- Advertisement -spot_img

AUTHOR NAME

Jenjila

352 POSTS
0 COMMENTS

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ລະຫ່ວາງ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກອງບັນຊາການ, ອົງການຈັດຕັ້ງ ເຂົ້າຮ່ວມ. ທ່ານ ບຸນຈັນ ສີວົງພັນ...

ມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ແຂວງຫຼວງນ້ຳທາ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ວັນທີ 26 ມັງກອນ 2026 ຢູ່ທີສະໂມສອນຂອງແຂວງຫຼວງນໍ້າທາ ໄດ້ຈັດພີທີມອບ - ຮັບໜ້າທີ ເລຂາຄະນະບໍລິຫານງານພັກແຂວງໆຫຼວງນໍ້າທາ ລະຫວ່າງ ສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກແຂວງໆ ແຂວງຫຼວງນໍ້າທາ ຜູ້ເກົ່າ ແລະ ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ຜູ້ໃໝ່,...

ງານເທດສະການອາຫານລາວ ປີ 2026 ຄັ້ງທີ 21 ສະເຫຼີມສະຫຼອງລົດຊາດອາຫານລາວ ທີ່ສວນເຈົ້າອານຸວົງ

ວັນທີ 26–30 ມັງກອນ 2026, ນະຄອນຫຼວງວຽງຈັນກັບມາຄຶກຄື້ນອີກຄັ້ງ ດ້ວຍກິ່ນຫອມ ລົດຊາດ ແລະ ຄວາມພາກພູມໃຈທາງວັດທະນະທຳ ເນື່ອງໃນໂອກາດທີ່ ງານເທດສະການອາຫານລາວ ປີ 2026 ຄັ້ງທີ 21 ຈັດຂຶ້ນທີ່ ສວນເຈົ້າອານຸວົງ ພາຍໃຕ້ຄຳຂວັນ “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ”. ເປັນໜຶ່ງໃນງານດ້ານວັດທະນະທຳທີ່ຍິ່ງໃຫຍ່ທີ່ສຸດຂອງປະເທດ, ງານນີ້ໄດ້ຮວບຮວມເອົາຄວາມຫຼາກຫຼາຍຂອງອາຫານລາວຈາກເໜືອຮອດໃຕ້ ເຊິ່ງມີຮ້ານຄ້າເຂົ້າຮ່ວມຫຼາຍກວ່າ 180...

ສຊປລ ມອບຫຼຽນຊາວໜຸ່ມຕະລຸມບອນ ແລະ ໃບຍ້ອງຍໍໃຫ້ ຄະນະຄູຝຶກ-ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີມອບ-ຮັບຫຼຽນຊາວໜຸ່ມຕະ ລຸມບອນ ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະບໍລິຫານງານທີມໂຄສ, ຄະນະຄູຝຶກ, ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA ຂຶ້ນໃນວັນທີ 27 ມັງກອນນີ້ ທີ່ ສຊປລ ໃຫ້ກຽດມອບຫຼຽນ ແລະ ໃບຍ້ອງຍໍ ໂດຍທ່ານ ທອງລີ ສີສຸລິດ...

ແຈ້ງຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ຕໍ່ການນໍາພັກກອມມູນິດຫວຽດນາມ

ຂປລ. ກອງປະຊຸມແຈ້ງຜົນສໍາເລັດ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 26 ມັງກອນ 2026 ຢູ່ສູນປະຊຸມສາກົນ, ນະຄອນ ຫລວງຮ່າໂນ້ຍ ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ...

ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ ລວມມູນຄ່າ 70,526 ໂດລາ

ຂປລ. ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫລືອເປັນມູນຄ່າປະມານ 70.526 ໂດລາສະຫະລັດ ໃນການສະໜັບສະໜູນ “ໂຄງການກໍ່ສ້າງໂຮງຮຽນປະຖົມປາງທອງ ໃນແຂວງບໍ່ແກ້ວ” ໃນວັນທີ 26 ມັງກອນ 2026 ເພື່ອຍົກລະດັບຄຸນນະພາບການຮຽນ-ການສອນຂອງຄູ-ນັກຮຽນຂອງໂຮງຮຽນດັ່ງກ່າວ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການຈະໃຫ້ການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນ ໃຫ້ແກ່ໂຮງຮຽນປະຖົມບ້ານປາງທອງ ເມືອງຜາອຸດົມ ແຂວງບໍ່ແກ້ວ ເພື່ອຍົກລະດັບໂອກາດໃນການເຂົ້າເຖິງການສຶກສາຊັ້ນປະຖົມ ຂອງເດັກນ້ອຍໃນທ້ອງຖິ່ນ, ຊຶ່ງຕາງໜ້າລົງນາມໂດຍທ່ານ...

ລາຍງານສະພາບອາກາດປະຈໍາວັນທີ 27 ມັງກອນ ປີ 2026

ຄວາມກົດສູງຂອງອາກາດເຢັນ ໄດ້ປົກຄຸມທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູູ່ໃນແຕ່ລະພາກ, ພ້ອມມີໝອກບາງປົກຫຸ້ມຢູູ່ທົົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 09–26 ອົງສາ. ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ,...

ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ

ວັນທີ 23 ມັງກອນ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈຳປີ 2025; ມີ ທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ...

ທຳຄວາມຮູ້ຈັກ “ໄວຣັສນິປາ” (Nipah Virus) ແມ່ນຫຍັງ ສະຫຼຸບອາການ ສາເຫດ ແລະ ວິທີປ້ອງກັນສະບັບເຂົ້າໃຈງ່າຍ

ອົງການອະນາໄມໂລກ (WHO) ຈັດໃຫ້ໄວຣັສນິປາເປັນໜຶ່ງໃນ "ພະຍາດທີ່ຕ້ອງໃຫ້ຄວາມສຳຄັນເປັນລຳດັບຕົ້ນໆ" ເນື່ອງດ້ວຍທ່າແຮງໃນການກໍ່ໃຫ້ເກີດການລະບາດໃຫຍ່ ແລະ ປັດຈຸບັນຍັງບໍ່ມີວັກຊີນປ້ອງກັນ ຫຼື ຢາຮັກສາທີ່ສະເພາະເຈາະຈົງສຳລັບມະນຸດ ສາເຫດ ແລະ ການແຜ່ລະບາດ ໃຜຄືພາຫະຕົວຈິງ? ພາຫະຕາມທຳມະຊາດຂອງໄວຣັສນິປາຄື "ໂຕເຈຍທີ່ກິນໝາກໄມ້" ໂດຍສະເພາະ ໂຕເຈຍແມ່ໄກ່ (Pteropus) ເຊື້ອໄວຣັສຈະອາໄສຢູ່ໃນຕົວຄ້າງຄາວໂດຍທີ່ຄ້າງຄາວບໍ່ສະແດງອາການເຈັບປ່ວຍ ແຕ່ສາມາດແຜ່ເຊື້ອຜ່ານສິ່ງຄັດຫຼັ່ງ ເຊັ່ນ: ນ້ຳລາຍ ປັດສະວະ ຫຼື ອຸດຈະຈາລະ. ຊ່ອງທາງການຕິດຕໍ່ທີ່ຄວນລະວັງ ຈາກສັດສູ່ຄົນ: ການສຳຜັດໂດຍກົງກັບສັດທີ່ຕິດເຊື້ອ...

ຄະນະກຳມະການເລືອກຕັ້ງລະດັບຊາດ ປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ອ່ານລາຍລະອຽດແຈ້ງການຕໍ່ດັ່ງລຸ່ມນີ້:

ຄະນະກຳມະການເລືອກຕັ້ງລະດັບຊາດ ປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ອ່ານລາຍລະອຽດແຈ້ງການຕໍ່ດັ່ງລຸ່ມນີ້:

Latest news

- Advertisement -spot_img