ມີນົມແຕ່ບໍ່ມີຕຸກໃສ່: ວິກິດການຢາງປລາສະຕິກໃນມາເລເຊຍ ທີ່ໄດ້ຮັບຜົນກະທົບຈາກຄວາມຕຶງຄຽດຂອງສົງຄາມໃນຕາເວັນອອກກາງ

Must read

ຄວາມຂັດແຍ່ງໃນຕາເວັນອອກກາງເລີ່ມສົ່ງຜົນກະທົບຕໍ່ພາກອຸດສາຫະກຳທົ່ວໂລກ ຫຼັງຈາກການສະໜອງ “ຢາງເຣຊິນ (Plastic Resin)” ຕຶງຕົວຢ່າງໜັກ, ສົ່ງຜົນກະທົບຕໍ່ການຜະລິດການຫຸ້ມຫໍ່ໃນມາເລເຊຍ ແລະ ເລີ່ມລາມໄປເຖິງສິນຄ້າທີ່ວາງຂາຍຕາມຮ້ານຄ້າຕ່າງໆ.

ສາເຫດ ແລະ ຜົນກະທົບໂດຍກົງ

ສາເຫດຫຼັກແມ່ນມາຈາກການຢຸດຊະງັກຂອງຫ່ວງໂສ້ການຜະລິດປິໂຕເຄມີ ເຮັດໃຫ້ວັດຖຸດິບສຳຄັນຢ່າງ PET ທີ່ໃຊ້ຜະລິດພັນຕຸກນ້ຳ ແລະ ພາຊະນະບັນຈຸອາຫານຂາດແຄນ.

ຜົນກະທົບເລີ່ມເຫັນໄດ້ຊັດເຈນ ເມື່ອລູກຄ້າບາງສ່ວນບໍ່ພົບຜະລິດຕະພັນນົມແບຣນ Farm Fresh (ຟາມເຟຣຊ) ໃນຮ້ານຄ້າ. ທາງບໍລິສັດລະບຸວ່າ ພວກເຂົາ “ບໍ່ໄດ້ຂາດແຄນນົມ” ແຕ່ “ຂາດແຄນຕຸກ” ສຳລັບບັນຈຸ, ພ້ອມທັງຍອມຮັບວ່າຕົ້ນທຶນພຸ່ງສູງຂຶ້ນ ແລະ ວັດຖຸດິບຫາຍາກກວ່າເກົ່າ ຈຶ່ງຈຳເປັນຕ້ອງຫັນໄປໃຊ້ກ່ອງເຈ້ຍທົດແທນ.

ຄວາມສ່ຽງທີ່ອາດຂະຫຍາຍຕົວ

ຜູ້ປະກອບການເຕືອນວ່າ ບັນຫານີ້ບໍ່ໄດ້ກະທົບພຽງແຕ່ຜະລິດຕະພັນນົມເທົ່ານັ້ນ ແຕ່ຍັງສ່ຽງທີ່ຈະລາມໄປເຖິງສິນຄ້າອື່ນໆອີກເປັນຈຳນວນຫຼາຍ ເຊັ່ນ: ນ້ຳມັນພືດ, ຢາສະຜົມ, ນ້ຳຢາທຳຄວາມສະອາດ ແລະ ເຄື່ອງດື່ມບັນຈຸຕຸກ.

ທາງດ້ານສະມາຄົມຜູ້ຜະລິດປລາສະຕິກມາເລເຊຍ ເປີດເຜີຍວ່າ:

  • ລາຄາວັດຖຸດິບໃນອາຊີ: ພຸ່ງສູງຂຶ້ນແລ້ວ 15–40%.
  • ຕົ້ນທຶນການຜະລິດ: ເພີ່ມສູງຂຶ້ນເຖິງ 30%.
  • ບາງໂຮງງານເລີ່ມປັບຂຶ້ນລາຄາ ແລະ ສົ່ງສິນຄ້າຊ້າລົງ.

ມຸມມອງຈາກຜູ້ຊ່ຽວຊານ

ຜູ້ຊ່ຽວຊານຊີ້ໃຫ້ເຫັນວ່າ ເຖິງແມ່ນວ່າສິນຄ້າຈະມີພຽງພໍ ແຕ່ຫາກຂາດການຫຸ້ມຫໍ່ ກໍບໍ່ສາມາດຈຳໜ່າຍໄດ້ ເຮັດໃຫ້ “ປລາສະຕິກ” ກາຍເປັນບັນຫາຄໍຂວດທີ່ສຳຄັນຂອງລະບົບການຂົນສົ່ງສິນຄ້າ.

ສະຖານະການໃນລັກສະນະດຽວກັນນີ້ ເລີ່ມເກີດຂຶ້ນໃນຫຼາຍປະເທດ ເຊັ່ນ: ໄຕ້ຫວັນ ທີ່ລາຄາປລາສະຕິກມີການປັບຕົວສູງຂຶ້ນ ແລະ ເກົາຫຼີໃຕ້ ທີ່ປະຊາຊົນເລີ່ມມີການກັກຕຸນສິນຄ້າ.

ນັກອຸດສາຫະກຳລະບຸວ່າ ວິກິດການຄັ້ງນີ້ສະທ້ອນໃຫ້ເຫັນຢ່າງຈະແຈ້ງວ່າ: ປລາສະຕິກທີ່ເຄີຍຖືກເບິ່ງວ່າເປັນຂອງທີ່ຫາງ່າຍ ພັດກາຍມາເປັນປັດໄຈສຳຄັນທີ່ກະທົບຕໍ່ເສດຖະກິດ ແລະ ຊີວິດປະຈຳວັນຢ່າງທີ່ບໍ່ຄາດຄິດມາກ່ອນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article