ສິງກະໂປລັ່ນບໍ່ເຈລະຈາຂໍອິຣ່ານຜ່ານຊ່ອງແຄບຮໍມຸຊ ຊີ້ມີສິດໃນການເດີນເຮືອຢູ່ແລ້ວ

Must read

ວີເວຍ ບາລາກຣິດນັນ ລັດຖະມົນຕີຕ່າງປະເທດສິງກະໂປ ໄດ້ແຖລງເມື່ອວານນີ້ (7 ເມສາ) ວ່າ ສິງກະໂປຈະບໍ່ເຈລະຈາເພື່ອຂໍຜ່ານຊ່ອງແຄບຮໍມຸຊຢ່າງປອດໄພ ເນື່ອງຈາກຫາກດຳເນີນການດັ່ງກ່າວຈະເປັນການທຳລາຍຫຼັກການພື້ນຖານຂອງກົດໝາຍລະຫວ່າງປະເທດ

ໃນການຕອບຄຳຖາມໃນລັດຖະສະພາຈາກ ສ.ສ. ຟັດລີ ຟາວຊີ ວ່າ ສິງກະໂປຈະເຈລະຈາກັບອິຣ່ານ ຫຼື ພິຈາລະນາຈ່າຍຄ່າຜ່ານທາງສຳລັບເຮືອຂອງຕົນຫຼືບໍ່ນັ້ນ ດຣ. ບາລາກຣິດນັນ ໄດ້ຢືນຢັນວ່າ ການເດີນເຮືອຜ່ານຊ່ອງແຄບດັ່ງກ່າວແມ່ນ “ສິດທິ” ບໍ່ແມ່ນ “ສິດທິພິເສດ”

ທ່ານກ່າວວ່າ “ມີສິດໃນການຜ່ານທາງໂດຍການເດີນເຮືອຢູ່ແລ້ວ ມັນບໍ່ແມ່ນສິດທິພິເສດທີ່ລັດຊາຍຝັ່ງຈະມອບໃຫ້ ບໍ່ແມ່ນໃບອະນຸຍາດທີ່ຕ້ອງໄປຮ້ອງຂໍ ແລະ ບໍ່ແມ່ນຄ່າຜ່ານທາງທີ່ຕ້ອງຈ່າຍ”

ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນຢ້ຳວ່າ ຊ່ອງແຄບຮໍມຸຊ ເຊັ່ນດຽວກັນກັບຊ່ອງແຄບມາລັກກາ ແລະ ຊ່ອງແຄບສິງກະໂປ ແມ່ນເສັ້ນທາງນ້ຳທີ່ໃຊ້ເພື່ອການເດີນເຮືອລະຫວ່າງປະເທດ ໂດຍສິດດັ່ງກ່າວໄດ້ຖືກກຳນົດໄວ້ໃນສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) ຊຶ່ງສິງກະໂປເປັນພາຄີ

ດຣ. ບາລາກຣິດນັນ ກ່າວເພີ່ມເຕີມວ່າ ຫຼັກການນີ້ໃຊ້ໄດ້ກັບປະເທດທີ່ຍັງບໍ່ທັນໃຫ້ສັດຕະຍາບັນ UNCLOS ດ້ວຍ ໂດຍລະບຸວ່ານີ້ບໍ່ແມ່ນ “ຂໍ້ອ້າງຫຼີກລ່ຽງຄວາມຮັບຜິດຊອບ”

ກ່ອນໜ້ານີ້ ອິຣ່ານໄດ້ລະບຸວ່າ ໄດ້ອະນຸຍາດໃຫ້ເຮືອຂອງຫຼາຍປະເທດຜ່ານຊ່ອງແຄບຮໍມຸຊ ຫຼັງຈາກທີ່ກຳລັງຂອງຕົນໄດ້ເຮັດໃຫ້ການຈະລາຈອນໃນຊ່ອງແຄບດັ່ງກ່າວຊ້າລົງຢ່າງຫຼວງຫຼາຍໃນໄລຍະສົງຄາມ ຊຶ່ງເລີ່ມຕົ້ນຂຶ້ນໃນຊ່ວງທ້າຍເດືອນກຸມພາ

ລາຍຊື່ປະເທດສ່ວນໃຫຍ່ເປັນປະເທດໃນອາຊີ ໄດ້ແກ່ ຈີນ ອິນເດຍ ປາກີສຖານ ຍີ່ປຸ່ນ ໄທ ແລະ ມາເລເຊຍ

ດຣ. ບາລາກຣິດນັນ ລະບຸວ່າ ນະໂຍບາຍຂອງສິງກະໂປຕັ້ງຢູ່ເທິງ “ຫຼັກການ” ຫຼາຍກວ່າພູມິລັດສາດ ອາດຈະມີຄົນສົງໄສວ່າ ເປັນຫຍັງທ່ານຈຶ່ງໃຊ້ຄຳອະທິບາຍທາງກົດໝາຍທີ່ເຂັ້ມງວດດັ່ງນີ້ ບໍ່ແມ່ນເພາະທ່ານຫຼົງໃຫຼກັບກົດໝາຍເປັນພິເສດ ແຕ່ເພາະຊ່ອງແຄບມາລັກກາ ແລະ ຊ່ອງແຄບສິງກະໂປເອງກໍ່ເປັນຈຸດຄໍຂວດທີ່ສຳຄັນອີກແຫ່ງໜຶ່ງ

ທ່ານຊີ້ໃຫ້ເຫັນວ່າ ປະລິມານນ້ຳມັນທາງທະເລ ທັງນ້ຳມັນດິບ ແລະ ນ້ຳມັນກັ່ນ ທີ່ໄຫຼຜ່ານຊ່ອງແຄບມາລັກກາ ແລະ ສິງກະໂປນັ້ນ ຫຼາຍກວ່າຊ່ອງແຄບຮໍມຸຊເສຍອີກ ແລະ ໃນດ້ານການຄ້າຕູ້ຄອນເທນເນີທົ່ວໂລກ ກໍ່ມີປະລິມານຫຼາຍກວ່າເຊັ່ນດຽວກັນ

ທ່ານກ່າວເພີ່ມຕື່ມວ່າ ໃນຂະນະທີ່ຈຸດທີ່ແຄບທີ່ສຸດຂອງຊ່ອງແຄບຮໍມຸຊມີຄວາມກວ້າງ 21 ໄມລ໌ທະເລ ຈຸດທີ່ແຄບທີ່ສຸດຂອງຊ່ອງແຄບສິງກະໂປມີຄວາມກວ້າງໜ້ອຍກວ່າ 2 ໄມລ໌ທະເລ

ທ່ານກ່າວອີກວ່າ “ບັດນີ້ເຂົ້າໃຈແລ້ວບໍ່ວ່າເປັນຫຍັງພວກເຮົາຈຶ່ງຕ້ອງຢືນຢ່າງຊັດເຈນວ່າ ກົດໝາຍລະຫວ່າງປະເທດ ແລະ UNCLOS ຄືລັດຖະທຳມະນູນຂອງມະຫາສະໝຸດ ເສລີພາບໃນການເດີນເຮືອແມ່ນສິດທິ ບໍ່ແມ່ນສິດທິພິເສດ ສຳລັບທັງເຮືອ ແລະ ອາກາດຍານ ແລະ ສິ່ງນີ້ມີຄວາມສຳຄັນຢ່າງຍິ່ງຕໍ່ສິງກະໂປ”

ຂ່າວຈາກ: Reuters

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article