23 C
Vientiane
ວັນທີ 10 December, 2025

ຈາກບົດຄວາມເມື່ອໂລກອິນເຕີເນັດເຕັມໄປດ້ວຍເນື້ອຫາເນັ້ນປະລິມານຈຶ່ງເກີດປາກົດການທີ່ເອິ້ນວ່າ Slop

Must read

ພາສາແມ່ນສິ່ງທີ່ມີຊີວິດຊີວາ. ເມື່ອມີປະກົດການບາງຢ່າງເກີດຂຶ້ນໃນສັງຄົມ ບາງຄັ້ງມະນຸດເລືອກອະທິບາຍປະກົດການເຫຼົ່ານັ້ນຜ່ານຄຳທີ່ມີຢູ່ແລ້ວໃຫ້ເຫັນພາບໄດ້.

ຕົວຢ່າງເຊັ່ນຄຳວ່າ ‘Slop’ ທີ່ມີຄວາມໝາຍຕາມພົດຈະນານຸກົມແຄມບຣິດວ່າ “ເສດອາຫານທີ່ເປັນນ້ຳ ຫຼື ປຽກ ທີ່ມັກຖືກນຳໄປໃຫ້ສັດກິນ” ແຕ່ໃນບັນຍາກາດຂອງໂລກປັດຈຸບັນ ຄຳດັ່ງກ່າວໄດ້ເກີດຄວາມໝາຍໃໝ່ຂຶ້ນມາ ນັ້ນຄືເນື້ອຫາເຊັ່ນ ຄອນເທັນອອນໄລນ໌ ສື່ ສິລະປະ ແລະອື່ນໆ ທີ່ຖືກມອງວ່າສ້າງຂຶ້ນຢ່າງບໍ່ມີຈິດວິນຍານ ຄວາມຄິດສ້າງສັນ ຫຼືຄວາມສາມາດຂອງມະນຸດ ແລະ ມີໄວ້ເພື່ອເຕີມເຕັມພື້ນທີ່ວ່າງຂອງອິນເຕີເນັດເທົ່ານັ້ນ.

ຕົວຢ່າງຂອງການໃຊ້ Slop ສ່ວນຫຼາຍແມ່ນການນຳມັນຕໍ່ຫຼັງສິ່ງຕ່າງໆ ທີ່ຜູ້ເວົ້າຮູ້ສຶກວ່າເກາະ ບໍ່ມີຈິດວິນຍານ ຫຼື ພຽງວ່າບໍ່ມັກ ແລະ ອື່ນໆ ຕົວຢ່າງເຊັ່ນ:

  • Longslop – ໃຊ້ເອີ້ນຄອນເທັນວິດີໂອທີ່ຍາວເກີນໄປແຕ່ຜູ້ເວົ້າຮູ້ສຶກວ່າເສຍເວລາເບິ່ງ.
  • Nostalgia Slop – ໜັງ/ຊີຣີສ໌/ເກມທີ່ຫາກິນກັບຄວາມຮູ້ສຶກໂຫຍຫາອະດີດຂອງຜູ້ຄົນ ອາດຈະມາໃນຮູບແບບຂອງການລິເມກ (ນຳຕົ້ນສະບັບມາສ້າງໃຫມ່ໂດຍໃຊ້ເນື້ອຫາ ການເລົ່າໃນເລື່ອງເກົ່າ ທີ່ອາດຈະເປັນຕົວເດີນເລື່ອງເກົ່າ ຫລື ໃຫມ່ມາປະສົມກັນ) ທີ່ບໍ່ຈຳເປັນ ຫຼື ການໃຊ້ແຟນເຊີວິສແບບບໍ່ມີຊັ້ນເຊີງ.
  • IP Slop – ໜັງທີ່ຜູ້ເວົ້າມອງວ່າຄຸນນະພາບກາງເຖິງຕ່ຳ ເຊິ່ງຜູ້ເວົ້າເຊື່ອວ່າສະຕູດິໂອເຮັດອອກມາພຽງແຕ່ເພາະມີຊັບສິນທາງປັນຍາຢູ່ໃນມື.
  • Rollslop – ການລໍ້ລຽນເກມທີ່ໄດ້ຮັບແຮງບັນດານໃຈມາຈາກຊີຣີສ໌ Dark Souls ວ່າເປັນເກມທີ່ຕົວເອກມ້ວນໜີສັດຕູຕະຫຼອດເກມ.
  • Queerslop – ຄຳວິຈານໜັງ ໜັງສື ແລະຊີຣີສ໌ທີ່ມີການ Queerbait ເພື່ອດຶງດູດຜູ້ຊົມ ຫຼື ຜູ້ອ່ານເຄວຍ (Queer) ໂດຍບໍ່ນຳສະເໜີປະເດັນເຄວຍຍຢ່າງມີເນື້ອມີໜັງ.

ຈາກຕົວຢ່າງທີ່ໃຫ້ມາ ຈະເຫັນໄດ້ວ່າການໃຊ້ຄຳວ່າ Slop ໃຊ້ໄດ້ທັງໃນເຊິງວິພາກວິຈານຈິງຈັງ ວິຈານບໍ່ຈິງຈັງ ເວົ້າເຍາະເຍີ້ຍ ຫຼື ເປັນມຸກຕະຫຼົກກໍໄດ້.

ບໍ່ມີປະຫວັດແນ່ນອນນັກວ່າຄຳວ່າ Slop ຖືກນຳມາໃຊ້ໃນຮູບແບບນີ້ຕັ້ງແຕ່ເມື່ອໃດ ແຕ່ຄຳດັ່ງກ່າວໄດ້ຮັບຄວາມນິຍົມຂຶ້ນມາຢ່າງຫຼວງຫຼາຍຫຼັງຈາກການໃຊ້ Generative AI ຖືກນຳມາໃຊ້ຂຽນບົດຄວາມແລະແຕ້ມຮູບ ຈົນເຮົາເຫັນເນື້ອຫາ AI ຢູ່ທົ່ວໂຊຊຽວມີເດຍເປັນປະຈຳ ຈົນຜູ້ຄົນທີ່ຕໍ່ຕ້ານ AI ເອີ້ນສິ່ງເຫຼົ່ານັ້ນວ່າ AI Slop.

ຄວາມນິຍົມຂອງຄຳວ່າ Slop ໃນປັດຈຸບັນເປັນປະຕິກິລິຍາຕໍ່ທັດສະນະພາບອິນເຕີເນັດ ໃນປັດຈຸບັນຊີວິດຂອງຄົນສ່ວນຫຼາຍບໍ່ສາມາດຫຼີກລ່ຽງມັນໄດ້ ແລະ ອິນເຕີເນັດໃນຍຸກປັດຈຸບັນແມ່ນກະແສຂໍ້ມູນຫຼາຍ ແລະ ຫຼາຍໆ ຢ່າງໃນກະແສນັ້ນມີເອົາໄວ້ເພື່ອ ‘ຜ່ານຕາ’ ເທົ່ານັ້ນ ອາດຈະເປັນໂຄສະນາທີ່ຫລາຍແພລັດຟອມຍິງໃສ່ເຮົາບໍ່ຮູ້ຈົບ ຫຼື ຄອນເທັນທີ່ສ້າງຂຶ້ນໂດຍ AI ທີ່ມີໄວ້ເພື່ອປັ້ມປະລິມານເນື້ອຫາ.

ຕາມບົດຄວາມຕົ້ນສະບັບໄດ້ທີ່: https://plus.thairath.co.th/topic/everydaylife/105887

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article