ປກສ ແຂວງຈຳປາສັກ ລາຍງານວ່າ: ວັນທີ 16 ກຸມພາ 2026 ເວລາປະມານ 11: 20 ນາທີ ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ສົມທົບກັບພາກສ່ວນກ່ຽວຂ້ອງ ອຳນາດການປົກຄອງບ້ານ ລົງມ້າງຄະດີຢາເສບຕິດ ຢູ່ເຂດບ້ານສະໜາມໄຊ ນະຄອນປາກເຊ ແຂວງຈຳປາສັກ ກັກຕົວຜູ້ຖືກຫາໄດ້ 6 ຄົນຄື:
1. ທ້າວ ສີວິໄຊ ສົມບັດຫລວງ (ກິເຊັງ) ອາຍຸ 46 ປີ ສັນຊາດລາວ ກຳມະກອນ ຢູ່ບ້ານຈັດສັນ ນະຄອນປາກເຊ ແຂວງຈໍາປາສັກ ມີເຄື່ອງຂອງກາງ ແລະ ເຄື່ອງຂອງຕິດຕົວ ຢາບ້າ ຈໍານວນ 12,001 ເມັດ, ຢາໄອສ 2 ຖົງນ້ອຍ, ຢາເຄ 1 ຖົງນ້ອຍ, ຄໍລະເຈນ 11 ຖົງ ເງິນກີບ 17,000,000 ກີບ.

2. ນາງ ອອ່ນຄໍາ ພັນທະວົງ (ຄໍາ) ອາຍຸ 31 ປີ ສັນຊາດລາວ ອາຊີບຄ້າຂາຍ ບ້ານໂພນສະຫັວນ ນະຄອນປາກເຊ ແຂວງຈໍາປາສັກ ມີເຄື່ອງຂອງກາງ ແລະ ເຄື່ອງຂອງຕິດຕົວໂທລະສັບ 1 ໜ່ວຍ, ເງິນບາດ 5000 ບາດ ບັດເອທີເອັມ 1 ບັດ, ບັດປະຈຳຕົວ 1 ບັດ ວັດຖຸຄ້າຍຄືຄຳ ປະເພດແຫວນ 1 ວົງ.

3. ທ້າວ ພູຂົງ (ກິຕ້ອງ) ອາຍຸ 40 ປີ ສັນຊາດລາວ ກໍາມະກອນ ບ້ານສະໜາມໄຊ ນະຄອນປາກເຊ ແຂວງຈໍາປາສັກ ມີເຄື່ອງຂອງກາງ ແລະ ເຄື່ອງຂອງຕິດຕົວ ຢາບ້າ 191 ເມັດ ໂທລະສັບ 1 ໜ່ວຍ, ລົດຈັກເວບ ຍີ່ຫໍ້ ຮອນດາ ສີຂຽວ ເລກທະບຽບ ຈອ 3332 (ຈໍາປາສັກ) 1ຄັນ, ເງິນກີບ ຈຳນວນ 9,880,000ກີບ.

4. ທ້າວ ຫົງວິໄລ ມີລັດສະໝີ (ເປດ) ອາຍຸ 40 ປີ ສັນຊາດລາວ ກຳມະກອນ ບ້ານໂນນດູ່ ນະຄອນປາກເຊ ແຂວງຈຳປາສັກ ມີເຄື່ອງຂອງກາງ ແລະ ເຄື່ອງຂອງຕິດຕົວຢາບ້າ 6 ເມັດ.

5. ທ້າວ ໂອເວັນ ມີປະຊາ (ເວັນ) ອາຍຸ 17 ປີ ສັນຊາດລາວ ກຳມະກອນ ບ້ານຈັດສັນ ນະຄອນປາກເຊ ແຂວງຈໍາປາສັກ, ມີເຄື່ອງຂອງກາງ ແລະ ເຄື່ອງຂອງຕິດຕົວໂທລະສັບ 1 ໜ່ວຍ ແຫວນສີເຫລືອງຄ້າຍຄືຄໍາ ຈໍານວນ 1 ວົງ, ລົດຈັກ ເວບຈີນ ສີແດງ ບໍ່ມີເລກທະບຽບ 1 ຄັນ.

6. ທ້າວ ພຽນຮັກ ແກ້ວຍຸດ (ຊ້າງ) ອາຍຸ 19 ປີ ສັນຊາດລາວ ກຳມະກອນ ບ້ານບັງລຽງ ເມືອງປາກຊ່ອງ ແຂວງຈໍາປາສັກ, ມີເຄື່ອງຂອງກາງ ແລະ ເຄື່ອງຂອງຕິດຕົວ, ລົດຈັກ ຟີຊີເອັກ ຍີ່ຫໍ້ຮອນດາ ສີເທົາ ເລກທະບຽນ ຈຫ 6070 ຈຳປາສັກ ໂທລະສັບ 1 ໜ່ວຍ ວັດຖຸຄ້າຍຄືຄໍາ ແຫວນ 1 ວົງ, ສາຍສ້ອຍ 1 ເສັ້ນ ເງິນບາດ 1000 ບາດ.

ປະຈຸບັນຄະດີດັ່ງກ່າວ, ແມ່ນຢູ່ໃນຂັ້ນຕອນການດໍາເນີນການ ສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະເພື່ອຊອກຫາຜູ້ ຮ່ວມຂະບວນການຄ້າ-ຂາຍຢາເສບຕິດ ມາລົງໂທດຕາມລະບຽບກົດໝາຍ.




