27 C
Vientiane
ວັນທີ 25 February, 2026

ປະເທດລາວບໍ່ສາມາດເກັບຂີ້ເຫຍື້ອໄດ້ຮອດເຄິ່ງໜຶ່ງທີ່ມີແຕ່ລະວັນໃນປີ 2025

Must read

ປະຊາຊົນໄດ້ຜະລິດສິ່ງເສດເຫຼືອ ຫຼື ຂີ້ເຫຍື້ອຈາກເຮືອນຂອງເຂົາເຈົ້າມີປະລິມານສູງເຖິງ 6,900 ໂຕນ/ວັນ ໃນປີ 2025 ຢູ່ທົ່ວປະເທດລາວ ແຕ່ການເກັບມ້ຽນ ຫຼື ເຂົ້າເຖິງໄດ້ພຽງແຕ່ປະມານ 30 ໂຕນ/ວັນເທົ່ານັ້ນ ຊຶ່ງໝາຍຄວາມວ່າສິ່ງເສດເຫຼືອດັ່ງກ່າວນັ້ນຍັງຕົກຄ້າງຢູ່ ຫຼາຍກວ່າ 50% ໃນແຕ່ລະວັນ.

ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານຕໍ່ກອງປະຊຸມເເນະນຳໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫລືອ ຢູ່ ສປປ ລາວ ໃນວັນທີ 23 ກຸມພາ 2026 ວ່າ: ປີ 2025 ຕາມການປະເມີນທາງດ້ານວິຊາການຂອງກົມເຄຫາ ແລະ ຜັງເມືອງ, ຄາດຄະເນວ່າ ປະລິມານຂີ້ເຫຍື້ອຄົວເຮືອນທີ່ເກີດຂຶ້ນທົ່ວປະເທດແຕ່ລະວັນ ສູງເຖິງ 6,900ໂຕນ, ໃນນີ້ ນະຄອນ ຫຼວງວຽງຈັນກວມເອົາ 15% ຂອງປະລິມານຂີ້ເຫຍື້ອທີ່ເກີດຂຶ້ນທົ່ວປະເທດ.

ທ່ານ ເດດສົງຄາມ ໄດ້ລາຍງານຕື່ມວ່າ: ໃນຂະນະທີ່ການເຂົ້າເຖິງການບໍລິການເກັບມ້ຽນຂີ້ເຫຍື້ອຂອງຄົວເຮືອນ ແມ່ນຍັງຕໍ່າກວ່າ 50% ຂອງປະລິມານຂີ້ເຫຍື້ອທີ່ເກີດຂຶ້ນທົ່ວປະເທດ ເຮັດໃຫ້ປະຊາຊົນຫຼາຍພື້ນທີ່ ຈໍານວນບໍ່ໜ້ອຍ ຈໍາຕ້ອງໄດ້ກໍາຈັດຂີ້ເຫຍື້ອແບບຜິດວິທີ ແລະ ຜິດກົດໝາຍ ດ້ວຍການຖິ້ມຂີ້ເຫຍື້ອຊະຊາຍ ແລະ ຈູດຂີ້ເຫຍື້ອດ້ວຍຕົນເອງ ສົ່ງຜົນເຮັດໃຫ້ເກີດມົນລະພິດທາງອາກາດ ແລະ ຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ.

ທີ່ມາແຫຼ່ງຂໍ້ມູນ: ກະຊວງ ຍທຂ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article