ບຸນປີໃໝ່ລາວປີນີ້! ລາຄາໝູຢູ່ ນວ ຈະຫຼຸດລົງ 10,000-20,000 ກີບທຽບປີຜ່ານມາ

Must read

ທ່ານ ຄໍາຫລ້າ ແສງດາວົງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດສະບຽງອາຫານ ນວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 7 ເມສາ 2026 ວ່າ: ໄລຍະສະເຫລີມສະຫລອງ ບຸນປີໃໝ່ລາວ ປະຈຳປີ 2026 ລັດວິສາຫະກິດສະບຽງອາຫານ ນະຄອນຫລວງວຽງຈັນ ກໍຄື ໂຮງງານຂ້າສັດຂອງລັດວິສາຫະກິດ ຈະເປີດໃຫ້ບໍລິການທຸກມື້ໂດຍບໍ່ມີວັນພັກ ແນໃສ່ຮັບປະກັນການສະໜອງຢ່າງພຽງພໍກັບຄວາມຕ້ອງການສະບຽງອາຫານ ປະເພດຊິ້ນສັດ ໂດຍສະເພາະ ປະເພດຊີ້ນໝູ, ຊີ້ນໄກ່ ແລະ ຊີ້ນງົວ. ພ້ອມກັນນີ້, ຍັງໄດ້ຮຽກຮ້ອງໃຫ້ຜູ້ບໍລິໂພກສະໜັບສະໜູນ ຜະລິດຕະພັນພາຍໃນ ແລະ ຮຽກຮ້ອງໃຫ້ຜູ້ນຳເຂົ້າເຫັນໃຈຜູ້ຜະລິດລາວ ເພື່ອຮັກສາຄວາມໝັ້ນຄົງດ້ານສະບຽງອາຫານ ຂອງຊາດໃນໄລຍະຍາວ.

ປັດຈຸບັນ, ສະພາບເສດຖະກິດ ແລະ ລາຄານໍ້າມັນມີການປັບຕົວສູງຂຶ້ນ, ລັດວິສາຫະກິດ ໄດ້ສົມທົບກັບບັນດາຜູ້ປະກອບການຟາມລ້ຽງສັດ ເພື່ອກະກຽມຊີ້ນໝູ, ຊີ້ນໄກ່ ແລະ ຊີ້ນງົວ ໃຫ້ມີປະລິມານພຽງພໍກັບຄວາມຕ້ອງການ. ສະເພາະນະຄອນຫລວງວຽງຈັນ ມີການສະໜອງໝູອອກສູ່ຕະຫລາດປະມານ 800-1,000 ໂຕຕໍ່ມື້ ແລະ ໄກ່ປະມານ 4,000 ໂຕຕໍ່ມື້.

ສໍາລັບລາຄາ ຊີ້ນໝູ ມີການປັບຫລຸດລົງປະມານ 10,000-20,000 ກີບຕໍ່ກິໂລ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເນື່ອງຈາກປະລິມານການລ້ຽງພາຍໃນມີການຂະຫຍາຍຕົວສູງ; ລາຄາຊີ້ນປະເພດອື່ນເຊັ່ນ: ຊີ້ນງົວ ແລະ ຊີ້ນໄກ່ ຍັງຮັກສາລະດັບລາຄາປົກກະຕິ ໂດຍມີການເໜັງຕີງເລັກນ້ອຍ ຕາມກົນໄກເງິນເຟີ້ ແຕ່ບໍ່ເກີນ 10%. ເຖິງຢ່າງໃດກໍຕາມ, ທ່ານຜູ້ອຳນວຍການໃຫຍ່ລັດວິສາຫະກິດສະບຽງອາຫານ ນະຄອນຫລວງວຽງຈັນ ຍັງໄດ້ຍົກໃຫ້ເຫັນເຖິງສິ່ງທ້າທາຍຂອງຜູ້ຜະລິດພາຍໃນ ທີ່ໄດ້ຮັບຜົນກະທົບຈາກຕົ້ນທຶນການຂົນສົ່ງ ແລະ ການຈໍລະຈອນຂອງສິ້ນສ່ວນໝູນຳເຂົ້າຈາກຕ່າງປະເທດ ຊຶ່ງສົ່ງຜົນໃຫ້ລາຄາໝູໜ້າຟາມຫລຸດຕ່ຳລົງເກີນຄວນ.

ໃນຕໍ່ໜ້າ, ພາກສ່ວນກ່ຽວຂ້ອງຈະໄດ້ຮ່ວມກັນວາງກົນໄກຄຸ້ມຄອງການລ້ຽງ, ການນຳເຂົ້າ ແລະ ໂຄງປະກອບລາຄາ ໃຫ້ມີຄວາມສົມດຸນ ເພື່ອປົກປ້ອງຜູ້ຜະລິດພາຍໃນ ໃຫ້ສາມາດດຳເນີນທຸລະກິດໄດ້ຢ່າງຍືນຍົງ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article