- Advertisement -spot_img

AUTHOR NAME

Jenjila

230 POSTS
0 COMMENTS

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 KV ລາວ-ຈີນ ຄືບໜ້າ 80%

ທ່ານ ວິລະໄຊ ໄຊຫຼວງສີ ວິຊາການບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ EDL-T ສັງກັດພະແນກກໍ່ສ້າງ ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າລາວ-ຈີນ (ພາກລາວ) ຮັບຜິດຊອບປະສານງານໂຄງການຢູ່ສອງແຂວງພາກເໝືອອຸດົມໄຊ ແລະ ຫຼວງນໍ້າທາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 19 ທັນວາຜ່ານມາ ທີ່ສະຖານີໄຟຟ້ານາໝໍ້ 3 ເມືອງນາໝໍ້ ແຂວງອຸດົມໄຊ. ທ່ານໃຫ້ຮູ້ວ່າ: ໂຄງການສາຍສົ່ງ 500 ກິໂລໂວນ (KV) ລະຫວ່າງລາວ-ຈີນ ແມ່ນໂຄງການຍຸດທະສາດອັນສຳຄັນອີກໂຄງການໜຶ່ງ...

ສະພາບອາກາດປະຈໍາວັນທີ 24 ທັນວາ 2025

ຄວາມກົດດັນສູງຂອງອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງໜາວເຢັນ ຫາ ໜາວເຢັນ ຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າຢູ່ເຂດພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ...

ນາຍົກເນັ້ນໃຫ້ ອພສ ສ້າງການຫັນປ່ຽນຮອບດ້ານດຶງດູດສັດທາຂອງປະຊາຊົນ ຕໍ່ພຸດທະສາສະໜາ

ຂປລ. ໃນກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX ວັນທີ 23 ທັນວາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ)ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ທາງດ້ານແນວຄິດຈິນຕະນາການຂອງ ພະສົງ-ສາມະເນນ, ພໍ່ຂາວ,...

ເລຂາພັກແຂວງຈໍາປາສັກ ເນັ້ນໃຫ້ ຄປນ ນະຄອນປາກເຊ ກວດກາຄືນ ແລະ ຄົ້ນຄວ້າ ວິທີມອດໄຟແບບໃໝ່

ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 21 ທັນວາ 2025, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກ ແຂວງຈໍາປາສັກ ພ້ອມດ້ວຍຄະນະ ລົງພື້ນທີ່ເພື່ອຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ໃຫ້ແກ່ຄອບຄົວປະຊາຊົນທີ່ຖືກໄຟໄໝ້ເຮືອນ ຢູ່ບ້ານພະບາດ ນະຄອນປາກເຊ ແຂວງຈຳປາສັກ ທັງນີ້ ກໍເພື່ອເປັນການຢ້ຽມຢາມຖາມຂ່າວ, ແບ່ງເບົາຄວາມທຸກໂສກ,ໃຫ້ການຊ່ວຍເຫລືອ...

ເປີດງານທ່ຽວຊົມດອກຊາກຸຣະ ສະຫລອງຄົບຮອບ 10 ປີ ທີ່ສວນມິດຕະພາບລາວ-ຍີ່ປຸ່ນ

ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ເມືອງວຽງໄຊ ແຂວງຫົວພັນ ໄດ້ເປີດງານທ່ຽວຊົມດອກຊາກຸຣະ ສະເຫລີມສະຫລອງຄົບຮອບ 10 ປີ ການປູກຕົ້ນຊາກຸຣະ ທີ່ສວນຊາກຸຣະລາວ-ຢີ່ປຸ່ນ ຢູ່ເມືອງວຽງໄຊ ໃນວັນທີ 18 ທັນວາ 2025 ໂດຍມີທ່ານ ນາງ ລ້ອງຄໍາ ພອນມີໄຊ ຮອງປະທານຄະນະກໍາມະການປົກຄອງ ແຂວງຫົວພັນ, ທ່ານ...

ຍທຂ ແຂວງວຽງຈັນ ເຊັນ MOU ກັບ ບໍລິສັດເອກະຊົນ ການສຶກສາສຳຫຼວດ-ອອກແບບໂຄງການຟື້ນຟູແລະບູລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດເລກທີ 13 ເໜືອ ເມືອງກາສີ ແຂວງວຽງຈັນ – ຊາຍແດນແຂວງຫຼວງພະບາງ

