ເປີດນຳໃຊ້ໂຮງງານຜະລິດນໍ້າປະປາທາດຂາວ

Must read

ພິທີເປີດນໍາໃຊ້ໂຮງງານຜະລິດນໍ້າປະປາ ຂອງໂຄງການກໍ່ສ້າງໂຮງງານຜະລິດນໍ້າປະປາບ້ານທາດຂາວ ເພື່ອສະໜອງນໍ້າປະປາໃຫ້ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 7 ເມສາຜ່ານມາ ທີ່ສະຖານີດູດນໍ້າດອນຈັນ ບ້ານທາດຂາວ ເມືອງສີສັດຕະນາກ ນວ, ມີທ່ານ ບຸນຍະວັດ ນີຣະໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ຊາວຄ້າຂາຍໃນຫຼາຍພື້ນທີ່ຂອງ ນວ ທີ່ຍັງບໍ່ມີນໍ້າໃຊ້ພຽງພໍ ໂດຍສະເພາະແມ່ນເຂດບ້ານທີ່ຢູ່ຫ່າງໄກຈາກໂຮງງານຜະລິດນໍ້າປະປາທີ່ມີຢູ່, ການຜະລິດນໍ້າຂອງລັດວິສາຫະກິດນໍ້າປະປາ ນວ ໃນປັດຈຸບັນແມ່ນສາມາດສະໜອງໄດ້ພຽງ 50% ຂອງຄວາມຕ້ອງການໃຊ້ນໍ້າທັງໝົດ. ສະນັ້ນ, ເພື່ອແກ້ໄຂບັນຫາອັນເລັ່ງດ່ວນເລື່ອງນໍ້າບໍ່ພໍໃຊ້, ອົງການປົກຄອງ ນວ ໄດ້ມີທິດຊີ້ນໍາ ຊຸກຍູ້ສົ່ງເສີມໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມໃນການລົງທຶນຜະລິດ ແລະ ສະໜອງນໍ້າໃຫ້ລັດວິສາຫະກິດນໍ້າປະປາ ນວ ໃຫ້ຫຼາຍຂຶ້ນ ເພື່ອແຈກຈ່າຍນໍ້າໃຫ້ຜູ້ຊົມໃຊ້ຢ່າງພຽງພໍຫຼາຍກ່ວາເກົ່າ. ໃນນີ້, ຜູ້ລົງທຶນແມ່ນບໍລິສັດທໍ່ນໍ້າລາວອຸດສາຫະກໍາເທັກໂນໂລຊີ ຈໍາກັດຜູ້ດຽວ ຊຶ່ງບໍລິສັດດັ່ງກ່າວ ແມ່ນໜຶ່ງໃນຫຼາຍບໍລິສັດທີ່ມີຄວາມສົນໃຈ ແລະ ໄດ້ລົງທຶນເຂົ້າໃນທຸລະກິດດ້ານສະໜອງນໍ້າປະປາຢູ່ໃນຫຼາຍພື້ນທີ່ ບໍ່ວ່າໃນ ນວ ແລະ ແຂວງອື່ນໆອີກ ເຊັ່ນ: ນວ, ແຂວງຫຼວງພະບາງ ແລະ ແຂວງວຽງຈັນ ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ.

ສໍາລັບໂຮງງານຜະລິດນໍ້າປະປາບ້ານທາດຂາວ ມີກໍາລັງການຜະລິດ 20,000 ແມັດກ້ອນ/ວັນ ສະໜອງ ນໍ້າປະປາໃຫ້ລັດວິສາຫະກິດນໍ້າປະປາ ນວ ເພື່ອແຈກຈ່າຍໄປຫາເຂດເສດຖະກິດພິເສດບຶງທາດຫຼວງ, ສູນການຄ້າລາວ-ໄອເຕັກ, ສູນການຄ້າວຽງຈັນເຊັນເຕີ, ພາກຊັນ, ບ້ານທາດຂາວ, ສີເມືອງ, ພະໂພ, ເກົ້າຍອດ, ໜອງຈັນ, ເພຍວັດ, ດົງປ່າລານທົ່ງ, ດົງປ່າລານທ່າ, ໂພນສີນວນ ແລະ ໂຮມແຮມ, ໂຮງຮຽນ, ໂຮງໝໍຂອບເຂດບ້ານອື່ນໆຢູ່ໃກ້ຄຽງທີ່ຍັງບໍ່ມີນໍ້າໃຊ້ພຽງພໍ.

ບໍລິສັດທໍ່ນ້ຳລາວ ອຸດສາຫະກຳເທັກໂນໂລຊີ ຈຳກັດຜູ້ດຽວ ໄດ້ຮັບການມອບວຽກຈາກພະແນກ ຍທຂ ນວ ໃນວັນທີ 21 ມີນາ 2025 ແລະ ໄດ້ລິເລີ່ມລົງມືຈັດຕັ້ງປະຕິບັດການກໍ່ສ້າງໂຮງງານນ້ຳປະປາໃນພື້ນທີ່ບ້ານຍາພະ ເມືອງສີໂຄດຕະບອງ ຊຶ່ງການກໍ່ສ້າງພື້ນທີ່ດັ່ງກ່າວ ແມ່ນໃຊ້ເວລາພຽງແຕ່ 7 ເດືອນກໍ່ສຳເລັດ ແລະ ສາມາດເປີດນຳໃຊ້ນ້ຳໃນວັນທີ 25 ພະຈິກ 2025 ແລະ ພື້ນທີ່ໂຮງງານນ້ຳປະປາ ບ້ານທາດຂາວ ເມືອງສີສັດຕະນາກ ແມ່ນສາມາດເປີດນຳໃຊ້ນ້ຳປະປາໃນວັນທີ 2 ເມສາ 2026.

ຂ່າວ: ວຽງຈັນໃໝ່

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article