- Advertisement -spot_img

AUTHOR NAME

Jenjila

228 POSTS
0 COMMENTS

ສພຂ ສະຫວັນນະເຂດ ລົງສຳຫລວດເສັ້ນທາງເລກ 10 ເພື່ອວາງແຜນສ້ອມແປງຄືນໃໝ່

ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນ (ສພຂ) ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ລົງສຳຫລວດແລວທາງເລກທີ RR 6390 ແຕ່ບ້ານສອງຫ້ອງ-ຈອມພູຊ້າງແຫ່ -ບ້ານແກ້ງຍາວ ແລະ ແຕ່ບ້ານແກ້ງຍາວ-ທາງເລກທີ PR 6304...

ລາຄານ້ຳມັນດິບຢູ່ໃນລະດັບຕ່ຳຫຼັງຈາກຫຼຸດລົງສອງວັນຕິດຕໍ່ກັນ ທ່າມກາງຄວາມກັງວົນກ່ຽວກັບສະພາບນ້ຳມັນລົ້ນຕະຫຼາດ

ບລູມເບີກ "Bloomberg" ລາຍງານວ່າ ລາຄານ້ຳມັນດິບເວສເທັກຊັສອິນເຕີມີເດຍ (WTI) ປັບຕົວເພີ່ມຂຶ້ນເໜືອ 58 ໂດລາຕໍ່ບາເຣວໃນວັນນີ້ (10 ທັນວາ 2025) ຫຼັງຈາກຫຼຸດລົງ 3% ໃນສອງວັນເຮັດວຽກກ່ອນໜ້ານີ້ ໃນຂະນະທີ່ລາຄານ້ຳມັນດິບເບຣນທ໌ ປິດຢູ່ປະມານ 62 ໂດລາ. ສະຫະລັດອາເມລິກາກ່າວວ່າ ການຜະລິດນ້ຳມັນດິບພາຍໃນປະເທດຈະບັນລຸລະດັບສູງສຸດເປັນປະຫວັດການທີ່ 13.6 ລ້ານບາເຣວຕໍ່ວັນໃນປີນີ້ ເຊິ່ງເປັນການເພີ່ມປະລິມານອຸປະທານທີ່ໄຫຼເຂົ້າສູ່ຕະຫຼາດໂລກ "ບໍ່ວ່າຈະເປັນອຸປະທານລົ້ນຕະຫຼາດ ຫຼື ລົ້ນຕະຫຼາດຫຼາຍ...

ສປປ ລາວ ສາມາດທຳລາຍລະເບີດບໍ່ທັນເເຕກທີ່ຕົກຄ້າງໄດ້ 2 ລ້ານກວ່າໜ່ວຍ

ຂປລ. ນັບເເຕ່ມື້ເລີ່ມໂຄງການເກັບກູ້ລະເບີດຢູ່ ສປປ ລາວ ແຕ່ປີ 1996 ມາຮອດປັດຈຸບັນ, ສາມາດທຳລາຍລະເບີດບໍ່ທັນເເຕກທີ່ຕົກຄ້າງ ໄດ້ທັງໝົດ 2.065.101 ໜ່ວຍ, ສາມາດຄືນພື້ນທີ່ດິນ ໃຫ້ຊຸມຊົນເພື່ອໃຊ້ປະໂຫຍດ ທາງດ້ານກະສິກໍາ, ທີ່ຢູ່ອາໄສ, ການພັດທະນາ ໄດ້ທັງໝົດ 99.580 ເຮັກຕາ. ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຕົກຄ້າງຢູ່...

ລາຍງານສະພາບອາກາດປະຈໍາວັນທີ 10 ທັນວາ ປີ 2025

ມວນອາກາດໜາວເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ທົ່ວໄປຢູ່ໃນແຕ່ລະພາກ, ສໍາລັບແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດຢູ່ແຂວງພາກກາງ ແລະ ພາກໃຕ້. ພາກເໜືອດ້ານຕາເວັນອອກ (ຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ):...

ງົດງາມຫລາຍ ສິຣິທອນ ລີອາລາມວັດ Miss Internationnal 2019 ຜູ້ທີ່ໄດ້ຈັບປ້າຍຂະບວນຕົວແທນປະເທດລາວໃນການເດີນສວນສະໜາມຂອງພິທີເປີດງານກິລາຊີເກມ ຄັ້ງທີ 33

