- Advertisement -spot_img

AUTHOR NAME

Jenjila

351 POSTS
0 COMMENTS

ອັດຕະປື ຫ້າມບໍ່ໃຫ້ຫລິ້ນວ່າວ, ປ່ອຍໂຄມໄຟ ແລະ ວັດຖຸອື່ນໆ ຢູ່ໃກ້ສາຍຕາຂ່າຍໄຟຟ້າ

ແຈ້ງການເຖີງ: ບັນດາທ່ານ ອໍານາດການປົກຄອງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຫຼື ຜູ້ຊົມໃຊ້ໄຟຟ້າ ພາຍໃນແຂວງອັດຕະປື ເພື່ອຊາບ. ເລື່ອງ: ຂໍຄວາມຮ່ວມມືນໍາທຸກພາກສ່ວນ ບໍ່ໃຫ້ຫຼິ້ນວ່າວ,ປ່ອຍໂຄມໄຟ ແລະ ວັດຖຸອື່ນໆ ທີ່ຈະພາໃຫ້ປິວໄປກະທົບໃສ່ສາຍຕາຂ່າຍໄຟຟ້າ 22ກິໂລໂວນ ແລະ 115 ກິໂລໂວນ. - ອີງຕາມ: ກົດໝາຍວ່າດ້ວຍໄຟຟ້າ ສະບັບປັບປຸງ ເລກທີ 19/ສພຊ ນະຄອນຫຼວງວຽງຈັນ ວັນທີ...

ແຈ້ງການເສຍຄ່າທຳນຽມທາງປະຈຳປີ 2026

ຂໍເຊີນຊວນບັນດາທ່ານຊຳລະຄ່າທຳນຽມທາງ ປະຈຳປີ 2026 ນັບແຕ່ມື້ນີ້ເປັນຕົ້ນໄປ. ທ່ານສາມາດຊຳລະຄ່າທໍານຽມທາງ ປະຈໍາປີ 2026 ໄດ້ແລ້ວນັບ ແຕ່ມື້ນີ້ຮອດວັນທີ 31 ມີນາ 2026 ຈະບໍ່ມີຄ່າປັບໄໝ. ສ່ວນການຊໍາລະຄ່າທໍານຽມທາງຈະມີ 2 ຮູບແບບຄື: ຊໍາລະຜ່ານລະບົບທະນາຄານໂດຍການນໍາໃຊ້ແອັບພິເຄຊັນ (Application) ຂອງບັນດາທະນາຄານທີ່ເຂົ້າຮ່ວມໂຄງການເຊັ່ນ : ທະນາຄານການຄ້າຕ່າງປະເທດລາວມະຫາຊົນ , ທະນາຄານລາວພັດທະນາ, ທະນາຄານຮ່ວມພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານລາວ-ຫວຽດ...

ລາຍງານສະພາບອາກາດປະຈໍາວັນທີ 4 ມີນາ 2026

ຄວາມກົດດັນສູງຂອງອາກາດເຢັນຍັງສືບຕໍ່ແຜ່ລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ແຂວງພາກເໜືອ, ສ່ວນພາກກາງ ແລະ ພາກໃຕ້ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ, ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ...

ແຈ້ງປັບຂຶ້ນລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 04/03/2026

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 04/03/2026 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0345/ກຄພນ ລົງວັນທີ 03.ມນ. 2026 ແອັດຊັງພິເສດ +1,120 ກີບ ແອັດຊັງທໍາມະດາ +890ກີບ ກາຊວນ +1,960 ກີບ ອ່ານລາຍລະອຽດເພີ່ມເຕິມດັ່ງລຸາມນີ້:

ກັກລົດໄດ້ແລ້ວ!! ກໍລະນີລົດໃຫຍ່ຄັນສີແດງຕຳສອງແມ່ລູກແລ້ວໜີ ຢູ່ບ້ານວັງຊາຍ ປັດຈຸບັນຕຳຫຼວດເອົາລົດໄປໄວ້ກອງຄະດີແລ້ວເພື່ອດຳເນີນຄະດີຕາມຂັ້ນຕອນ.

ກັກລົດໄດ້ແລ້ວ!! ກໍລະນີລົດໃຫຍ່ຄັນສີແດງຕຳສອງແມ່ລູກແລ້ວໜີ ຢູ່ບ້ານວັງຊາຍ ປັດຈຸບັນຕຳຫຼວດເອົາລົດໄປໄວ້ກອງຄະດີແລ້ວເພື່ອດຳເນີນຄະດີຕາມຂັ້ນຕອນ.

ຢຸດໃຫ້ບໍລິການຖ້ຽວບິນຊົ່ວຄາວ ຖ້ຽວບິນຂອງສາຍການບິນ ລາວສະກາຍເວ (LAO SKYWAY) ເສັ້ນບິນ ວຽງຈັນ-ຜົ້ງສາລີ-ວຽງຈັນ ຖ້ຽວບິນ LK202-203 ແລະ ວຽງຈັນ-ໄຊຍະບູລີ-ວຽງຈັນ ຖ້ຽວບິນ LK204-205 ຈົນກວ່າຈະມີແຈ້ງການ ສະບັບໃໝ່.

