27.7 C
Vientiane
ວັນທີ 19 March, 2026

ອ້າງວ່າອາລົມບໍ່ດີ !! ເອົາພ້າຟັນຄົນອື່ນຈົນເສຍຊີວິດ

Must read

ເວລາປະມານ 9 ໂມງ 50 ນາທີ 16 ມີນາ 2026 ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ເມືອງ ບໍລິຄັນ ແຂວງບໍລິຄໍາໄຊ ໄດ້ຮັບແຈ້ງຄວາມທາງໂທລະສັບ ຈາກອໍານາດການປົກຄອງ ບ້ານ ນາແຫນ ວ່າ: ໄດ້ມີເຫດການປະຊາຊົນ ພາຍໃນບ້ານ ນາແຫນ ເມືອງບໍລິຄັນ ຊື່ ທ້າວ ແສງພະຈັນ (ໂງ່ນ) ອາລະວາດ ພ້ອມທັງໃຊ້ພ້າໂຕ້ຟັນ ນາງ ນໍ້າຂອງ ປະຊາຊົນ ບ້ານນາແຫນ ຈົນປາດເຈັບສາຫັດ.

ເຈົ້າໜ້າທີ່ຈຶ່ງໄດ້ລົງກວດກາສະຖານທີ່ເກີດເຫດຕົວຈິງ ເຫັນວ່າ: ມີມູນຄວາມຈິງແທ້ ພ້ອມທັງໄດ້ເຫັນ ທ້າວ ໂງ່ນ ຜູ້ທີ່ລົງມືກໍ່ເຫດຈັບພ້າໂຕ້ຢູ່ຈຳນວນ 2 ດວງ ຜູ້ກ່ຽວແມ່ນບໍ່ໃຫ້ການຮ່ວມມືໃນການຈັບຕົວແຕ່ ຢ່າງໃດ ເຈົ້າໜ້າທີ່ ຈຶ່ງໄດ້ເຂົ້າຈັບຕົວໂດຍທີ່ໃຊ້ຮູບການເຂົ້າຈັບຕົວຕາມຫຼັກການວິຊາສະເພາະ ປະມານ 40 ນາທີ ຈຶ່ງສາມາດຈັບຕົວຜູ້ກ່ຽວໄດ້ ພ້ອມຂອງກາງພ້າໂຕ້ຈຳນວນ 2 ດວງ.

ທ້າວ ສົມພອນ ຜູ້ເຫັນເຫດການ ໄດ້ໃຫ້ຂໍ້ມູນຕໍ່ເຈົ້າໜ້າທີ່ວ່າ: ວັນທີ 16 ມີນາ 2026 ເວລາປະມານ 9 ໂມງ ທ້າວ ສົມພອນ ແມ່ນໄດ້ໄປເອົາເປົາຖ່ານລົງຈາກລົດຮຸ່ນໃດ ຢູ່ເຮືອນຂອງ ນາງ ວົງ ບ້ານນາແຫນ ໂດຍທີ່ໄດ້ບອກໃຫ້ ທ້າວ ເອັ່ງ ໄປຍໍລົງຊ່ວຍ ຫຼັງຈາກທີ່ເອົາເປົາຖ່າຍລົງແລ້ວ ພວກກ່ຽວທັງສອງແມ່ນໄດ້ຍ່າງອອກມາໜ້າເຮືອນ ກໍາລັງຈະປິດປະຕູຮົ້ວໜ້າເຮືອນ ໄດ້ມີນາງ ນໍ້າຂອງ (ຜູ້ເສຍຊີວິດ) ຂີ່ລົດຈັກມາຈອດ ແລ້ວຮ້ອງໃສ່ ທ້າວ ເອັ່ງ ວ່າ: ເອົາແກ້ວເບຍທີ່ກິນມື້ຄືນນີ້ໄປສົ່ງເຂົາແນ່ເດີ, ຈາກນັ້ນ ທ້າວ ໂງ່ນ (ຜູ້ກໍ່ເຫດ) ເຊິ່ງເປັນນ້ອງຊາຍຂອງ ທ້າວ ເອັ່ງ ທີ່ກໍາລັງຈັບພ້າໂຕ້ຈໍານວນ 2 ດວງ ຖາງຫຍ້າຢູ່ໜ້າເຮືອນ ຫ່າງກັນ ປະມານ 10 ແມັດ, ຍາງມາຫາ ທ້າວ ສົມພອນ, ທ້າວ ເອັ່ງ ແລະ ນາງ ນໍ້າຂອງ ພໍມາຮອດ ທ້າວ ໂງ່ນ ໄດ້ຖາມ ນາງ ນໍ້າຂອງ ວ່າ: ໄປໃສມາ, ນາງ ນໍ້າຂອງ ໄດ້ຕອບວ່າ: ໄປສົ່ງລູກຢູ່ໂຮງຮຽນມາ; ຈາກນັ້ນ ທ້າວ ໂງ່ນ ໄດ້ຍ່າງໄປທາງດ້ານຫຼັງ ຂອງ ນາງ ນໍ້າຂອງ ແລ້ວໄດ້ລົງມືໃຊ້ພ້າທີ່ຕົນຈັບຢູ່ນັ້ນຟັນໃສ່ ນາງ ນໍ້າຂອງ ຈຳນວນ 1 ບາດ, ຖືກບໍລິເວນບ່າໄລ່ດ້ານຫຼັງ; ນາງ ນໍ້າຂອງ ຈຶ່ງໄດ້ແລ່ນອອກຈາກລົດຈັກ ຈາກນັ້ນ ທ້າວ ໂງ່ນ ໄດ້ແລ່ນນໍາ ນາງ ນໍ້າຂອງ ພ້ອມທັງໃຊ້ພ້າຢູ່ມືຈໍານວນ 2 ດວງ ຟັນໃສ່ ນາງ ນໍ້າຂອງ ອີກຈໍານວນຫຼາຍບາດ ຖືກບໍລິເວນຫົວ, ໃບໜ້າ, ມື ແລະ ຮ່າງກາຍ, ສ່ວນ ທ້າວ ສົມພອນ ແລະ ທ້າວ ເອັ່ງ ທີ່ຢູ່ໃນເຫດການນັ້ນແມ່ນບໍ່ກ້າເຂົ້າໄປຊ່ວຍແຕ່ຢ່າງໃດເພາະ ຢ້ານທ້າວ ໂງ່ນ ຟັນ. ຈາກນັ້ນ ຈຶ່ງມີປະຊາຊົນແຈ້ງຕໍ່ເຈົ້າໜ້າທີ່ ປກສ ເມືອງ ລົງມາລະງັບເຫດ.