ສຳລັບການເດີນຂະບວນໃນຄັ້ງນີ້ທາງປະເທດໄທ (ເຈົ້າພາບ) ແມ່ນໄດ້ຈັດສັນເອົານາງງາມທີ່ມີຊື່ສຽງ ແລະ ມີອິດທິພົນໃນປະເທດໄທ ເພື່ອມາຄັດເລືອກເປັນຕົວແທນຖືປ້າຍຂະບວນເປັນຕົວແທນຂອງ 11 ປະເທດອາຊຽນ. ສຳລັບຜູ້ທີ່ໄດ້ຮັບໜ້າທີ່ຖືປ້າຍນໍາຂະບວນໃຫ້ປະເທດລາວໃນຄັ້ງນີ້ແມ່ນ ສິຣິທອນ ລີອາລາມວັດ Miss Internationnal 2019 ເປັນຍິງຄົນທຳອິດຂອງປະເທດໄທທີ່ໄດ້ຮັບຕໍາແໜ່ງຊະນະເລີດ ຂອງເວທີ Miss International ທີ່ໄດ້ຈັດຂຶ້ນທີ່ປະເທດຍີ່ປຸ່ນ. ນອກຈາກການເປັນນາງງາມແລ້ວ ສິຣິທອນ ລີອາລາມວັດ ຍັງເປັນແພດ ແລະ ມີບົດບາດຊ່ວຍເຫຼືອສັງຄົມໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດ Covid...

ຮອງປະທານ-ຜູ້ປະຈຳການຄະນະກຳມະການປກຊ-ປກສ ຊຸກຍູ້ວຽກກໍ່ສ້າງສາງສ້ອມແປງເຄື່ອນທີ່ ເລກ 1

ຂປລ. ຕອນບ່າຍວັນທີ 8 ທັນວາ 2025, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານ-ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ໂຄງ ການກໍ່ສ້າງສາງສ້ອມແປງເຄື່ອນທີ່ເລກ 1 ໂດຍການຕ້ອນຮັບຂອງ ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ,...

ເລີ່ມແລ້ວກິລາຊີເກມຄັ້ງທີ 33 ຢ່າງເປັນທາງການ! ລາວສົ່ງທັບ ກິລາ 39 ປະເພດ ຕັ້ງເປົ້າໄວ້ 5 ຄຳ

ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ ປະເທດໄທ ເປັນເຈົ້າພາບ ໄດ້ໄຂຂຶ້ນໃນຕອນຄໍ່າວັນທີ 9 ທັນວາ 2025 ຢູ່ສະໜາມກິລາຣາຊະມັງຄາລາກິລາສະຖານ ນະຄອນຫຼວງບາງກອກ, ໂດຍການໃຫ້ກຽດກ່າວເປີດງານຂອງສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ. ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຕົວແທນຄະນະນຳຈາກ 11 ປະເທດໃນອາຊຽນ ພ້ອມດ້ວຍຄະນະນັກກິລາ ແລະ ມວນຊົນ...

ຂະບວນພຣະສົງຍ່າງທຸດົງ ຢູ່ຜາດ່າງ-ຜາໄດ-ພູກອງເຂົ້າ ແຂວງວຽງຈັນ.

ຂະບວນພຣະສົງຍ່າງທຸດົງ ຢູ່ຜາດ່າງ-ຜາໄດ-ພູກອງເຂົ້າ ແຂວງວຽງຈັນ.ຂໍອະນຸໂມທະນາບຸນ ແດ່ພຣະສົງຜູ້ມີໃຈບໍລິສຸດທັງຫຼາຍ ທີ່ໄດ້ເດີນທາງທຸດົງຜ່ານເສັ້ນທາງອັນສັກສິດ ຂໍໃຫ້ຄວາມສຸກ ຄວາມເຈີນຮຸ່ງ ມີແດ່ທຸກທ່ານ ສາທຸ ສາທຸ ສາທຸ ວັດປ່ານາຂາມ

ເກີດແຜ່ນດິນໄຫວ ຂະໜາດ 3.5 ຣິກເຕີ ຢູ່ເມືອງນານ ແຂວງຫລວງພະບາງ

ເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ ປະຈໍາວັນທີ 09 ທັນວາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 10 ທັນວາ 2025 ເວລາ 7:00 ໂມງເຊົ້າ, ເຫດການແຜ່ນດິນໄຫວເກີດຂຶ້ນ ລວມທັງໝົດ 5...

ອຸປະຕິເຫດລົດໃຫຍ່ຕຳອ້າຍຈົວໃນຂະນະອອກບິນທະບາດ ໄດ້ບາດເຈັບ 2 ອົງ

ມູນນິທິຮ່ວມໃຈ ລາຍງານວ່າ: ໃນວັນທີ 07/12/2025 ເວລາປະມານ 06:50ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ1630 ກໍລະນີ ມີເຫດລົດໃຫຍ່ຕໍາສະມະເນນ ຢູ່ບ້ານໜອງສ້າງທໍ່ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຮັບບາດເຈັບ 2 ອົງ ອົງທີ 1 ອາຍຸ 20 ປີ ວັດໜອງສ້າງທໍ່ ເມືອງໄຊເສດຖາ, ອາການເບື້ອງຕົ້ນແມ່ນບາດເປີກຕາມຕົນໂຕ, ຫົວແຕກ. ອົງທີ 2...

Latest news

- Advertisement -spot_img