ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ມີຄວາມພ້ອມຕ້ອນຮັບແຂກ ທີ່ຈະມາທ່ອງທ່ຽວ ໄລຍະບຸນປີໃໝ່ລາວ ພສ 2569

Must read

ຂປລ. ໃນໄລຍະການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2569 ທີ່ຈະຈັດຂຶ້ນໃນວັນທີ 14-16 ເມສາ 2026 ນີ້, ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ບ້ານຫລັກ 40 ເມືອງປາກຊ່ອງ ແຂວງຈໍາປາສັກ ມີຄວາມພ້ອມຮອບດ້ານໃນການຕ້ອນຮັບແຂກທີ່ຈະມາທ່ອງທ່ຽວ.

ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອໍານວຍການບໍລິສັດ ພັດທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ໃຫ້ຮູ້ໃນວັນທີ 7 ເມສາ 2026 ນີ້ວ່າ: ບຸນປີໃໝ່ລາວ ພສ 2569 ທີ່ຈະຈັດຂຶ້ນໃນວັນທີ 14-16 ເມສາ 2026 ນີ້, ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງພວກເຮົາ ຈະສືບຕໍ່ເອົາໃຈໃສ່ປັບປຸງຮ້ານຂາຍເຄື່ອງທີ່ລະນຶກ ເພື່ອບໍລິການແຂກຄົນທີ່ມາທ່ຽວຊົມ ຊຶ່ງເຄື່ອງທີ່ລະນຶກຕ່າງໆທີ່ນໍາມາວາງສະແດງ ແລະ ຈໍາໜ່າຍຢູ່ຕາດເຍືອງ ສ່ວນໃຫຍ່ແມ່ນຜະ ລິດຕະພັນທີ່ຄົນລາວເຮົາຜະລິດເອງ ໂດຍສະເພາະແມ່ນຜະລິດຕະພັນຂອງປະຊາຊົນໃນທ້ອງຖິ່ນ ເພື່ອໃຫ້ປະຊາຊົນມີລາຍຮັບແກ່ຄອບຄົວ. ສ່ວນດ້ານບຸກຄະລາກອນ ກໍແມ່ນນໍາໃຊ້ລູກຫລານຂອງປະຊາຊົນໃນທ້ອງຖິ່ນ; ອາຫານ ກໍເນັ້ນໃສ່ອາຫານປອດສານພິດ ໂດຍນໍາໃຊ້ວັດຖຸດິບ ແລະ ພືດຜັກ ພາຍໃນທ້ອງຖິ່ນ ທີ່ແຫລ່ງທ່ອງທ່ຽວຕາດເຍືອງ ຊຸກຍູ້ສົ່ງເສີມໃຫ້ປະຊາຊົນປູກ ເຊັ່ນ: ໝາກຊູ(ສະເວີ່), ຜັກອີ່ຄູ້, ໝາກຮຸ່ງ, ໝາກເລັ່ນ (ໝາກເຂືອສົ້ມ), ໝາກເຂືອຂົນ (ໝາກເຂືອເອິກ), ໜໍ່ໄມ້ ແລະ ອື່ນໆ ຊຶ່ງຮ້ານອາຫານພວກເຮົາຊື້ພືດຜັກທຸກຢ່າງທີ່ປະຊາຊົນປູກ ແລະ ເອົາມາຂາຍໃຫ້ໃນລາຄາທີ່ສູງກວ່າຕະຫລາດ ເພື່ອປຸງແຕ່ງເປັນອາຫານ. ສໍາລັບອາຫານທີ່ບໍລິການຢູ່ແຫຼ່ງທ່ອງທ່ຽວນໍ້າຕົກ ຕາດເຍືອງ ມີທັງອາຫານແບບລາວໆ, ອາຫານໄທ ແລະ ອາຫານຝຣັ່ງ. ໃນນັ້ນ ອາຫານທີ່ເປັນເອກະລັກສະເພາະແມ່ນແກງໜໍ່ໄມ້, ຕໍາໝາກຮຸ່ງ, ປີ້ງຊີ້ນໝູໝັກເຂົ້າກໍ່າ, ປີ້ງໄກ່ລາດທາປາແດກ, ປີ້ງຊີ້ນແຫ້ງ ແລະ ແຈ່ວຜັກອີ່ຄູ້. ນອກນີ້ ກໍມີອາຫານຕາມສັ່ງ, ມີລາບ, ກ້ອຍ, ຕົ້ມຄົບຊຸດ, ຮ້ານອາຫານ ກໍກ້ວາງຂວາງ ສາມາດຮອງຮັບແຂກ ໄດ້ 300 ຄົນ ແລະ ການບໍລິການກໍມີຄວາມວ່ອງໄວ.

