- Advertisement -spot_img

AUTHOR NAME

Jenjila

351 POSTS
0 COMMENTS

ແຈ້ງປັບຂຶ້ນລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 10/03/2026

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 10/03/2026 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0379/ກຄພນ ລົງວັນທີ 09.ມນ. 2026 ແອັດຊັງພິເສດ +6,560 ກີບ ແອັດຊັງທຳມະດາ +5,030 ກີບ ກາຊວນ +3,550 ກີບ.

ລາຍງານສະພາບອາກາດປະຈໍາວັນທີ 10 ມີນາ 2026

ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ຍັງປົກຄຸມຢູູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນຢູູ່ຕື່ມອີກໃນແຕ່ລະພາກ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູູ່ເຂດພາກເໜືອ ພ້ອມຈະມີລົມພັດແຮງເປັນບາງໂອກາດ ຢູູ່ເຂດພາກກາງ ລົງຫາ ພາກໃຕ້.

ເຝົ້າລະວັງ! ຝົນຕົກໜັກ ແລະ ລົມພັດແຮງຢູ່ພາກເໜືອ ແລະ ພາກໃຕ້ ການປົກຫຸ້ມຝົນ 40-45% ຂອງພື້ນທີ່

ກົມອຸຕຸນະຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດ ປະຈໍາວັນທີ 6 ມີນາ 2026, ເວລາ 12:00 ໂມງຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ແຂວງພາກເໜືອ, ສ່ວນຕອນບ່າຍອາກາດຈະຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ...

ຂະບວນລົດນ້ຳມັນ 4 ແສນລິດຈາກປະເທດຫວຽດນາມ ກຳລັງລຳລຽງສູ່ຊຽງຂວາງຜ່ານດ່ານສາກົນນໍ້າກັ່ນ

ຫ້ອງກວດສອບ ຄຸນນະພາບ ນ້ຳມັນເຊື້ອໄຟ ທົ່ວປະເທດ ກະຊວງ ອຸດສາຫະກຳແລະການຄ້າ ລາຍງານວ່າ: ວັນທີ 4 ມີນາ 2026 ທີ່ດ່ານສາກົນນໍ້າກັ່ນ ແຂວງຊຽງຂວາງ ລົດຂົນສົ່ງນໍ້າມັນເຊື້ອໄຟ ກຳລັງເຂົ້າ 12 ຄັນ ນໍ້າມັນກາຊວນ 420,816 ລິດ ໂດຍບໍລິສັດ ເປໂຕຣຫວຽດນາມອອຍລາວ ຈໍາກັດ. ອ້າງອີງ: ຫ້ອງກວດສອບ...

ລາວ-ສ.ເກົາຫຼີ ຮ່ວມກັນຈັບແກ໋ງສໍ້ໂກງທາງອອນລາຍ 14 ຄົນ

ອີງຕາມ ໜັງສືພິມລາຍວັນ Chosun ilbo ຂອງ ສ. ເກົາຫຼີ ທີ່ອອກໃນວັນທີ 26 ກຸມພາ 2026ຜ່ານມາ ວ່າ: ໃນເດືອນກັນຍາ ທີ່ຜ່ານມາ, ເຈົ້າໜ້າທີ່ ຂອງ ສ. ເກົາຫຼີ ໄດ້ຮ່ວມມື ກັບ ກໍາລັງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ...

ສຳນັກຂ່າວຣອຍເຕີ (Reuters) ລາຍງານວ່າ”ເງິນສົດ” ກາຍເປັນສິ່ງສຳຄັນທີ່ສຸດໃນຕະຫຼາດໂລກ”ນ້ຳມັນ-ໂດລາ” ພຸ່ງຂຶ້ນສວນທາງກັບ “ຮຸ້ນ-ທອງ-ພັນທະບັດ”

