16 C
Vientiane
ວັນທີ 1 December, 2025

ສຳມະນາ ກ່ຽວກັບໄຟປ່າ ຂອງປະເທດລຸ່ມແມ່ນໍ້າຂອງ ຄັ້ງທີ 3

Must read

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ກົມປ່າໄມ່ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການຮ່ວມມືປ່າໄມ້ ອາຊີ-ສ ເກົາຫລີ (AFoCO) ຈັດສຳມະນາ ກ່ຽວກັບ ໄຟປ່າ ຂອງປະເທດລຸ່ມແມ່ນໍ້າຂອງ ພາຍໃຕ້ຫົວຂໍໍ້ “ການຝຶກອົບຮົມເພື່ອສ້າງໃຫ້ເປັນຄູຝຶກ ກ່ຽວກັບການຄຸ້ມຄອງໄຟປ່າ ແລະ ການດັບມອດໄຟປ່າ ຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້” ໃນວັນທີ 25 ພະຈິກ 2025 ທີ່ແຂວງຈໍາປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ອໍລະຫັນ ບຸນຍະພາລົມ ຮອງຫົວໜ້າກົມປ່າໄມ້, ທ່ານ ໄຊຍະສິດ ວິລະພັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການປະຈໍາພາກພື້ນ ລຸ່ມແມ່ນໍ້າຂອງ, ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າ, ການປັບປຸງຊີວິການເປັນຢູ່ຂອງຊຸມຊົນທ້ອງຖິ່ນ ແລະ ການເຊື່ອມໂຍງ, ຄູຝຶກຈາກອົງການ ຮ່ວມມືປ່າໄມ້ ອາຊີ-ສ ເກົາຫລີເຂົ້າຮ່ວມ.

ຈຸດປະສົງ ຂອງການສໍາມະນາໃນຄັ້ງນີ້ ເພື່ອເປັນການເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ ໃຫ້ມີຄວາມຮູ້ ຄວາມສາມາດ ເພື່ອຕໍ່ສູ້ກັບໄຟປ່າ ແລະ ການປ່ຽນຂອງດິນຟ້າອາກາດ ພ້ອມທັງເປັນການປຶກສາຫາລື ກ່ຽວກັບນະໂຍບາຍ ແລະ ການຮ່ວມມືໃນພາກພື້ນ ດ້ານການຄຸ້ມຄອງໄຟປ່າ. ນອກນີ້, ຍັງເປັນການແລກປ່ຽນບົດຮຽນທີ່ສໍາຄັນ ດ້ານທິດສະດີ ແລະ ພາກປະຕິບັດຕົວຈິງຢູ່ສະໜາມ ລວມທັງເປັນການປຶກສາຫາລື ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຂອງບັນດາປະເທດ ລຸ່ມແມ່ນໍ້າຂອງກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV). ກອງປະຊຸມໃນຄັ້ງນີ້ ຈະເປັນນິມິດໝາຍອັນສໍາຄັນ ເພື່ອທົບທວນ ແລະ ປັບປຸງດ້ານນະໂຍບາຍ ໃນການຄຸ້ມຄອງໄຟປ່າ ແລະ ເສີມສ້າງຄວາມທົນທານ ຕໍ່ກັບການປ່ຽນແປງດິນຟ້າອາກາດ ໃຫ້ກັບບັນດາປະເທດ ລຸ່ມແມ່ນໍ້າຂອງ CLMV ຕື່ມອີກ.

ສໍາມະນາດັ່ງກ່າວ ຜູ້ເຂົ້າຮ່ວມຍັງໄດ້ລົງສາທິດປະຕິບັດຕົວຈິງ ກ່ຽວກັບການຄຸ້ມຄອງໄຟປ່າ ແລະ ການດັບມອດໄຟປ່າ ດ້ວຍການນໍາໃຊ້ພາຫະນະ ແລະ ອຸປະກອນຕ່າງໆ ເຂົ້າໃນການດັບມອດໄຟປ່າ ຢູ່ທີ່ບ້ານໄຊສະຫວ່າງ ເມືອງບາຈຽງຈະເລີນສຸກ ອີກດ້ວຍ.

ຂ່າວ: ສອນເພັດ ສຸລິພອນ, ພາບ: ຈັນທະວີສັກ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article