ທ່ານຜູ້ອໍານວຍການບໍລິສັດ ພັດທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ກ່າວຕື່ມວ່າ: ໂດຍລວມແລ້ວ ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ມີຄວາມພ້ອມຮອບດ້ານໃນການຕ້ອນຮັບແຂກຄົນທີ່ຈະມາທ່ອງທ່ຽວ ໂດຍສະເພາະແມ່ນໃນໄຍລະປີໃໝ່ລາວ. ຖ້າວ່າແຂກ ກໍຄື ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີເງື່ອນໄຂ ກໍຂໍເຊີນຊວນທຸກທ່ານມາທ່ອງທ່ຽວແຂວງຈໍາປາສັກ, ມາທ່ຽວຊົມແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ແລະ ແຫລ່ງທ່ອງທ່ຽວແຫ່ງອື່ນໆ ພາຍໃນເມືອງປາກຊ່ອງ ພວກເຮົາຍິນດີຕ້ອນຮັບ ແລະ ບໍລິການທຸກທ່ານດ້ວຍຄວາມເຕັມໃຈ.

ນໍ້າຕົກຕາດເຍືອງ ເປັນແຫລ່ງທ່ອງທ່ຽວທໍາມະຊາດ ອີກແຫ່ງໜຶ່ງທີ່ນອນຢູ່ໃນລາຍການນໍາທ່ຽວຂອງແຂວງ ຈໍາປາສັກ, ຕັ້ງຢູ່ບ້ານຫລັກ 40 ເມືອງປາກຊ່ອງ ຫ່າງຈາກເສັ້ນທາງເລກທີ 16 ປະມານ 800 ແມັດ, ເປັນແຫລ່ງທ່ອງທ່ຽວທໍາມະຊາດສີຂຽວ, ສະອາດ, ສວຍງາມ ຊຶ່ງພັດທະນາຕິດພັນກັບການຊຸກຍູ້ສົ່ງເສີມການຜະລິດກະສິກໍາຂອງປະຊາຊົນໃນທ້ອງຖິ່ນ, ເຮັດໃຫ້ປະຊາຊົນມີວຽກເຮັດງານທໍາ ແລະ ມີລາຍຮັບແກ່ຄອບຄົວ. ໃນປີ 2024 ຜ່ານມາ, ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ ປະເພດລາງວັນອາຫານຄຸນນະພາບ ມາດຕະຖານອາຊຽນ. ສາເຫດທີ່ໄດ້ຮັບລາງວັນດັ່ງກ່າວ ຍ້ອນວ່າ ຜູ້ພັດທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ເອົາໃຈໃສ່ຜະລິດ, ປຸງແຕ່ງ ແລະ ບໍລິການອາຫານທີ່ສະອາດ, ໃຊ້ວັດຖຸດິບທີ່ສົດ-ໃໝ່ທຸກມື້, ພືດຜັກ ແລະ ອື່ນໆ ແມ່ນໄດ້ຈາກຊາວສວນທີ່ປູກແບບປອດສານພິດ. ຄຽງຄູ່ກັນນັ້ນ, ກໍຕິດພັນກັບການອຸນະລັກ ແລະ ປົກປັກຮັກສາສິ່ງແວດລ້ອມ ເພື່ອໃຫ້ເປັນແຫລ່ງທ່ອງທ່ຽວນໍ້າຕົກຕາດ ທີ່ມີທໍາມະຊາດສີຂຽວ, ອາຫານສະອາດ, ແຊບ ແລະ ບໍລິການດີ. ນອກນີ້, ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຍັງໄດ້ຮັບລາງວັນຫ້ອງນໍ້າສາທາລະນະສະອາດອາຊຽນ ຈໍານວນ 3 ຄັ້ງຄື: ຄັ້ງທີ 1 ໄດ້ຮັບໃນສົກປີ 2019-2021, ຄັ້ງທີ 2 ໄດ້ຮັບໃນສົກປີ 2022-2024 ແລະ ຄັ້ງທີ 3 ໃນສົກປີ 2025-2027; ໄດ້ຮັບລາງວັນ ຜູ້ພັດທະນາແຫລ່ງທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ປະຈຳປີ 2019; ລາງວັນ ນັກທຸລະກິດຍິງ ອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2021 ປະເພດທຸລະກິດຂະໜາດນ້ອຍ – ຂະໜາດກາງ ລາງວັນດ້ານການຈ້າງງານດີເດັ່ນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ປະຈຳປີ 2022.

ຂ່າວ-ພາບ: ທູນທອງໃຈ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article