23 C
Vientiane
ວັນທີ 10 December, 2025

ສ.ອາເມລິກາ ຮັບດຳລົງຕຳແໜ່ງເປັນປະທານ ຈີ 20 ຢ່າງເປັນທາງການ

Must read

ວິທະຍຸ ກະຈາຍສຽງ ຫວຽດນາມ, ນັບແຕ່ ຕົ້ນເດືອນທັນວານີ້ ສ.ອາເມລິກາ ຮັບດຳລົງຕຳແໜ່ງ ປະທານກຸ່ມ ລັດຖະມົນຕີ ກະຊວງການເງິນ ແລະ ຜູ້ວ່າການ ທະນາຄານສູນກາງ 20 ທ່ານ ຂອງ 20 ພື້ນຖານ ເສດຖະກິດໃຫ່ຍກວ່າໝູ່ ໃນໂລກ (ຈີ 20) ປີ 2026 ຢ່າງເປັນທາງການ ພ້ອມທັງ ໃຫ້ຮູ້ວ່າ: ໂຄງການດຳເນີນງານ ຈະສຸມໃສ່ ຊຸກຍູ້ການເຕີບໂຕເສດຖະກິດ ແລະ ວັດທະນາຖາວອນ. ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ບັນດາບຸລິມະສິດ ໃນອາຍຸການເປັນປະທານຂອງຕົນ,ໃຫ້ຄຳໝັ້ນສັນຍາ ປະຕິບັດ ບັນດາການປະຕິຮູບ ທີ່ຈຳເປັນ ແລະ ນຳ ຈີ 20 ກັບຄືນສຸມໃສ່ ພາລະກຳຫລັກ ນັ້ນແມ່ນຊຸກຍູ້ ການເຕີບໂຕເສດຖະກິດ ແລະ ວັດທະນາຖາວອນ. ຖະແຫລງການ ຂອງກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ ວໍຊິງຕັນ ຈະບຸລິມະສິດ 3 ບັນຫາຫຼັກ, ລວມມີ: ຈຳກັດພາລະ ດ້ານກົດໝາຍ, ເປີດລະບົບຕ່ອງໂສ້ ການສະໜອງພະລັງງານ ທີ່ປອດໄພ ແລະ ລາຄາເໝາະສົມ. ສຸດທ້າຍແມ່ນນຳໜ້າ ໃນບັນດາເຕັກໂນໂລຊີ ແລະ ການປ່ຽນແປງໃໝ່.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article