
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍດົນມານີ້, ອົງການປະເທດ ຜູ້ສົ່ງອອກ ນ້ຳມັນເຊື້ອໄຟ ຫລື ໂອເປັກ ໄດ້ອອກຖະແຫລງການວ່າ: ປະເທດຜະລິດ ນ້ຳມັນເຊື້ອໄຟລາຍໃຫຍ່ ທີ່ເປັນສະມາຊິກ ໂອເປັກ ແລະ ນອກໂອເປັກ ທັງໝົດ 8 ປະເທດໄດ້ຕົກລົງວ່າ: ຈະຮັກສາ ແຜນການປະລິມານ ການຜະລິດ ທີ່ຖືກກຳນົດໄວ້ ໃນຕົ້ນເດືອນພະຈິກປີນີ້, ໂຈະການເພີ່ມຜະລິດໃນ 3 ເດືອນຕົ້ນປີ 2026, ເຊິ່ງຈະຮັກສາ ປະລິມານ ການຜະລິດເທົ່າກັນກັບ ເດືອນທັນວາປີ 2025. ຂະນະທີ່ ຜູ້ຕາງໜ້າຂອງ ອາຣັບບີ ຊາອູດິດ, ຣັດເຊຍ, ອີຣັກ, ສະຫະລັດ ອາຣັບ ເອມີເຣດ, ກູເວດ, ກາຊັກ ສະຖານ,ອານເຊຣີ ແລະ ໂອມັນ ໄດ້ຈັດກອງປະຊຸມ ທາງອອນລາຍ ເພື່ອປຶກສາຫາລື ກ່ຽວກັບ ສະຖານະການ ແລະ ອະນາຄົດ ຂອງຕະຫລາດ ນ້ຳມັນເຊື້ອໄຟສາກົນ.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ



