
ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ພິທີເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ຈັດຂຶ້ນໃນວັນທີ 3 ເມສາ 2026 ຜ່ານມາ ທີ່ບ້ານຜາດໍາ ເມືອງເມິງ ແຂວງບໍ່ແກ້ວ ໂດຍມີ ທ່ານ ສີວິໄລ ສີແສນດີ ເລຂາຄະນະບໍລິຫານງານພັກເມືອງເມິງ, ທ່ານ ນາງ ບຸນຍົກ ແສງສະຫວ່າງ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງບໍ່ແກ້ວ ພ້ອມດ້ວຍຫ້ອງການ, ຜູ້ປະກອບການ ພາຍໃນເມືອງເຂົ້າຮ່ວມ.

ທ່ານ ໄມ່ແອ ກັນທະພອນ ນາຍບ້ານ ບ້ານຜາດໍາ ໄດ້ລາຍງານ ກ່ຽວກັບປະຫວັດ ແລະ ການກະກຽມການເປີດແຫລ່ງທ່ອງທ່ຽວດັ່ງກ່າວ, ຊຶ່ງຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ໃຫ້ຮູ້ວ່າ: ໃນເມື່ອກ່ອນໄດ້ມີນາຍພານລ່າເນື້ອເຂົ້າມາລ່າເນື້ອຢູ່ຂອບເຂດບໍລິເວນດັ່ງກ່າວ ແລະ ໄດ້ພົບເຫັນນໍ້າຕົກຕາດແຫ່ງນີ້ທີ່ມີຄວາມງົດງາມ, ອຸດົມສົມບູນໄປດ້ວຍສັດປ່ານາໆຊະນິດ ປົກຫຸ້ມດ້ວຍປ່າໄມ້ໃຫຍ່ທີ່ຂຽວສົດງົດງາມ ໄດ້ມີພະຍາກວາງໂຕໜຶ່ງທີ່ປົກປັກຮັກສາສະຖານທີ່ແຫ່ງນີ້ຢູ່ ອັນເຮັດໃຫ້ນາຍພານຜູ້ນັ້ນຢ້ານກົວ ແລະ ບໍ່ກ້າມາລ່າສັດໃນບໍລິເວນນີ້ອີກ. ນໍ້າຕົກຕາດຫ້ວຍກາງແມ່ນສະຖານທີ່ທ່ອງທ່ຽວທໍາມະຊາດແຫ່ງໜຶ່ງທີ່ມີຄວາມງົດງາມຕາມທໍາມະຊາດ ຖືກອ້ອມຮອບດ້ວຍທໍາມະຊາດ ແລະ ສາຍພູ, ເຊິ່ງເໝາະສົມສໍາລັບການທ່ອງທ່ຽວເພື່ອພັກຜ່ອນຊົມທໍາມະຊາດບວກກັບສາຍນໍ້າອັນເຢັນໃສທີ່ຫາໃສບໍ່ໄດ້ອີກແລ້ວ.

ນໍ້າຕົກຕາດແຫ່ງນີ້ຫ່າງຈາກເທສະບານເມືອງປະມານ 29 ກິໂລແມັດ, ທິດເໜືອຕິດກັບຊາຍແດນບ້ານຈອມແຈ້ງ, ທິດໃຕ້ຕິດກັບບ້ານຜາຂາວ, ທິດຕາເວັນອອກຕິດກັບຊາຍແດນບ້ານຕໍແລ ແລະ ທິດໃຕ້ຕິດກັບແມ່ນໍ້າຂອງ ຊາຍແດນລາວ-ມຽນມາ ມີເນື້ອທີ່ທັງໝົດ 108 ເຮັກຕາ ໃນນີ້, ກໍານົດໃຫ້ສໍາປະທານນໍາລັດເພື່ອພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດ 4 ເຮັກຕາ, ຊຶ່ງໃນໄລຍະຜ່ານມາ, ນໍ້າຕົກຕາດແຫ່ງນີ້ມີຄວາມງົດງາມກໍຈິງ, ແຕ່ເສັ້ນທາງເຂົ້າມາຫາສະຖານທີ່ທ່ອງທ່ຽວແມ່ນຕ້ອງໄດ້ຍ່າງປະມານ 1-2 ຊົ່ວໂມງ.

ປັດຈຸບັນມີຜູ້ປະກອບການສໍາປະທານ ເພື່ອພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດ, ເຊິ່ງຜູ້ປະກອບການ ໄດ້ເອົາໃຈໃສ່ພັດທະນາປັບປຸງສະຖານທີ່ແຫ່ງນີ້ເປັນຕົ້ນ ຕັດເສັ້ນທາງເຂົ້າມາຫາຈຸດໃຈກາງຂອງນໍ້າຕົກຕາດທີ່ມີຄວາມຍາວ 3 ກິໂລແມັດ, ປັບປຸງສະຖານທີ່ບ່ອນຈອດລົດ, ຕັ້ງຕູບບໍລິການ 9 ຫລັງ, ຫ້ອງນໍ້າ 2 ຫ້ອງ ແລະ ອໍານວຍຄວາມສະດວກໃຫ້ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະມາທ່ຽວຊົມ.ໂອກາດດຽວກັນນີ້, ທ່ານ ສີວິໄລ ສີແສນດີ ຍັງໄດ້ຮຽກຮ້ອງມາຍັງຜູ້ປະກອບການ ຈົ່ງປົກປັກຮັກສາສະພາບແວດລ້ອມ ເປັນຕົ້ນ ຮັກສາປ່າໄມ້, ຮັກສາຄວາມສະອາດສະຖານທີ່ນໍ້າຕົກຕາດ, ຮັກສາຄວາມເປັນລະບຽບຮ້ອຍ ແລະ ຮັກສາຄວາມສະຫງົບປອດໄພ, ພ້ອມທັງໃຫ້ອົງການປົກຄອງບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນ ເປັນຜູ້ຊ່ວຍຊຸກຍູ້ໃຫ້ການກັບສະໜັບສະໜູນ, ອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ກັບຜູ້ປະກອບການທີ່ມີຄວາມຕ້ອງການຢາກມາລົງທຶນພັດທະນາແຫລ່ງທ່ອງທ່ຽວທີ່ຢູ່ພາຍໃນເມືອງພວກເຮົາໃຫ້ມີຄວາມໂດດເດັ່ນ ແລະ ເປັນສະຖານທີ່ທ່ອງທ່ຽວຂອງເມືອງໃຫ້ມີຄວາມຍືນຍົງຕະຫລອດໄປ.
ຂ່າວ: ອຸ່ນຄໍາ ຂັນວາລິດ




