“ການເປີດຕົວ ເຮືອລ່າທຸ່ນລະເບີດອັດຕະໂນມັດ (ແບບບໍ່ມີຄົນຂັບ) ລຳທຳອິດຂອງກອງທັບເຮືອລາຊະອານາຈັກອັງກິດ”

Must read

ວັນທີ 7 ເມສາທີ່ຜ່ານມາ, ກອງທັບເຮືອອັງກິດ (Royal Navy) ກ້າວເຂົ້າສູ່ຍຸກໃໝ່ຂອງຍຸດທະວິທີທາງທະເລ ດ້ວຍການນຳລະບົບລ່າ ແລະ ກວາດລ້າງລະເບີດທຸ່ນແບບໄຮ້ຄົນຂັບເຂົ້າປະຈຳການຢ່າງເປັນທາງການ ເພື່ອຮັບມືກັບໄພຄຸກຄາມຈາກລະເບີດທຸ່ນນ້ຳເລິກທັນສະໄໝ ແລະ ຫຼຸດຜ່ອນຄວາມສ່ຽງໃນການສູນເສຍກຳລັງພົນ

ນວັດຕະກຳໃໝ່ນີ້ຖືເປັນການປ່ຽນຜ່ານຄັ້ງສຳຄັນ ຈາກການໃຊ້ເຮືອກວາດລະເບີດທຸ່ນແບບໃຊ້ຄົນບັງຄັບ ໄປສູ່ເຄືອຂ່າຍລະບົບອັດຕະໂນມັດ ແລະ ໂດຣນທີ່ຄວບຄຸມຈາກໄລຍະໄກ ໂດຍມີເຕັກໂນໂລຊີ ແລະ ໂຄງການທີ່ສຳຄັນ ດັ່ງນີ້:

1. ລະບົບ SWEEP ເຊິ່ງພັດທະນາ ແລະ ຜະລິດໃນສະຫະລາດຊະອານາຈັກໂດຍບໍລິສັດ TKMS Atlas UK ພາຍໃຕ້ສັນຍາມູນຄ່າ 25 ລ້ານປອນ ລະບົບດັ່ງກ່າວສາມາດຈຳລອງສັນຍານຂອງເຮືອລົບ ເພື່ອຫຼອກລໍ້ໃຫ້ລະເບີດທຸ່ນດິຈິຕອລອັດສະລິຍະທຳງານ ແລະ ລະເບີດໄດ້ຢ່າງປອດໄພ ນອກຈາກນັ້ນ ຍັງຖືເປັນການຟື້ນຟູຂີດຄວາມສາມາດດ້ານການກວາດລະເບີດທຸ່ນທີ່ກອງທັບເຮືອອັງກິດຂາດຫາຍໄປຕັ້ງແຕ່ປີ 2005

2. ລະບົບ Adventure ໄດ້ຮັບການສົ່ງມອບໃໝ່ໃນວັນທີ 3 ເມສາ 2026 ພາຍໃຕ້ໂຄງການຮ່ວມລະຫວ່າງສະຫະລາດຊະອານາຈັກ ແລະ ຝຣັ່ງ ມູນຄ່າລວມກວ່າ 500 ລ້ານໂດລາສະຫະລັດ ຊຶ່ງພັດທະນາໂດຍບໍລິສັດ Thales ມີລັກສະນະເປັນເຮືອຜິວນ້ຳໄຮ້ຄົນຂັບຂະໜາດຄວາມຍາວ 12 ແມັດ ທຳໜ້າທີ່ເປັນສູນກາງປະສານງານ ຕິດຕັ້ງລະບົບໂຊນາທ່ຽວຄວາມລະອຽດສູງ ທຳງານຮ່ວມກັບປັນຍາປະດິດ AI ທີ່ຊ່ວຍເລັ່ງການປະມວນຜົນໃນການຄົ້ນຫາໄພຄຸກຄາມໃຕ້ທ້ອງທະເລ

3. ການທຳລາຍລ້າງທີ່ແມ່ນຍຳ ເມື່ອກວດພົບໄພຄຸກຄາມ ລະບົບ Adventure ສາມາດປ່ອຍຍານໃຕ້ນ້ຳຄວບຄຸມໄລຍະໄກ Double Eagle ຂອງບໍລິສັດ Saab ຊຶ່ງດຳນ້ຳໄດ້ເລິກເຖິງ 300 ແມັດ ແລະ ນຳລະເບີດຫຼາຍລູກລົງໄປວາງທຳລາຍເປົ້າໝາຍໄດ້ຢ່າງແມ່ນຍຳ ແລະ ວ່ອງໄວ

ຜູ້ບັນຊາການ ດານ ເຮີຣິດຈ໌ (Dan Herridge) ລະບຸວ່າ ນວັດຕະກຳດັ່ງກ່າວຖືເປັນຈຸດປ່ຽນສຳຄັນໃນການຕ້ານລະເບີດທຸ່ນທີ່ກວດຈັບໄດ້ຍາກ ໂດຍບໍ່ຕ້ອງພາກຳລັງພົນເຂົ້າໄປໃນເຂດອັນຕະລາຍ

ກອງທັບເຮືອອັງກິດມີແຜນນຳລະບົບອັດຕະໂນມັດເຫຼົ່ານີ້ໄປປະຕິບັດການຈິງ ໂດຍຈະປະຈຳການຢູ່ເຮືອ HMS Stirling Castle ສຳລັບພາລະກິດໃນນ່ານນ້ຳອ້ອມຂ້າງປະເທດ ແລະ ໃຊ້ເຮືອ RFA Cardigan Bay ເປັນຖານປະຕິບັດການລ່ວງໜ້າໃນອ່າວຕາເວັນອອກກາງ

ແນວທາງດັ່ງກ່າວ ບໍ່ພຽງແຕ່ຊ່ວຍປົກປ້ອງເຮືອລົບ ແລະ ເຮືອສິນຄ້າເທົ່ານັ້ນ ແຕ່ຍັງຕອບສະໜອງຕໍ່ຍຸດທະສາດຂອງ NATO ໃນການຮັກສາເສລີພາບ ແລະ ຄວາມປອດໄພໃນເສັ້ນທາງເດີນເຮືອລະດັບໂລກອີກດ້ວຍ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article