ໃນວັນທີ 8 ເມສາທີ່ຜ່ານມາ ລັດຖະບານສະຫາລາດຊະອານາຈັກໄດ້ອະນຸມັດໂຄງການກໍ່ສ້າງໂຮງໄຟຟ້າພະລັງງານແສງອາທິດ ຫຼື ໂຊລາຟາມ (Solar Farm) ທີ່ມີຂະໜາດໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາໃນປະເທດ ຊຶ່ງຖືເປັນສັນຍານທີ່ຊັດເຈນຕໍ່ທິດທາງ ແລະ ຍຸດທະສາດດ້ານພະລັງງານຂອງສະຫາລາດຊະອານາຈັກໃນອະນາຄົດ.
ໂຄງການດັ່ງກ່າວມີຊື່ວ່າ “Springwell Solar Farm” ຕັ້ງຢູ່ໃນເຂດ North Kesteven ແຂວງ East Midlands ຂອງປະເທດອັງກິດ ໂດຍມີກຳລັງການຜະລິດໄຟຟ້າສູງເຖິງ 800 ເມກາວັດ (MW).
ໂຄງການນີ້ໄດ້ຮັບການພັດທະນາໂດຍຄວາມຮ່ວມມືລະຫວ່າງບໍລິສັດ EDF Power Solutions Limited ແລະ Luminous Energy ຊຶ່ງຄາດວ່າຈະມີອາຍຸການໃຊ້ງານຍາວນານເຖິງ 40 ປີ ແລະ ກຳນົດການເລີ່ມຈ່າຍກະແສໄຟຟ້າເຂົ້າສູ່ລະບົບຄາດວ່າຈະເກີດຂຶ້ນໃນປີ 2029.
ເມື່ອໂຄງການນີ້ສຳເລັດ ຈະສາມາດຜະລິດກະແສໄຟຟ້າໄດ້ພຽງພໍສຳລັບຈ່າຍໃຫ້ກັບຄົວເຮືອນຫຼາຍກວ່າ 180,000 ຫຼັງຄາເຮືອນຕໍ່ປີ ຫຼື ຄິດເປັນປະມານເຄິ່ງໜຶ່ງຂອງຈຳນວນເຮືອນທັງໝົດໃນແຂວງລິນຄອລ໌ຊາຍ (Lincolnshire).
ເພື່ອໃຫ້ເຫັນພາບຂະໜາດຄວາມຍິ່ງໃຫຍ່ ໂຄງການນີ້ມີຂະໜາດໃກ້ຄຽງກັບໂຄງການໂຊລາຟາມທີ່ໃຫຍ່ທີ່ສຸດໃນສະຫາລັດອາເມລິກາຢ່າງ Edwards & Sanborn ຊຶ່ງມີກຳລັງຜະລິດ 875 ເມກາວັດ ກວມເນື້ອທີ່ປະມານ 18.86 ລ້ານຕາລາງແມັດ.
ການອະນຸມັດໂຄງການຂະໜາດມະຫຶມາໃນຄັ້ງນີ້ ເກີດຂຶ້ນທ່າມກາງຄວາມພະຍາຍາມຂອງສະຫາລາດຊະອານາຈັກທີ່ຕ້ອງການພຶ່ງພາພະລັງງານທົດແທນພາຍໃນປະເທດໃຫ້ຫຼາຍຂຶ້ນ ເນື່ອງຈາກສະຖານການຄວາມຂັດແຍ່ງລະດັບໂລກ ເຊັ່ນ ສົງຄາມໃນຢູເຄຣນ ແລະ ອີຣານ ໄດ້ຢືນຢັນໃຫ້ເຫັນເຖິງຄວາມຜັນຜວນຂອງຕະຫຼາດເຊື້ອໄຟຟອດຊິນ ແລະ ຄວາມສ່ຽງຂອງການພຶ່ງພາພະລັງງານທີ່ປະເທດບໍ່ສາມາດຄວບຄຸມໄດ້.
ໃນປະຈຸບັນ ພະລັງງານແສງອາທິດໄດ້ກາຍເປັນໜຶ່ງໃນແຫຼ່ງຜະລິດກະແສໄຟຟ້າທີ່ມີຕົ້ນທຶນຕ່ຳທີ່ສຸດໃນສະຫາລາດຊະອານາຈັກ ລັດຖະບານຈຶ່ງມຸ່ງເນັ້ນຜັກດັນໂຄງການຢ່າງ Springwell ເພື່ອຊ່ວຍຮັກສາສະຖຽນລະພາບຂອງຕົ້ນທຶນພະລັງງານໃຫ້ແກ່ປະຊາຊົນ ແລະ ຫຼຸດຜ່ອນຜົນກະທົບຈາກການໄຫວຕົວຂອງລາຄາພະລັງງານໃນຕະຫຼາດໂລກ.
ການຕັດສິນໃຈອະນຸມັດໂຄງການນີ້ເປັນສ່ວນໜຶ່ງຂອງການຜັກດັນໃນພາບລວມຂອງລັດຖະບານອັງກິດທີ່ຕ້ອງການເລັ່ງຂະຫຍາຍການໃຊ້ງານພະລັງງານສະອາດໃຫ້ໄວຂຶ້ນ ໂດຍ Springwell ນັບເປັນໂຄງການພະລັງງານສະອາດລະດັບຊາດ (Nationally Significant) ໂຄງການທີ 25 ທີ່ໄດ້ຮັບການອະນຸມັດຈາກລັດຖະບານມາຕັ້ງແຕ່ເດືອນກໍລະກົດ ປີ 2024 ໂດຍໂຄງການທີ່ໄດ້ຮັບການອະນຸມັດທັງໝົດນີ້ລວມກັນຈະສາມາດຜະລິດພະລັງງານສະອາດໃຫ້ກັບເຮືອນໄດ້ຫຼາຍກວ່າ 12.5 ລ້ານຫຼັງຄາເຮືອນ.
ນອກຈາກນີ້ ລັດຖະບານຍັງກຽມອອກມາດຕະການເພື່ອຂະຫຍາຍການໃຊ້ພະລັງງານແສງອາທິດເພີ່ມເຕີມ ເຊັ່ນ ການກຳນົດໃຫ້ຕ້ອງຕິດຕັ້ງແຜງໂຊລາເຊລບົນເຮືອນສ້າງໃໝ່ ແລະ ການເລັ່ງຈັດການປະມູນພະລັງງານທົດແທນຮອບຕໍ່ໄປໃນເດືອນກໍລະກົດ.





