ສະຫະລັດ ແລະ ອີຣ່ານໄດ້ຮັບຂໍ້ສະເໜີເພື່ອຢຸດຕິຄວາມຂັດແຍ່ງທາງທະຫານແລ້ວ ໂດຍເປັນແຜນ 2 ໄລຍະ ປະກອບດ້ວຍການຢຸດຍິງທັນທີ ແລະ ການເຈລະຈາຂໍ້ຕົກລົງຖາວອນພາຍໃນ 15-20 ວັນ. ຢ່າງໃດກໍຕາມ ອີຣ່ານຍັງຄົງປະຕິເສດທີ່ຈະເປີດຊ່ອງແຄບຮໍຮໍມຸສໃນທັນທີ ໂດຍເຫັນວ່າສະຫະລັດຂາດຄວາມພ້ອມໃນການຢຸດຍິງຖາວອນ.
ແຫຼ່ງຂ່າວລະບຸວ່າ ແຜນສັນຕິພາບທີ່ມີການຫາລືກັນປະກອບດ້ວຍ 2 ໄລຍະ ຄື ການປະກາດຢຸດຍິງທັນທີ ຕາມດ້ວຍການຈັດທຳຂໍ້ຕົກລົງສະບັບສົມບູນພາຍໃນ 15-20 ວັນ ໂດຍມີ ພົນເອກ ອາຊິມ ມູນີ ຜູ້ບັນຊາການທະຫານບົກປາກີສະຖານ ເປັນຕົວກາງປະສານງານ ຮ່ວມກັບ ທ່ານ ເຈດີ ວານສ໌ ຮອງປະທານາທິບໍດີສະຫະລັດ ແລະ ທ່ານ ອັບບາສ ອາຣາຄຊີ ລັດຖະມົນຕີການຕ່າງປະເທດອີຣ່ານ ຕະຫຼອດທັງຄືນທີ່ຜ່ານມາ.
ຢ່າງໃດກໍຕາມ ເຈົ້າໜ້າທີ່ລະດັບສູງຂອງອີຣ່ານໄດ້ເປີດເຜີຍຕໍ່ສຳນັກຂ່າວ Reuters ວ່າ ອີຣ່ານຈະບໍ່ເປີດຊ່ອງແຄບຮໍໂມຊ ຊຶ່ງເປັນເສັ້ນທາງຂົນສົ່ງນ້ຳມັນ 1 ໃນ 5 ຂອງໂລກ ພຽງເພື່ອແລກກັບການຢຸດຍິງຊົ່ວຄາວ ແລະ ຢືນຢັນວ່າຈະບໍ່ຍອມຮັບ “ກຳນົດເວລາ” ໃດໆ ໃນລະຫວ່າງການພິຈາລະນາຂໍ້ສະເໜີ ເນື່ອງຈາກເຫັນວ່າລັດຖະບານສະຫະລັດຍັງບໍ່ທັນມີຄວາມພ້ອມທີ່ຈະຕົກລົງຢຸດຍິງແບບຖາວອນ.
ດ້ານປະທານາທິບໍດີ ໂດນັລ ທຣໍາ ໄດ້ໂພສຂໍ້ຄວາມຜ່ານສື່ສັງຄົມດ້ວຍຖ້ອຍຄຳຮຸນແຮງ ຂູ່ຈະໂຈມຕີໂຄງສ້າງພື້ນຖານດ້ານພະລັງງານ ແລະ ການຄົມມະນາຄົມຂອງອີຣ່ານເພີ່ມເຕີມ ຫາກບໍ່ຍອມເປີດຊ່ອງແຄບຮໍໂມຊພາຍໃນວັນອັງຄານທີ 7 ເມສາ ເວລາ 20:00 ນ. ຕາມເວລາຝ່າຍຕາເວັນອອກຂອງສະຫະລັດ (ຫຼືກົງກັບເຊົ້າວັນພຸດຕາມເວລາລາວ).
ສົງຄາມທີ່ດຳເນີນມາກວ່າ 5 ອາທິດ ສ່ງຜົນໃຫ້ມີຜູ້ເສຍຊີວິດໃນອີຣ່ານຢ່າງໜ້ອຍ 3,540 ຄົນ ໃນຈຳນວນນີ້ເປັນເດັກນ້ອຍເຖິງ 244 ຄົນ ຂະນະທີ່ອິດສະຣາເອລ ແລະ ເລບານອນໄດ້ຮັບຄວາມເສຍຫາຍຢ່າງໜັກຈາກການໂຈມຕີຕອບໂຕ້ຂອງກຸ່ມຮີສໍາ (Hezbollah) ແລະ ອີຣ່ານ.
ນອກຈາກນີ້ ສື່ຂອງລັດອີຣ່ານຍັງຢືນຢັນການເສຍຊີວິດຂອງ ທ່ານ ມາຈີດ ຄາເດມີ ຫົວໜ້າໜ່ວຍຂ່າວກອງຂອງກອງກຳລັງພິທັກສ໌ການປະຕິວັດອິດສະລາມ (IRGC) ຊຶ່ງເປັນໜຶ່ງໃນເຈົ້າໜ້າທີ່ລະດັບສູງຫຼາຍຄົນທີ່ຖືກສັງຫານຈາກການໂຈມຕີໂດຍສະຫະລັດ ແລະ ອິດສະຣາເອລ ລວມທັງອະດີດຜູ້ນຳສູງສຸດ ອະຍາໂຕລເລາະ ອາລີ ຄາເມເນ ທີ່ປັດຈຸບັນຖືກແທນທີ່ໂດຍ “ໂມດຕາບາ” ລູກຊາຍຂອງທ່ານ.
ສະຖານະການໃນຂະນະນີ້ຍັງສໍ່ສຽງຂະຫຍາຍຕົວ ເນື່ອງຈາກທີ່ປຶກສາຂອງປະທານາທິບໍດີສະຫະລັດອາຣັບເອມີເລດໄດ້ເຕືອນວ່າ ຫາກຂໍ້ຕົກລົງໃດໆ ບໍ່ສາມາດຢັບຢັ້ງໂຄງການນິວເຄຼຍ ແລະ ຂີປະນາວຸດຂອງອີຣ່ານໄດ້ ຕາເວັນອອກກາງຈະກ້າວເຂົ້າສູ່ຍຸກທີ່ອັນຕະລາຍ ແລະ ຜັນຜວນຫຼາຍກວ່າເກົ່າຫຼາຍເທົ່າ.
ຂ່າວຈາກ: Reuters