ສຳນັກຂ່າວຣອຍເຕີ (Reuters) ລາຍງານວ່າ "ເງິນສົດ" ໄດ້ກາຍເປັນສິ່ງທີ່ສຳຄັນທີ່ສຸດໃນຕະຫຼາດໂລກ ທ່າມກາງຄວາມຂັດແຍ້ງທີ່ທະວີຄວາມຮຸນແຮງຂຶ້ນໃນຕາເວັນອອກກາງ. ເຫດການນີ້ສົ່ງຜົນໃຫ້ລາຄາຄຳ, ພັນທະບັດ ແລະ ຮຸ້ນ ຕົກລົງພ້ອມກັນ ຊຶ່ງເຮັດໃຫ້ຮູບແບບຂອງສິນຊັບປ້ອງກັນຄວາມສ່ຽງແບບເດີມກຳລັງປ່ຽນແປງໄປ. “ເງິນໂດລາ” ຖືກເລືອກ ແລະ ມີຄວາມໂດດເດັ່ນໃນຖານະສິນຊັບທີ່ປອດໄພໃນສາຍຕາຂອງນັກລົງທຶນ. ໃນຂະນະທີ່ ລາຄານ້ຳມັນດິບເບຣນທ໌ (Brent) ໄດ້ປັບຕົວສູງຂຶ້ນແຕະລະດັບ 83.60 ໂດລາຕໍ່ບາເຣລ ໃນມື້ນີ້. ສະຫຼຸບປະເດັນສຳຄັນ: ເງິນສົດ (ໂດຍສະເພາະໂດລາ): ກາຍເປັນບ່ອນພັກເງິນທີ່ປອດໄພທີ່ສຸດໃນເວລານີ້. ສິນຊັບອື່ນໆ:...

ພົບເຫັນລະເບີດ 9 ໜ່ວຍ ຂະໜາດ 500 ປອນ ແລະ 250 ປອນ ຢູ່ແຄມນໍ້າເຊກອງ

ໂຄງການເກັບກູ້ລະເບີດ ແຫ່ງຊາດ ລາຍງານວັນທີ 4 ມີນາ 2026 ໄດ້ຮັບແຈ້ງຈາກປະຊາຊົນ ວ່າ ພົບເຫັນລະເບີດໃຫຍ່ 9 ໜ່ວຍ ຢູ່ແຄມແມ່ນໍ້າເຊກອງ ເຂດບ້ານບາກ ແລະ ບ້ານກຣຸງຕາສິງ, ເມືອງ ກະລຶມ ແຂວງເຊກອງ ເນື່ອງຈາກນໍ້າບົກແຫ້ງ ແລະ ມີການເຊາະເຈື່ອນຂອງຕາຝັ່ງ. ຜ່ານການລົງເຄື່ອນໄຫວ ພິສູດ ທາງດ້ານວິຊາການ ຈຶ່ງຮູ້ວ່າ...

ລາຍງານສະພາບອາກາດປະຈໍາວັນທີ 5 ມີນາ 2026

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົົ້າຢູູ່ແຂວງພາກເໜືອ, ສ່ວນພາກກາງ ແລະ ພາກໃຕ້ ອາກາດຮ້ອນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູູ່ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງເປັນບາງໂອກາດຢູູ່ໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ):...

ເກີດເຫດລົດຕູ້ເສຍຫລັກປີ້ນ ບາດເຈັບ 1 ຄົນ ຢູ່ບ້ານນາຄວາຍກາງ ເມືອງຫາດຊາຍຟອງ

ເກີດເຫດລົດຕູ້ເສຍຫລັກປີ້ນ ບາດເຈັບ 1 ຄົນ ຢູ່ບ້ານນາຄວາຍກາງ ເມືອງຫາດຊາຍຟອງ ຫນ່ວຍກູ້ໄພ 1623 ຈຸດດົງໂດກ ລາຍງານວ່າ: ວັນທີ 3 ມີນາ 2026 ເວລາ 20:15 ນາທີ ເກີດອຸປະຕິເຫດລົດຕູ້ເສຍຫລັກປີ້ນລົງຂ້າງທາງ ຢູ່ບ້ານນາຄວາຍກາງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ບາດເຈັບ 1 ຄົນ ເພດຊາຍ...

ເກີດເຫດຄົນໂດດຂົວ ຂ້າມນໍ້າຂອງ ນະຄອນປາກເຊ ໃນຕອນເຊົ້າຂອງວັນທີ 4 ມີນາ 2026

ທີ່ຂົວຂ້າມແມ່ນໍ້າຂອງ, ນະຄອນ ປາກເຊ ຫາ ເມືອງໂພນທອງ ແຂວງຈໍາປາສັກ, ເຊົ້າວັນທີ 4 ມີນາ 2026, ມີຄົນໂດດຂົວ. ທີ່ເກີດເຫດພົບເຫັນ ລົດຈັກ 1 ຄັນ, ໂທລະສັບ, ບັດປະຈໍາຕົວ, ເສື້ອ ແລະເກີບ. ປະຈຸບັນເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງກວດກາພື້ນທີ່ ແລະ ຄົ້ນຫາ ຜູ້ສູນຫາຍ. ພາບຈາກ ປະຊາຊົນ ປາກເຊ

Latest news

- Advertisement -spot_img