ເຮືອໃນຊ່ອງແຄບຮໍມຸສຍັງຄົງບໍ່ມີການເຄື່ອນໄຫວ ເຖິງແມ່ນວ່າສະຫະລັດ ແລະ ອີຣານຈະປະກາດຂໍ້ຕົກລົງຫຍຸດຍິງສະທ້ອນເຖິງຄວາມກັງວົນທາງດ້ານຄວາມປອດໄພທີ່ຍັງວາງໃຈບໍ່ໄດ້ເທື່ອ

Must read

ຜ່ານໄປກວ່າ 6 ຊົ່ວໂມງ ຫຼັງຈາກທີ່ສະຫະລັດອາເມລິກາ ແລະ ອີຣານ ໄດ້ປະກາດຂໍ້ຕົກລົງຢຸດຍິງ, ແຕ່ຂໍ້ມູນການເດີນເຮືອຫຼ້າສຸດຊີ້ໃຫ້ເຫັນວ່າ ການສັນຈອນໃນຊ່ອງແຄບຮໍມຸດແມ່ນແທບຈະບໍ່ມີຄວາມເຄື່ອນໄຫວໃດໆ. ສິ່ງນີ້ສະທ້ອນໃຫ້ເຫັນວ່າ ຄວາມກັງວົນດ້ານຄວາມປອດໄພແມ່ນຍັງບໍ່ທັນຜ່ອນຄາຍລົງເທື່ອ.

ຜູ້ຊ່ຽວຊານດ້ານຄວາມໝັ້ນຄົງທາງທະເລລະບຸວ່າ: ເຖິງແມ່ນວ່າການຢຸດຍິງຈະເປັນບາດກ້າວທຳອິດທີ່ສຳຄັນ, ແຕ່ມັນກໍຍັງບໍ່ພຽງພໍທີ່ຈະເຮັດໃຫ້ການຂົນສົ່ງທາງການຄ້າກັບຄືນສູ່ສະພາວະປົກກະຕິໄດ້ໃນທັນທີ.

ທ່ານ ຊາລີ ບຣາວ (Charlie Brown), ທີ່ປຶກສາອາວຸໂສດ້ານການຕິດຕາມກອງເຮືອລ່ອງຫົນຂອງອົງການ United Against Nuclear Iran ແລະ ອະດີດນາຍທະຫານເຮືອສະຫະລັດ ລະບຸວ່າ: ບັນດາຜູ້ປະກອບການເຮືອຍັງຄົງລໍຖ້າເບິ່ງທ່າທີຈາກຫຼາຍຝ່າຍທີ່ສຳຄັນ, ບໍ່ວ່າຈະເປັນໜ່ວຍງານຄວາມໝັ້ນຄົງທາງທະເລ, ລັດເຈົ້າຂອງທຸງເຮືອ ລວມໄປເຖິງບໍລິສັດປະກັນໄພຄວາມສ່ຽງຈາກສົງຄາມ.

ທ່ານໄດ້ເນັ້ນຢ້ຳວ່າ ສັນຍານສຳຄັນທີ່ຕະຫຼາດກຳລັງຈັບຕາມອງຄື “ເຮືອກຸ່ມທຳອິດ” ທີ່ຈະກ້າແລ່ນຜ່ານເສັ້ນທາງນີ້. ຫາກເຮືອກຸ່ມດັ່ງກ່າວສາມາດເດີນທາງໄດ້ຢ່າງປອດໄພ, ຄວາມເຊື່ອໝັ້ນກໍຈະກັບຄືນມາຢ່າງໄວວາ ແລະ ຜູ້ປະກອບການລາຍອື່ນໆ ກໍຈະທະຍອຍຕາມມາ.

ນັບຕັ້ງແຕ່ສົງຄາມເລີ່ມຕົ້ນ, ອີຣານໄດ້ໂຈມຕີເຮືອຢ່າງໜ້ອຍ 19 ລຳ ໃນບໍລິເວນຊ່ອງແຄບຮໍມຸດ ເຊິ່ງເປັນຈຸດເຊື່ອມຕໍ່ລະຫວ່າງ ອ່າວເປີເຊຍ ແລະ ອ່າວໂອມານ. ການປິດກັ້ນເສັ້ນທາງດັ່ງກ່າວເກືອບ 6 ສັບປະດາ ໄດ້ສົ່ງຜົນໃຫ້ການສົ່ງອອກນ້ຳມັນດິບທົ່ວໂລກຢຸດສະງັກ ແລະ ສ້າງແຮງກົດດັນຕໍ່ຕະຫຼາດການເງິນຢ່າງໜັກໜ່ວງ.

ທາງດ້ານທ່ານ ອັບບາສ ອາຣັກຊີ (Abbas Araghchi), ລັດຖະມົນຕີກະຊວງການຕ່າງປະເທດອີຣານ ລະບຸວ່າ: ການເດີນເຮືອຜ່ານຊ່ອງແຄບຮໍມຸດຈະສາມາດເຮັດໄດ້ຢ່າງປອດໄພ, ແຕ່ຕ້ອງຢູ່ພາຍໃຕ້ການປະສານງານກັບກອງທັບອີຣານເທົ່ານັ້ນ.

ໃນຂະນະດຽວກັນ, ສື່ທາງການຂອງອີຣານລາຍງານວ່າ: ອີຣານ ແລະ ໂອມານ ກຽມທີ່ຈະ ເກັບຄ່າທຳນຽມ ຈາກເຮືອທີ່ແລ່ນຜ່ານຊ່ອງແຄບໃນຊ່ວງຢຸດຍິງ, ເຊິ່ງເຮັດໃຫ້ສະຖານະການຍັງຄົງມີຄວາມບໍ່ແນ່ນອນສູງ.

 ທີ່ມາ: channelnewsasia

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article