ແຫຼ່ງຂ່າວຈາກ ພະແນກໂຍທາທິການແລະຂົນສົ່ງແຂວງວຽງຈັນລາຍງານໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກດັ່ງກ່າວມີຂຶ້ນໃນວັນທີ 19 ທັນວາ 2025 ນີ້ ຢູ່ທີ່ພະແນກໂຍທາທິການແລະຂົນສົ່ງແຂວງວຽງຈັນ. ທ່ານ ນ. ຄຳຫຼ້າ ບັນນະວົງ ຫົວໜ້າ ຂະແໜງຈັດຕັ້ງບໍລິຫານ,ແຜນການແລະການເງິນ ພະແນກໂຍທາທິການແລະຂົນສົ່ງ ໄດ້ຂຶ້ນຜ່ານຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈ MOU ວ່າ: ເພື່ອສຶກສາສຳຫຼວດ-ອອກແບບໂຄງການຟື້ນຟູ ແລະ ບູລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດເລກທີ 13 ເໜືອ ຊ່ວງເມືອງກາສີ ແຂວງວຽງຈັນ...

ພົບສົບອີກ 1 ຄົນ ອາຍຸ 3 ປີ ເພດຍິງ ຜູ້ເປັນລູກ ເຫດເຮືອຕໍາໂງ່ນຫີນ ຍັງສືບຕໍ່ຄົ້ນຫາອີກ 1 ຄົນ

ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຫຼວງພະບາງ ລາຍງານວ່າ: ຕອນເຊົ້າຂອງວັນທີ 23 ທັນວາ 2025 ເວລາ 07:34 ນາທີ ໄດ້ຮັບແຈ້ງວ່າ ພົບເຫັນສົບຄົນເສຍຊີວິດ ຢູ່ເຂດບ້ານສາຍລົມ ເມືອງຫລວງພະບາງ ແຂວງຫລວງພະບາງ (ຈາກກໍລະນີເຫດເຮືອຕຳໂງ່ນຫີນ ໃນວັນທີ 18 ທັນວາ 2025 ຜ່ານມາ ຢູ່ບໍລິເວນຖ້ຳຕິ່ງເມືອງປາກອູ) ເຊິ່ງສົບທີ່ພົບເຫັນ ເປັນເພດຍິງ ຜູ້ເປັນລູກຊື່ນາງ...

ໄຟຟ້າລາວ ເລັ່ງປະຕິຮູບອົງກອນ, ປັບໂຄງສ້າງໜີ້ສິນ, ເຈລະຈາເຂື່ອນ ຫຼຸດຄ່າໄຟພາຍໃນປະເທດ

ລັດວິສາຫະກິດໄຟຟ້າລາວກຳລັງເລັ່ງການປະຕິຮູບຄັ້ງໃຫຍ່ໂດຍສຸມໃສ່ 3 ແກນຫຼັກ ຄື ການປະຕິຮູບອົງກອນ,  ການປັບໂຄງສ້າງໜີ້ສິນ ແລະ ການເຈລະຈາຫຼຸດຄ່າໄຟ ເພື່ອແກ້ໄຂວິກິດການເງິນ ແລະ ຫຼຸດຕົ້ນທຶນໃຫ້ຜູ້ບໍລິໂພກ. ທ່ານ ອາຄົມເດດ ວົງໄຊ ອຳນວຍການໄຟຟ້າລາວ ກ່າວໃນກອງປະຊຸມຄະນະກຳມະການປະຕິຮູບລັດວິສາຫະກິດ ວັນພຸດທີ່ຜ່ານມາ. ການປະຕິຮູບອົງກອນຂອງໄຟຟ້າລາວເປັນການປ່ຽນແປງຢ່າງຮາກຖານ ໂດຍໄດ້ດຳ ເນີນການປັບປຸງໂຄງຮ່າງມາແລ້ວ 4 ຄັ້ງ ເພື່ອເພີ່ມປະສິດທິພາບ ແລະ ຄວາມໂປ່ງ ໃສ. ທ່ານອຳນວຍການກ່າວວ່າ: ...

ລາຍງານສະພາບອາກາດປະຈໍາວັນທີ 23 ທັນວາ ປີ 2025.

ພະຍາກອນອາກາດປະຈຳວັນລາຍລະອຽດຕາມແຈ້ງການດັ່ງລຸ່ມນີ້: ຄວາມກົດດັນສູງຂອງອາກາດເຢັນມີກໍາລັງອ່ອນ ຍັງຈະສືບຕໍ່ປົກຄຸມຢູູ່ທົົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງເຢັນ ຫາ ໜາວເຢັນຢູູ່ທົົ່ວໄປໃນຕອນກາງຄືນ ຫາ ຕອນເຊົົ້າ, ສ່ວນຕອນບ່າຍອາກາດຮ້ອນ ແລະ ອາກາດຈະໜາວເຢັນຫລາຍຢູູ່ເຂດພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ຈະມີລົມພັດແຮງຢູູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ...

Latest news

- Advertisement -spot_img