16 C
Vientiane
ວັນທີ 1 December, 2025

ພາບຫນ້າປະທັບໃຈ ແລະ ຫນ້າຊົມເຊີຍເຈົ້າຫນ້າທີ່ດັບເພີງເຂົ້າຊ່ວຍເຫຼືອສັດຈຳນວນຫຼາຍຈາກອາຄານໄຟໄໝ້ຄັ້ງໃຫຍ່ທີ່ຮ່ອງກົງ

Must read

ເລື່ອງທີ່ຖືກເວົ້າເຖິງຫຼາຍຈົນກາຍເປັນໄວຣັລ ເຫດການທີ່ເຈົ້າໜ້າທີ່ດັບເພີງຊ່ວຍຊີວິດສັດລ້ຽງຂອງລູກບ້ານຜູ້ໃຊ້ໂຊເຊຍລລາຍໜຶ່ງໂພສຂອບໃຈນັກດັບເພີງທີ່ຊ່ວຍ ແມວ 9 ໂຕ ແລະ ໝາ 1 ໂຕ ຈາກອາຄານກຳລັງໄຟໄໝ້ພາບນັກດັບເພີງທີ່ນັ່ງພັກ ເມື່ອຍລ້າ ເຫື່ອຫົດໂຕ ແຕ່ຍັງອຸ້ມກຮົງສັດ ກາຍເປັນໄວຣັລ ຊາວເນັດຕ່າງຊົມເຊີຍ ແລະ ຍ້ອງຍໍວ່າ “ຂອບໃຈທີ່ເຫັນຄ່າທຸກຊີວິດ”(ທຸກທ່ານແມ່ນຮີໂຣ່ແທ້ໆ).

ຫຼາຍຄົນບອກວ່າ ນ້ອງແມວ ນ້ອງໝາລວມກັນຫນັກບໍ່ຕ່ຳກວ່າ 50 ກລ. ຍິ່ງເຮັດໃຫ້ຕ້ອງຊົມເຊີຍນັກດັບເພີງຫຼາຍຂຶ້ນຄລິບເຜີຍໃຫ້ເຫັນແມວຈຳນວນຫຼາຍໂຕທີ່ຖືກອົບພະຍົບມາຢູ່ລວມໃນກົງດຽວຢ່າງປອດໄພຊາວເນັດຊົມເຊີຍວ່າ ເຖິງແມ່ນຊ່ວງວິກິດ ນັກດັບເພີງກໍບໍ່ທອດຖິ້ມສັດລ້ຽງແມ່ນແຕ່ໂຕດຽວສະມາຄົມປົກປ້ອງສັດ (SPCA) ຕັ້ງຈຸດໃຫ້ເຈົ້າຂອງມາກວດສອບ ຮັບສັດຄືນໃນເຊົ້າວັນຖັດໄປເຈົ້າຂອງສັດລ້ຽງລາຍໜຶ່ງເປີດເຜີຍວ່າ ລາວໃຊ້ກ້ອງວົງຈອນປິດ ແລະ ເຄື່ອງໃຫ້ອາຫານທີ່ມີໄມສື່ສານລາວສົນທະນາກັບນັກດັບເພີງຜ່ານອຸປະກອນນັ້ນ ເພື່ອບອກຕຳແໜ່ງທີ່ສັດຊ່ອນຢູ່ໃນບ້ານບອກທາງໃຫ້ເຂົ້າໄປຫາສັດໃນມຸມຕ່າງໆ ຂອງບ້ານ ສຸດທ້າຍແມວ 9 ໂຕ ແລະ ໝາ 1 ໂຕຂອງລາວຖືກຊ່ວຍອອກມາໄດ້ຄົບທຸກໂຕຢ່າງປອດໄພໃນພາບນອກຈາກ 10 ໂຕທີ່ນັກດັບເພີງຊ່ວຍ ລົງມາຈາກອາຄານໄຟໄໝ້[ແຕ່ກໍມີຫຼາຍໂຕສາຫັດ ແລະ ບໍ່ລອດ ບໍ່ໄດ້ລົງພາບ] ຊາວຮ່ອງກົງລ້ຽງສັດຫຼາຍຊະນິດໃນອາຄານ ນ້ອງໝາ ແມວ ນົກ ໄກ່ ເຕົ່າ ແລະ ອື່ນໆ.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article