ບໍລິສັດ ລັດວິສະຫະກິດ ລາວເດີນອາກາດ ແຈ້ງການໃຫ້ຊາບວ່າ: ຖ້ຽວບິນຂອງສາຍການບິນ ລາວສະກາຍເວ/ LAO SKYWAY, ເສັ້ນບິນ ວຽງຈັນ-ຜົ້ງສາລີ-ວຽງຈັນ ຖ້ຽວບິນ LK202-203 ແລະ ວຽງຈັນ-ໄຊຍະບູລີ-ວຽງຈັນ ຖ້ຽວບິນ LK204-205 ຈະໄດ້ຢຸດໃຫ້ບໍລິການຊົ່ວຄາວແກ່ລູກຄ້າ, ເລີ່ມແຕ່ວັນທີ 6 ມີນາ 2026 ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການ ສະບັບໃໝ່.

ລາຍງານສະພາບອາກາດປະຈໍາວັນທີ 3 ມີນາ 2026

ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ແຂວງພາກເໜືອ, ສ່ວນພາກກາງ ແລະ ພາກໃຕ້ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງຢູ່ໃນແຕ່ລະພາກຕື່ມອີກ. ພາກເໜືອດ້ານຕາເວັນອອກ: (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ...

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟ ໃນຊ່ວງໄລຍະຄວາມບໍ່ສະຫງົບໃນພາກພື້ນຕາເວັນອອກກາງ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟ ໃນຊ່ວງໄລຍະຄວາມບໍ່ສະຫງົບໃນພາກພື້ນຕາເວັນອອກກາງ ລາຍລະອຽດດັ່ງລຸ່ມນີ້: ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍກົມກ່ຽວຂ້ອງ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບັນດາບໍລິສັດນຳເຂົ້າ ນໍ້າມັນເຊື້ອໄຟ ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບຜົນກະທົບຂອງສົງຄາມຢູ່ຕະເວັນອອກກາງ ແລະ ມາດຕະການ, ກົນໄກການກະກຽມຄວາມພ້ອມຮັບມືກັບສະຖານະການດັ່ງກ່າວ ໂດຍໃຫ້ກຽດເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ...

ລັດຖະບານຈະສູ້ຊົນເໜີ ມໍລະດົກວັດທະນະທໍາຫລາຍປະເພດ ເຂົ້າເປັນມໍລະດົກໂລກ

ຂປລ. ໃນໄລຍະ 5 ປີຕໍ່ໜ້າ (2026-2030) ລັດຖະບານແຫ່ງ ສປປ ລາວ ຈະສູ້ຊົນສະເໜີມໍລະດົກວັດທະນະທໍານາມມະທໍາ “ລາບ, ພິທີສູ່ຂວັນ, ປູ່ເຍີ-ຍ່າເຍີ, ບຸນປີໃໝ່ລາວ, ເຂົ້າຕົ້ມ-ເຂົ້າ ຫລາມ” ເຂົ້າເປັນມໍລະດົກວັດທະນະທໍາຂອງມວນມະນຸດ ແລະ ສູ້ຊົນສະເໜີແຫ່ງມໍລະດົກອຸທິຍານ ແຫ່ງຊາດນາກາຍ-ນໍ້າເທີນ, ເສົາຫີນຕັ້ງແຂວງຫົວພັນ ແລະ ທາດອີງຮັງ ເປັນມໍລະດົກໂລກ ຈາກອົງ...

ມຊ. ປະກາດປ່ຽນໂລໂກ້ໃໝ່! ເລີ່ມນຳໃຊ້ຢ່າງເປັນທາງການ 1 ມີນາ 2026 ນີ້ ເພື່ອໃຫ້ສອດຄ່ອງກັບກະຊວງສຶກສາທິການ ແລະ ກິລາ

​ ມະຫາວິທະຍາໄລແຫ່ງຊາດ (ມຊ) ອອກແຈ້ງການສຳຄັນກ່ຽວກັບການປ່ຽນແປງສັນຍະລັກ ຫຼື ໂລໂກ້ (Logo) ໃໝ່ ເພື່ອຍົກລະດັບຮູບລັກສະນະ ແລະ ເນື້ອໃນໃຫ້ມີຄວາມໝາຍສອດຄ່ອງໄປໃນທິດທາງດຽວກັນກັບໂລໂກ້ໃໝ່ຂອງກະຊວງສຶກສາທິການ ແລະ ກິລາ. ​ອີງຕາມແຈ້ງການຈາກ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ອ້າງອີງຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 673/ສກ; ລົງວັນທີ 20 ກຸມພາ 2026, ໄດ້ມີທິດຊີ້ນຳໃຫ້ທຸກພາກສ່ວນທີ່ຂຶ້ນກັບ...

Latest news

- Advertisement -spot_img