ວັນທີ 10 ເມສາ 2026 ພະແນະຈາລາຈອນຫ້ອງຕໍາຫລວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ສົມທົບກັບພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ຈັດພິທີທໍາລາຍປ້າຍ ແລະ ສິ້ນສ່ວນດັດແປງສະພາບເຕັກນິກ ຜິດລະບຽບການສັນຈອນທາງບົກ ທີ່ພະແນກຈະລາຈອນສາມາດກັກໄດ້ ແລະ ນຳມາທຳລາຍຄັ້ງນີ້ມີ:

• ປ້າຍທີ່ຈະທໍາລາຍ ປ້າຍລົດທີ່ປົດອອກຈາກການນໍາໃຊ້ບໍ່ຖືກຕ້ອງ ແລະ ປ້າຍລົດທີ່ໂອນມາຈາກຕ່າງແຂວງ ຈໍານວນ 200 ປ້າຍ,
• ປ້າຍ ກກ ເອກະຊົນລາວ 146 ຄູ່, ປ້າຍ ກກ ທຸລະກິດ 100% 54 ຄູ່,

• ຊິ້ນສ່ວນທີ່ມ້າງອອກຈາກລົດຈັກດັດແປງສະພາບເຕັກນິກ ຈໍານວນ 516 ອັນ,
• ທໍ່ດັ່ງ 133 ທໍ່, ຕີນນ້ອຍ 137 ອັນ, ເບາະນ້ອຍ 45 ອັນ, ລາງນ້ອຍ 116 ອັນ, ສົກອັບແຕ່ງ 39 ອັນ, ຄານຊີ 27 ອັນ, ໄຟຕາສີ 19 ດອກ.






