ທີມນັກວິໄຈຈາກສະຖາບັນວິທະຍາສາດແຫ່ງຊາດຈີນ (Chinese Academy of Sciences) ສາມາດພັດທະນາ “ແບັດເຕີລີໂຊດຽມໄອອອນ” ທີ່ແກ້ໄຂບັນຫາຄວາມຮ້ອນສະສົມຈົນລຸກໄໝ້ (Thermal Runaway) ໄດ້ຢ່າງສົມບູນແບບ
ແບັດເຕີລີດັ່ງກ່າວໃຊ້ອີເລັກໂທລາຍຊະນິດພິເສດ (PNE) ທີ່ບໍ່ຕິດໄຟ ເມື່ອອຸນຫະພູມພາຍໃນພຸ່ງສູງເກີນ 150 ອົງສາເຊລຊຽດ ສານຂອງແຫຼວນີ້ຈະປ່ຽນສະຖານະເປັນ “ຂອງແຂງ” ເພື່ອສ້າງກຳແພງກັ້ນຄວາມຮ້ອນ ແລະ ຢຸດຕ້ານປະຕິກິລິຍາລູກໂສ້ທັນທີ (ຕ່າງຈາກແບບເກົ່າທີ່ພຽງແຕ່ຊັກຊ້າການໄໝ້)
ໃນການທົດສອບໂດຍການເຈາະດ້ວຍຕະປູ (Nail Penetration) ແລະ ນຳໄປອົບໃນຄວາມຮ້ອນສູງເຖິງ 300 ອົງສາເຊລຊຽດ ຜົນປາກົດວ່າ ບໍ່ມີຄວັນ ບໍ່ມີໄຟລຸກ ແລະ ບໍ່ມີການລະເບີດໃດໆ ທັງສິ້ນ
ເຖິງວ່າຈະເນັ້ນຄວາມປອດໄພຂັ້ນສູງສຸດ ແຕ່ຕົວແບັດຍັງເຮັດວຽກໄດ້ດີໃນອຸນຫະພູມຕິດລົບ -40 ໄປຈົນຮອດ 60 ອົງສາເຊລຊຽດ ທັງຍັງໃຫ້ຄວາມໜາແໜ້ນພະລັງງານສູງເຖິງ 211 Wh/kg
ເຕັກໂນໂລຊີນີ້ມີຄວາມເຊື່ອມໂຍງກັບ HiNa ບໍລິສັດພັດທະນາແບັດເຕີລີໂຊດຽມຊັ້ນນຳ ເຊິ່ງຕອນນີ້ເລີ່ມມີການນຳແບັດໂຊດຽມໄປທົດສອບໃນລົດບັນທຸກໜັກແລ້ວ ພົບວ່າປະຢັດພະລັງງານຂຶ້ນ 15% ແລະ ແລ່ນໄດ້ໄກຂຶ້ນ 20%
ຄາດວ່າຕົ້ນທຶນຂອງແບັດເຕີລີໂຊດຽມຈະຫຼຸດລົງມາທຽບເທົ່າກັບແບັດເຕີລີລິທຽມໄອອອນໄດ້ພາຍໃນປີ 2027
ຄ່າຍລົດຢ່າງ BAIC ກໍ່ຫາກໍ່ເຜີຍໂສ້ງແບັດເຕີລີໂຊດຽມທີ່ສາມາດສາກໄຟເຕັມ 100% ໄດ້ພາຍໃນເວລາພຽງ 11 ນາທີເທົ່ານັ້ນ





