ປູຕິນແຖງຜ່ານທະລະທັດເມື່ອວານນີ້ (2 ທັນວາ) ໂດຍກ່າວຫາມະຫາອຳນາດເອີຣົບວ່າ ຂັດຂວາງຄວາມພະຍາຍາມຂອງປະທານາທິບໍດີໂດນັລ ທຣັມປ໌ ຜູ້ນຳສະຫະລັດ ໃນການຢຸດສົງຄາມໃນຢູເຄຣນ ໂດຍການຍື່ນຂໍ້ສະເໜີທີ່ພວກເຂົາຮູ້ດີວ່າ “ບໍ່ສາມາດຍອມຮັບໄດ້ໂດຍສິ້ນເຊິງ” ຕໍ່ຣັດເຊຍ ເພື່ອໃຫ້ມີເຫດກ່າວຫາຣັດເຊຍວ່າບໍ່ຕ້ອງການສັນຕິພາບ.
ຜູ້ນຳຣັດເຊຍກ່າວວ່າ ພວກເຮົາບໍ່ໄດ້ວາງແຜນຈະສູ້ກັບເອີຣົບ ຂ້ອຍໄດ້ເວົ້າເລື່ອງນີ້ຫຼາຍຮ້ອຍຄັ້ງແລ້ວ ແຕ່ຖ້າເອີຣົບຕັດສິນໃຈເຮັດສົງຄາມກັບພວກເຮົາ ແລະເປັນຝ່າຍເລີ່ມກ່ອນ ພວກເຮົາກໍພ້ອມທັນທີ ບໍ່ມີຂໍ້ສົງໄສໃດໆໃນເລື່ອງນີ້. ຄຳຖາມຄື ຖ້າເອີຣົບເລີ່ມສົງຄາມກັບພວກເຮົາ ຂ້ອຍເຊື່ອວ່າໃນເວລາບໍ່ດົນ ພວກເຂົາຈະພ່າຍແພ້ທັນທີ. ນີ້ບໍ່ແມ່ນຢູເຄຣນ ສຳລັບຢູເຄຣນ ພວກເຮົາດຳເນີນການແບບສັນຕິພາບ ຢ່າງລະມັດລະວັງ ມັນບໍ່ແມ່ນສົງຄາມເຕັມຮູບແບບໃນຄວາມເຂົ້າໃຈສະໄໝໃໝ່ ແຕ່ຖ້າເອີຣົບເລືອກເລີ່ມສົງຄາມ ສະຖານະການອາດຈະໄປຮອດຈຸດທີ່ບໍ່ມີໃຜໃຫ້ພວກເຮົານັ່ງລົງເຈລະຈາດ້ວຍອີກຕໍ່ໄປ.
ປູຕິນກ່າວວ່າ ມະຫາອຳນາດເອີຣົບໄດ້ທຳໃຫ້ຕົວເອງຫມົດສິດເຂົ້າຮ່ວມການເຈລະຈາສັນຕິພາບຢູເຄຣນ ເນື່ອງຈາກພວກເຂົາຕັດການຕິດຕໍ່ກັບຣັດເຊຍ ປູຕິນກ່າວເຖິງຊາດມະຫາອຳນາດເອີຣົບວ່າ “ພວກເຂົາຢູ່ຝ່າຍຂອງສົງຄາມ”.
ນອກຈາກນີ້ ປູຕິນຍັງຂູ່ວ່າຈະຕັດຂາດການເຂົ້າຖຶງທະເລຂອງຢູເຄຣນ ເພື່ອຕອບໂຕ້ການໂຈມຕີດ້ວຍໂດຣນຕໍ່ເຮືອບັນທຸກນ້ຳມັນຂອງ “ກອງເຮືອເງາ” ຂອງຣັດເຊຍໃນທະເລດຳ.
ປູຕິນກ່າວວ່າ “ທາງອອກທີ່ຮຸນແຮງທີ່ສຸດຄືການຕັດຢູເຄຣນອອກຈາກທະເລ ດັ່ງນັ້ນໃນທາງຫຼັກການແລ້ວ ມັນເປັນໄປບໍ່ໄດ້ທີ່ຈະລະເມີດ” ນອກຈາກນັ້ນ ຣັດເຊຍຈະເພີ່ມການໂຈມຕີສິ່ງອຳນວຍຄວາມສະດວກແລະເຮືອຂອງຢູເຄຣນໃຫ້ເຂັ້ມຂຶ້ນ ແລະຈະໃຊ້ມາດຕະການກັບເຮືອບັນທຸກນ້ຳມັນຂອງປະເທດທີ່ໃຫ້ຄວາມຊ່ວຍເຫຼືອຢູເຄຣນດ້ວຍ.