ທ້າວ ໂງ່ນ ຜູ້ກໍ່ເຫດ ໄດ້ໃຫ້ການຮັບສາລະພາບວ່າ: ຜູ້ກ່ຽວແມ່ນໄດ້ເອົາພ້າມາຖາງຫຍ້າຢູ່ໜ້າເຮືອນຈໍານວນ 2 ດວງ ໃນເວລານັ້ນ ນາງ ນໍ້າຂອງ ຂີ່ລົດຈັກມາຈອດຢູ່ແຄມທາງໜ້າເຮືອນຂອງຜູ້ກ່ຽວໂດຍທີ່ມີ ທ້າວ ສົມພອນ ແລະ ທ້າວ ເອັ່ງ ຜູ້ເປັນອ້າຍແມ່ນຢືນລົມກັນຢູ່ ຜູ້ກ່ຽວຈຶ່ງເກີດມີແນວຄິດຫງຸດຫງິດຢາກຮ້າຍ ຈຶ່ງໄດ້ເອົາພ້າທີ່ຖາງຫຍ້າຢູ່ມືຈຳນວນ 2 ດວງ ຍ່າງເຂົ້າໄປຫາ ນາງ ນໍ້າຂອງ ພໍຍ່າງໄປຮອດຜູ້ກ່ຽວແມ່ນໄດ້ລົງມືເອົາພ້າຟັນໃສ່ ນາງ ນໍ້າຂອງ ເລີຍຈຳນວນຫຼາຍບາດ ບໍ່ສາມາດຈື່ໄດ້ ຈົນເຮັດໃຫ້ນາງ ນໍ້າຂອງ ລົ້ມລົງ ແລະ ພະຍາຍາມຈະບືນໜີ ຜູ້ກ່ຽວຈຶ່ງໃຊ້ພ້າຟັນ ນາງ ນໍ້າຂອງ ອີກຈຳນວນຫຼາຍບາດ ບໍ່ສາມາດຈື່ໄດ້ ຫຼັງຈາກກໍ່ເຫດແລ້ວຜູ້ກ່ຽວຈຶ່ງໄດ້ແລ່ນ ລົງໄປລີ້ຢູ່ແຄມນໍ້າຊັນ ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ຈັບຕົວ.

ຜ່ານມາຜູ້ກໍ່ເຫດກັບ ນາງ ນໍ້າຂອງ ແມ່ນບໍ່ໄດ້ມີການຜິດຖຽງ ຫຼື ຄວາມຄຽດແຄ້ນຫຍັງກັນມາກ່ອນແຕ່ຢ່າງໃດ ສາເຫດທີ່ໃຊ້ພ້າພັນ ນາງ ນໍ້າຂອງ ແມ່ນຍ້ອນຄວາມຢາກຮ້າຍ, ບໍ່ສາມາດຄວບຄຸມຕົວເອງໄດ້ ຈຶ່ງລົງມືກໍ່ເຫດ.

ໂດຍ: ບ່າວດອນຂຽວ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article