ເປີດລາຍລະອຽດ 10 ຂໍ້ສະເໜີຂອງອີຣ່ານ ເງື່ອນໄຂຂໍ້ຕົກລົງຢຸດຍິງກັບສະຫະລັດ-ອິສຣາເອວ 2 ອາທິດ

Must read

ອີຣ່ານເຜີຍ 10 ຂໍ້ສະເໜີເງື່ອນໄຂຂໍ້ຕົກລົງຢຸດຍິງກັບສະຫະລັດ ແລະ ອິສຣາເອວ ຕັ້ງແຕ່ຍົກເລີກການຄວ່ຳບາດອີຣ່ານ ແລະ ຕ້ອງຈ່າຍເງິນຊົດເຊີຍຄວາມເສຍຫາຍໃຫ້ແກ່ອີຣ່ານ ລວມທັງຄຸ້ມຄອງຊ່ອງແຄບຮໍໂມສ ແລະ ເປີດທາງເຈລະຈາທີ່ປາກິສຖານ

ວັນທີ 8 ເມສາ 2569 ສຳນັກຂ່າວ Mehr ລາຍງານອ້າງແຖລງການຂອງສະພາຄວາມໝັ້ນຄົງແຫ່ງຊາດສູງສຸດອີຣ່ານທີ່ໄດ້ເປີດເຜີຍຂໍ້ສະເໜີ 10 ປະການຂອງອີຣ່ານ ທີ່ນຳໄປສູ່ຂໍ້ຕົກລົງຢຸດຍິງໄລຍະ 2 ອາທິດກັບສະຫະລັດ ແລະ ອິສຣາເອວ ໂດຍລະບຸວ່າສະຫະລັດໄດ້ “ຍອມຮັບໃນຫຼັກການ” ເພື່ອໃຊ້ເປັນພື້ນຖານໃນການເຈລະຈາ

ທາງການອີຣ່ານລະບຸວ່າ ຂໍ້ສະເໜີທັງ 10 ປະການຈະເປັນກອບສຳລັບການເຈລະຈາໃນໄລຍະຕໍ່ໄປ ເຖິງແມ່ນຍັງບໍ່ຖືວ່າເປັນການຢຸດສົງຄາມ ແລະ ຍັງຕ້ອງຫາລືລາຍລະອຽດເພີ່ມເຕີມ

  1. ສະຫະລັດຕ້ອງຮັບປະກັນວ່າຈະບໍ່ດຳເນີນການຮຸກຮານອີຣ່ານອີກ
  2. ອີຣ່ານຍັງຄົງຄຸ້ມຄອງຊ່ອງແຄບຮໍໂມສຕາມເດີມ
  3. ຍອມຮັບສິດຂອງອີຣ່ານໃນການພັດທະນານິວເຄລຍ ແລະ ເສີມສ້າງສມັດຖະພາບຢູເຣນຽມ
  4. ຍົກເລີກມາດຕະການຄວ່ຳບາດຫຼັກທັງໝົດຂອງສະຫະລັດ
  5. ຍົກເລີກມາດຕະການຄວ່ຳບາດຮອງທັງໝົດ
  6. ຢຸດຕິມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດທີ່ມີຕໍ່ອີຣ່ານ
  7. ຢຸດຕິມະຕິຂອງຄະນະຜູ້ວ່າການທົບວງການພະລັງງານປະລະມານູສາກົນ (IAEA) ຕໍ່ອີຣ່ານ
  8. ຊົດເຊີຍຄວາມເສຍຫາຍຈາກສົງຄາມໃຫ້ແກ່ອີຣ່ານ
  9. ຖອນກຳລັງທະຫານສະຫະລັດອອກຈາກພາກພື້ນ
  10. ຢຸດຕິການສູ້ລົບໃນທຸກແນວຮົບ ລວມທັງເລບານອນ

ທາງການອີຣ່ານເປີດເຜີຍວ່າ ການເຈລະຈາມີກຳນົດເລີ່ມໃນວັນທີ 11 ເມສາ ທີ່ນະຄອນຫຼວງອິສລາມາບັດ ປາກິສຖານ ໂດຍໃຊ້ເວລາເບື້ອງຕົ້ນ 2 ອາທິດ ແລະ ອາດຂະຫຍາຍເວລາໄດ້ຕາມຄວາມເຫັນຊອບຮ່ວມກັນ

ກ່ອນໜ້ານີ້ ປະທານາທິບໍດີ ໂດນານ ທຣຳ ລະບຸວ່າ ສະຫະລັດຈະຊະລໍການໂຈມຕີອີຣ່ານເປັນເວລາ 2 ອາທິດ ເພື່ອເປີດທາງໃຫ້ການເຈລະຈາ ພ້ອມທັງມອງວ່າຂໍ້ສະເໜີ 10 ຂໍ້ເປັນ “ພື້ນຖານທີ່ສາມາດໃຊ້ເຈລະຈາໄດ້” ຢ່າງໃດກໍ່ຕາມ ທຣຳເຄີຍໃຫ້ຄວາມເຫັນວ່າ ຂໍ້ສະເໜີນີ້ເຖິງວ່າຈະມີຄວາມສຳຄັນ ແຕ່ຍັງບໍ່ພຽງພໍ ແລະ ຍັງມີຫຼາຍປະເດັນທີ່ອາດເປັນອຸປະສັກຕໍ່ການບັນລຸຂໍ້ຕົກລົງ

ຂ່າວຈາກ:Xinhua / CNN

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article