ແຫຼ່ງຂ່າວເປີດເຜີຍບົດບາດສຳຄັນຂອງ “ຈີນ” ໃນຖານະຕົວແປຫຼັກທີ່ຜັກດັນໃຫ້ອີຣ່ານຍອມຕົກລົງຢຸດຍິງກັບສະຫະລັດ ເປັນເວລາ 2 ອາທິດ ໂດຍໃຊ້ຊ່ອງທາງຜ່ານປະເທດຕົວກາງ ແລະ ພັນທະມິດທາງການຄ້າ ບີບໃຫ້ກັບຄືນສູ່ໂຕະເຈລະຈາ ເພື່ອຮັກສາສະຖຽນລະພາບເສດຖະກິດໂລກ
ສຳນັກຂ່າວຕ່າງປະເທດລາຍງານວ່າ ແຫຼ່ງຂ່າວຈາກເຈົ້າໜ້າທີ່ລະດັບສູງເປີດເຜີຍວ່າ ລັດຖະບານຈີນ ໃນຖານະຄູ່ຄ້າລາຍໃຫຍ່ທີ່ສຸດຂອງອີຣ່ານ ໄດ້ສະແດງບົດບາດເປັນ “ຜູ້ຊີ້ນຳ” ຢູ່ເບື້ອງຫຼັງຄວາມພະຍາຍາມໃຫ້ເກີດຂໍ້ຕົກລົງຢຸດຍິງຊົ່ວຄາວລະຫວ່າງສະຫະລັດຯ ແລະ ອີຣ່ານ ໂດຍຈີນໄດ້ດຳເນີນການຢ່າງງຽບໆ ຜ່ານຕົວກາງຢ່າງປາກີສຖານ, ຕຸລະກີ ແລະ ອີຢິບ ເພື່ອກົດດັນໃຫ້ອີຣ່ານເລືອກເສັ້ນທາງສັນຕິພາບ
ປະທານາທິບໍດີ ໂດນານ ທຣໍາ ແຫ່ງສະຫະລັດຯ ໄດ້ໃຫ້ສຳພາດກັບສຳນັກຂ່າວ AFP ຢືນຢັນເຖິງບົດບາດຂອງຈີນໃນຄັ້ງນີ້ວ່າ ຈີນມີສ່ວນສຳຄັນຢ່າງຍິ່ງໃນການຈູງໃຈໃຫ້ອີຣ່ານກັບເຂົ້າສູ່ການເຈລະຈາ ເຊິ່ງຖືເປັນຄວາມເຄື່ອນໄຫວທີ່ສອດຄ່ອງກັບຜົນປະໂຫຍດຂອງຈີນເອງ ທີ່ຕ້ອງການໃຫ້ສະຖານະການຂັດແຍ່ງຄລີ່ຄາຍລົງ ກ່ອນທີ່ທຣໍາຈະມີກຳນົດການເດີນທາງຢ້ຽມຢາມຈີນ ເພື່ອພົບກັບປະທານາທິບໍດີ ສີ ຈິ້ນຜິງ ໃນຊ່ວງກາງເດືອນພຶດສະພານີ້ ຫຼັງຈາກທີ່ແຜນການຢ້ຽມຢາມເດີມໃນຊ່ວງປາຍເດືອນມີນາຖືກເລື່ອນອອກໄປ ເນື່ອງຈາກພາວະສົງຄາມ
ນາງ ເມົາ ໜິງ ໂຄສົກກະຊວງການຕ່າງປະເທດຈີນ ລະບຸວ່າ “ທຸກຝ່າຍຈຳເປັນຕ້ອງສະແດງຄວາມຈິງໃຈ ແລະ ຢຸດຕິສົງຄາມທີ່ບໍ່ຄວນຈະເກີດຂຶ້ນຕັ້ງແຕ່ຕົ້ນນີ້ໂດຍໄວ” ພ້ອມຢ້ຳວ່າຈີນມີຄວາມກັງວົນຢ່າງຍິ່ງຕໍ່ຜົນກະທົບຂອງຄວາມຂັດແຍ່ງທີ່ມີຕໍ່ເສດຖະກິດໂລກ ແລະ ຄວາມໝັ້ນຄົງດ້ານພະລັງງານ ຂະນະທີ່ສະຖານເອກອັກຄະລາຊະທູດຈີນປະຈຳນະຄອນວໍຊິງຕັນ ແຖລງວ່າ ປັກກິ່ງໄດ້ເຮັດວຽກ “ຢ່າງບໍ່ຮູ້ຈັກເໜື່ອຍ ເພື່ອສັນຕິພາບ” ນັບຕັ້ງແຕ່ສົງຄາມປະທຸຂຶ້ນ
ເຖິງແມ່ນຈີນຈະພະຍາຍາມຜັກດັນການຢຸດຍິງ ແຕ່ໃນເວທີສະຫະປະຊາຊາດ ເມື່ອວັນອັງຄານທີ່ຜ່ານມາ (7 ເມ.ສ.) ຈີນໄດ້ຮ່ວມກັບຣັດເຊຍໃຊ້ສິດ “ວີໂຕ້” ຄັດຄ້ານຮ່າງມະຕິທີ່ຮຽກຮ້ອງໃຫ້ລັດຕ່າງໆ ປະສານງານເພື່ອຄຸ້ມຄອງການເດີນເຮືອພານິດໃນຊ່ອງແຄບຮໍໂມຊ ໂດຍ ທ່ານ ຟູ່ ຊົງ ຜູ້ຕາງໜ້າຖາວອນຈີນປະຈຳສະຫະປະຊາຊາດ ໃຫ້ເຫດຜົນວ່າ ການຜ່ານມະຕິດັ່ງກ່າວໃນຂະນະທີ່ສະຫະລັດຯ ຍັງຄົງໃຊ້ມາດຕະການຂົ່ມຂູ່ ອາດເປັນການສົ່ງສັນຍານທີ່ຜິດພາດຕໍ່ສະຖານະການໂລກ
ຂ່າວຈາກ: ASSOCIATED PRESS / NDTV





