23 C
Vientiane
ວັນທີ 12 December, 2025

ທຸກພາກສ່ວນໃນສັງຄົມ ຈົ່ງຊ່ວຍເປັນເຈົ້າການໃນການປົກປັກຮັກສາຍໄຟຟ້າ

Must read

ຂປລ. ແຫລ່ງຂ່າວຈາກ ຈຳປາສັກ ໃຫ້ຮູ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງຈໍາປາສັກ ຮ່ວມກັບລັດວິສາຫະກິດໄຟຟ້າລາວ (ຟຟລ) ສາຂາແຂວງຈໍາປາສັກ ໂດຍການນໍາພາ-ຊີ້ນໍາຂອງຄະນະພັກ-ອົງການປົກຄອງແຂວງ ໄດ້ຈັດກິດຈະກໍາປັບປຸງສ້ອມແປງສາຍໄຟຟ້າ ໃນນະຄອນປາກເຊ ໃນລະຫວ່າງວັນທີ 1-5 ທັນວາ 2025 ເພື່ອເຮັດໃຫ້ລະບົບໄຟເຍືອງທາງ ສະຫວ່າງສະໄຫວ, ສະດວກສະບາຍໃນເວວາສັນຈອນໄປ-ມາ ໂດຍສະເພາະ ໃນຕອນກາງຄືນ ທັງສ້າງເປັນຂອງຂວັນຝາກຕ້ອນສັງຄົມ ແລະ ພໍ່ແມ່ປະຊາຊົນ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຄົບຮອບ 105 ປີ.

ທ່ານ ຄໍາແຝງ ສູນດາວເຮືອງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈຳປາສັກ ໃຫ້ຮູ້ວ່າ: ກິດຈະກໍາປັບປຸງສ້ອມແປງສາຍໄຟຟ້າ ໃນນະຄອນປາກເຊ ຄັ້ງນີ້ ໄດ້ແບ່ງເປັນ 2 ໜ່ວຍງານ, ສຸມໃສ່ປັບປຸງສ້ອມແປງລະບົບເຍືອງທາງໃນ 4 ເສັ້ນທາງ ຄື: ເສັ້ນທາງທີ 1 ແຕ່ວົງວຽນຂັນໂມງ ໜ້າສະໜາມບິນສາກົນປາກເຊ ຮອດວົງວຽນວັດພູ-ເສັ້ນທາງໜ້າຫ້ອງວ່າການແຂວງ; ເສັ້ນທີ 2 ແຕ່ໜ້າວັດໂພນງາມ-ຫໍວັດທະນະທໍາບັນດາເຜົ່າ ຫລັກ 7; ເສັ້ນທີ 3 ແຕ່ໜ້າວັດຫລວງ ລຽບຕາມທາງແຄມເຊ ແລະ ແຄມຂອງ ຮອດໝູ່ບ້ານດາວເຮືອງ; ເສັ້ນທີ 4 ແຕ່ໜ້າຮ້ານປີ້ງເປັດນາງ ນ່າ ຫາ ເສັ້ນທາງໜ້າຮ້ານເຈຄອມ, ຊຶ່ງໜ້າວຽກທີ່ຈັດຕັ້ງປະຕິບັດ ແມ່ນປ່ຽນດອກໄຟ, ປ່ຽນໂຄມ, ດຶງສາຍໄຟຄືນໃໝ່, ສາຍໃດທີ່ໃຊ້ບໍ່ໄດ້ກໍປ່ຽນອອກຈາກລະບົບຝັງດິນ ມາໃຊ້ລະບົບກາງຫາວ ເພື່ອຄວາມສະດວກໃນເວລາປັບປຸງສ້ອມແປງ. ນອກນີ້, ກໍປ່ຽນຕູ້ຄວບຄຸມທີ່ເປ່ເພຈໍານວນໜຶ່ງ, ຕູ້ໃດທີ່ເປ່ເພບໍ່ຫລາຍ ກໍສ້ອມແປງຄືນໃໝ່ ສ່ວນໃຫຍ່ແມ່ນປ່ຽນ ຊີບີ ຂອງຕູ້ບາງໜ່ວຍ, ບາງໜ່ວຍກໍປ່ຽນໝົດເລີຍ. ທັງນີ້ ກໍເພື່ອເຮັດໃຫ້ລະບົບໄຟເຍືອງທາງ ສະຫວ່າງສະໄຫວ, ສະດວກສະບາຍໃນເວວາສັນຈອນໄປ-ມາ ໂດຍສະເພາະໃນຍາມກາງຄືນ ທັງສ້າງເປັນຂອງຂວັນຝາກຕ້ອນສັງຄົມ ແລະ ພໍ່ແມ່ປະຊາຊົນ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຄົບຮອບ 105 ປີ.

ທ່ານ ຄໍາແຝງ ສູນດາວເຮືອງ ໃຫ້ຮູ້ຕື່ມວ່າ: ຜ່ານການເຄື່ອນໄຫວວຽກງານກວດກາຕົວຈິງ ພົບເຫັນສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນ ໄຟຊ໋ອດ, ມີບາງຈຸດສາຍໄຟຖືກລັກຕັດ ເປັນເຫດເຮັດໃຫ້ດອກໄຟເຍືອງທາງບໍ່ຮຸ່ງ ແລະ ໃຊ້ບໍ່ໄດ້. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ໂດຍສະເພາະ ຄະນະພັກ-ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຈົ່ງເປັນເຈົ້າການ ທັງເປັນຫູເປັນຕາຊ່ວຍການຈັດຕັ້ງ ໃນການປົກປັກຮັກສາຍໄຟຟ້າ ຊຶ່ງເປັນຊັບສົມບັດລວມຂອງທຸກໆຄົນ ໃຫ້ມີຄວາມຍືນຍົງ ທັງເຮັດໃຫ້ລະບົບໄຟເຍືອງທາງ ມີຄວາມສະຫວ່າງສະໄຫວ, ສະດວກສະບາຍໃນເວວາສັນຈອນໄປ-ມາ. ແນວໃດກໍຕາມ, ຕໍ່ໄປພະແນກ ອຄ ແຂວງ ຈະສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປັບປຸງສ້ອມແປງລະບົບໄຟຟ້າ ພາຍໃນນະຄອນປາກເຊ, ໄຟຟ້າຢູ່ຕາມວົງວຽນແຕ່ລະຈຸດ ໃຫ້ສາມາດນໍາໃຊ້ໄດ້ຢ່າງສະຫວ່າງສະໄຫວ ແລະ ສະດວກສະບາຍ ເວວາສັນຈອນໄປ-ມາ ໃນຍາມຄໍ່າຄືນ.

ຂ່າວ-ພາບ: ທູນທອງໃຈ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article