ້ນຢ່າງເປັນທາງການ. ພາຍໃຕ້ຫົວຂໍ້: “ຕ່ອງໂສ້ກະສິກຳປຸງແຕ່ງ ແລະ ການທ່ອງທ່ຽວຕິດພັນກັບທຳມະຊາດແບບທົ່ວເຖິງ. ພິທີດັ່ງກ່າວໄດ້ຮັບກຽດຈາກ ພະນະທ່ານ...

ປກສ ແຂວງຈຳປາສັກ ກັກຕົວກຸ່ມຄ້າຂາຍຢາເສບຕິດໄດ້ 6 ຄົນ ພ້ອມຂອງກາງຢາເສບຕິດຫລາຍລາຍການ

ປກສ ແຂວງຈຳປາສັກ ລາຍງານວ່າ: ວັນທີ 16 ກຸມພາ 2026 ເວລາປະມານ 11: 20 ນາທີ ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ສົມທົບກັບພາກສ່ວນກ່ຽວຂ້ອງ ອຳນາດການປົກຄອງບ້ານ ລົງມ້າງຄະດີຢາເສບຕິດ ຢູ່ເຂດບ້ານສະໜາມໄຊ ນະຄອນປາກເຊ ແຂວງຈຳປາສັກ ກັກຕົວຜູ້ຖືກຫາໄດ້ 6...

ລາຍງານສະພາບອາກາດປະຈໍາວັນທີ 26 ກຸມພາ 2026

ຄວາມກົດດັນຕໍ່າຂອງອາກາດຮ້ອນ ໄດ້ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບລົມຕາເວັນຕົກພັດປົກຄຸມພາກເໜືອ ລົງຫາ ພາກກາງ ແລະ ລົມຕາເວັນອອກພັດປົກຄຸມພາກໃຕ້, ເຊິ່ງຈະເຮັດໃຫ້ອາກາດຈະເຢັນຫາ ໜາວເຢັນຢູ່ທົົ່ວໄປໃນຕອນກາງຄືນ ຫາ ຕອນເຊົົ້າຢູ່ແຂວງພາກເໜືອ, ສ່ວນພາກກາງ ແລະ ພາກໃຕ້ ອາກາດຮ້ອນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ,...

ພາຍຸລະດູໜາວຖະຫລົ່ມເຂົ້າສະຫະລັດອາເມລິກາ ພາກຕາເວັນອອກສຽງເໜືອ ຮຸນແຮງທີ່ສຸດໃນຮອບ 10 ປີ

ພາຍຸຫິມະຖາໂຖມພາກຕາເວັນອອກສຽງເໜືອຂອງສະຫະລັດ ຫຼາຍລັດປະກາດສຸກເສີນ ຖ້ຽວບິນຖືກຍົກເລີກນັບພັນຖ້ຽວ ພາຍຸຫິມະຮຸນແຮງໄດ້ພັດຖາໂຖມພາກຕາເວັນອອກສຽງເໜືອຂອງສະຫະລັດ ຕັ້ງແຕ່ລັດ Maryland ຈົນເຖິງ Maine ສົ່ງຜົນໃຫ້ຫຼາຍເມືອງຢຸດຊະງັກ. ຢ່າງໜ້ອຍ 7 ລັດ ລວມທັງນິວຢອກ ແລະ Pennsylvania ໄດ້ປະກາດສະພາວະສຸກເສີນ. ນັກອຸຕຸນິຍົມວິທະຍາລະບຸວ່າ ນີ້ແມ່ນພາຍຸທີ່ຮຸນແຮງທີ່ສຸດໃນຮອບ 10 ປີ ບາງພື້ນທີ່ມີຫິມະສະສົມຫຼາຍກວ່າ 90 ເຊັນຕີແມັດ ສົ່ງຜົນໃຫ້ໂຮງຮຽນປິດ ລະບົບຂົນສົ່ງສາທາລະນະຢຸດໃຫ້ບໍລິການ ແລະ...

ແຈ້ງການປ່ຽນທິດທາງການສັນຈອນ ເພື່ອອຳນວຍຄວາມສະດວກ ໃນການແລ່ນລົດເມ (BRT)

ແຈ້ງການ ຂອງ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ສະບັບເລກທີ 8595/ຍທຂ.ນວ, ລົງວັນທີ 18 ພະຈິກ 2025, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງທຸກພາກສ່ວນ ຊາບວ່າ: ກ່ຽວກັບ ບົດແນະນຳ ການນຳໃຊ້ເສັ້ນທາງ ທີ່ໄດ້ມີການປັບປ່ຽນທິດທາງການສັນຈອນຕາມເສັ້ນທາງ ເພື່ອອຳນວຍຄວາມສະດວກ ໃນການແລ່ນລົດເມ (BRT)...

ລາຍງານສະພາບອາກາດປະຈໍາວັນທີ 24 ກຸມພາ 2026

ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ຫາ ໜາວເຢັນຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ, ສ່ວນຕອນບ່າຍອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ...

ປະທານາທິບໍດີ ໂດໂນ ທຣໍາ ຍົກລະດັບອັດຕາພາສີທົ່ວໂລກຂຶ້ນ 15% ໂດຍມີຜົນບັງຄັບໃຊ້ນັບແຕ່ວັນ 24 ກຸມພາ ເປັນຕົ້ນໄປ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 22 ກຸມພາ ຜ່ານມາວ່າ: ໃນບົດຂຽນເອົາລົງໃນສື່ສັງຄົມ Truth Social ໃນຕອນຄ່ຳວັນທີ 21 ກຸມພາ ຜ່ານມາ ຕາມເວລາທ້ອງຖິ່ນ, ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ປະກາດວ່າ, ສືບຕໍ່ຍົກລະດັບອັດຕາພາສີທົ່ວໂລກສຳລັບບັນດາສິນຄ້ານຳເຂົ້າ ສະຫະລັດ ອາມເລິກາ ແຕ່...

ເກີດເຫດຄົນໂດດຂົວທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ

ຕອນເຊົ້າມືດວັນທີ 23 ກຸມພາ 2026 ເກີດເຫດຄົນໂດດຂົວທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ເພດຊາຍ ອາຍຸ 25 ປີ ປັດຈຸບັນ, ເຈົ້າໜ້າທີ່, ໜ່ວຍງານກູ້ໄພ ແລະ ປະຊາຊົນເຂດດັ່ງກ່າວ ກຳລັງເລັ່ງຄົ້ນຫາ. ພາບ: ຄຳພອນແອເຢັນ ຈຳຫນ່າຍແອບ້ານທຸກຊະນິດ

ແຈ້ງລະດັບຝຸຸ່ນລະອອງ ທີ່ມີຂະໜາດນ້ອຍກວ່າ 2.5 ໄມຄຣອນ (PM 2.5)

ຄ່າວັດແທກຝຸ່ນ PM 2.5 ຂອງກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ຕອນເຊົ້າວັນທີ 23 ກຸມພາ 2026 ເຂດບ້ານອາກາດ ເມືອງສີໂຄດຕະບອງ ດັດຊະນີຄຸນນະພາບອາກາດ 159 AQI (ສີເຫລືອງເຂັ້ມ ເລີ່ມຜົນກະທົບຕໍ່ສຸຂະພາບ). ເຂດບ້ານທົ່ງຂັນຄຳ ເມືອງຈັນທະບູລີ 113 AQI, ເຂດສວນເຈົ້າອານຸ ເມືອງສີສັດຕະນາກ...

Latest news

- Advertisement -spot_img