37.9 C
Vientiane
ວັນທີ 6 April, 2026

ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 71% ໃນໄຕມາດທໍາອິດຂອງປີ 2026

Must read

ຂ່າວຕ່າງປະເທດລາຍງານໃນວັນທີ 4 ເມສາ ຜ່ານມາວ່າ: ບົດລາຍງານຈາກສະຫະພັນເຂົ້າກຳປູເຈຍ ທີ່ເຜີຍແຜ່ຫວ່າງມໍ່ໆມານີ້ລະບຸວ່າ, ກໍາປູເຈຍໄດ້ສົ່ງອອກເຂົ້າສານ ຈໍານວນ 361,578 ໂຕນໄປຍັງຕະຫຼາດສາກົນໃນໄຕມາດທຳອິດຂອງປີ 2026, ເພີ່ມຂຶ້ນ 71.3% ຈາກ 211,058 ໂຕນ ໃນໄລຍະດຽວກັນຂອງປີ 2025.

ບົດລາຍງານລະບຸວ່າ: ກໍາປູເຈຍສ້າງລາຍຮັບຈາກການສົ່ງອອກເຂົ້າສານໄດ້ 207.5 ລ້ານໂດລາ ໃນລະຫວ່າງເດືອນມັງກອນ ຫາ ເດືອນມີນາຂອງປີນີ້, ເພີ່ມຂຶ້ນ 29% ຈາກ 160.5 ລ້ານໂດລາ ໃນໄລຍະດຽວກັນຂອງປີກາຍ.

ໃນໄຕມາດທຳອິດຂອງປີ 2026, ມີ 58 ບໍລິສັດສົ່ງອອກເຂົ້າສານໄປຍັງ 56 ປະເທດ ແລະ ພາກພື້ນທົ່ວໂລກ. ໂດຍບົດລາຍງານລະບຸຕື່ມວ່າ: ຈີນຍັງຄົງເປັນຜູ້ຊື້ເຂົ້າສານລາຍໃຫຍ່ທີ່ສຸດຂອງກໍາປູເຈຍ. ນອກຈາກນັ້ນ, ໃນຈຳນວນເຂົ້າສານທັງໝົດທີ່ສົ່ງອອກແບ່ງອອກເປັນເຂົ້າຫອມ 60%, ເຂົ້າຫັກ 21%, ເຂົ້າຂາວ 16%, ສ່ວນທີ່ເຫຼືອແມ່ນເຂົ້າສານຊະນິດອື່ນໆ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article