29 C
Vientiane
ວັນທີ 24 February, 2026

ແຈ້ງການປ່ຽນທິດທາງການສັນຈອນ ເພື່ອອຳນວຍຄວາມສະດວກ ໃນການແລ່ນລົດເມ (BRT)

Must read

ແຈ້ງການ ຂອງ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ສະບັບເລກທີ 8595/ຍທຂ.ນວ, ລົງວັນທີ 18 ພະຈິກ 2025, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງທຸກພາກສ່ວນ ຊາບວ່າ:

ກ່ຽວກັບ ບົດແນະນຳ ການນຳໃຊ້ເສັ້ນທາງ ທີ່ໄດ້ມີການປັບປ່ຽນທິດທາງການສັນຈອນຕາມເສັ້ນທາງ ເພື່ອອຳນວຍຄວາມສະດວກ ໃນການແລ່ນລົດເມ (BRT) ໃນເຂດໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ ທີ່ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ໄດ້ດຳເນີນການຈັດຕັ້ງປະຕິບັດໜ້າວຽກສຳເລັດແລ້ວ ເປັນຕົ້ນ

(1) ການປູຢາງອັດສະຟານ;

(2) ຕິດຕັ້ງປ້າຍຈະລາຈອນ (ປ້າຍເຕືອນ, ປ້າຍກຳນົດ, ປ້າຍຫ້າມ ແລະ ອື່ນໆ);

(3) ຕິດຕັ້ງ ແລະ ປັບປຸງລະບົບໄຟຈະລາຈອນ;

(4) ແຕ້ມເສັ້ນຈະລາຈອນ ແລະ ລູກສອນຊີບອກທິດທາງ ໃສ່ພື້ນຖະໜົນຕາມເສັ້ນທາງທີ່ເປັນເປົ້າໝາຍ ປັບປ່ຽນທິດທາງການສັນຈອນ ເພື່ອຮອງຮັບໃຫ້ແກ່ການລະບາຍການສັນຈອນ ໃນການເປີດໃຫ້ບໍລິການລົດເມດ່ວນ (BRT) ໃຫ້ມີຄວາມໂລ່ງລ່ຽນ, ຫຼຸດຜ່ອນບັນຫາລົດຕິດ. ສະນັ້ນ, ຈຶ່ງຂໍແນະນຳໃຫ້ຜູ້ນຳໃຊ້ລົດ ໃຊ້ຖະໜົນ ປະຕິບັດ ດັ່ງນີ້:

​I. ຂໍ້ມູນເສັ້ນທາງ.

• ​ຖະໜົນ ດອນຈັນ (ແຄມຂອງ): ເລີ່ມແຕ່ ສາມແຍກປາກປ່າສັກ ຫາ ຖະໜົນ ທ່າເດື່ອ, ສີ່ແຍກ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ. ຈາກເດີມເປັນການສັນຈອນ ທິດທາງດຽວ (One way) ຂາລົງ ປ່ຽນມາເປັນ ສອງທິດທາງ (Two way) ສາມາດແລ່ນສວນກັນໄດ້ ຜູ້ນຳໃຊ້ລົດ ໃຊ້ຖະໜົນ ທີ່ຈະເດີນທາງໄປທາງທິດເໜືອ ສາມາດຂີ່ຂຶ້ນມາແຕ່ ສາມແຍກປາກປ່າສັກ ສາມາດຂີ່ລົງໄປເສັ້ນທາງທ່າຂາວ ແລະ ຖະໜົນທ່າເດື່ອ ໄດ້ ແລະ ຜູ້ທີ່ຈະເດີນທາງໄປທາງທິດໃຕ້ ສາມາດລ້ຽວຊ້າຍ ອອກໄປ ໄຟແດງທ່າຂາວ ແລະ ຜູ້ຂັບຂີ່ທີ່ມາຈາກ ຖະໜົນ ທ່າເດື່ອ ສາມາດຂີ່ເຂົ້າສູ່ ຖະໜົນ ດອນຈັນ ຂຶ້ນມາ ສາມແຍກປາກປ່າສັກ ໄດ້;

• ​ຖະໜົນ ຟ້າງຸ່ມ: ເລີ່ມແຕ່ ສາມແຍກປາກປ່າສັກ ຫາ ຖະໜົນ ທ່າເດື່ອ. ຈາກເດີມເປັນການສັນຈອນທິດທາງດຽວ (One way) ຂາຂຶ້ນ ໄດ້ປ່ຽນມາເປັນ ທິດທາງ ຂາລົງ ຜູ້ນຳໃຊ້ລົດ ໃຊ້ຖະໜົນ ຕ້ອງຂັບຂີ່ລ່ອງລົງມາຈາກ ແຍກປາກປ່າສັກ ຫາ ຖະໜົນ ທ່າເດື່ອ;

• ​ຖະໜົນ ເຈົ້າອານຸ: (ເລີ່ມແຕ່ ສີ່ແຍກໄຟອຳນາດ ໂທລະໂຄ່ງ ຂອງ ຖະໜົນ ຂຸນບູລົມ ຫາ ຖະໜົນ ຟ້າງຸ່ມ) ຈາກເດີມເປັນການສັນຈອນ ທິດທາງດຽວ (One way) ຂາລົງ ຂັບຂີ່ຈາກ ຖະໜົນ ຟ້າງຸ່ມ ລົງມາຫາ ໄຟອຳນາດ ໂທລະໂຄ່ງ ຂອງ ຖະໜົນ ຂຸນບູລົມ. ປະຈຸບັນ ໄດ້ປ່ຽນມາເປັນ ທິດທາງດຽວ (One way) ຂາຂຶ້ນ ຈາກໄຟອຳນາດ ໂທລະໂຄ່ງ ຂອງ ຖະໜົນ ຂຸນບູລົມ ຫາ ຖະໜົນ ຟ້າງຸ່ມ ເທົ່ານັ້ນ, ແລ້ວໄປຕາມຈຸດປະສົງ ໂດຍໃຫ້ປະຕິບັດຕາມເຄື່ອງໝາຍ ແລະ ທິດທາງການສັນຈອນ ທີ່ກຳນົດໄວ້;

• ​ຖະໜົນ ຝຣັ່ງຊົວຢິນ: (ເລີ່ມແຕ່ ຖະໜົນ ຟ້າງຸ່ມ ຫາ ຖະໜົນ ເສດຖາທິລາດ) ຈາກເດີມເປັນການສັນຈອນ ທິດທາງດຽວ (One way) ໄດ້ປ່ຽນມາເປັນ ສອງທິດທາງ (Two way) ຜູ້ນຳໃຊ້ລົດ ໃຊ້ຖະໜົນ ແມ່ນສາມາດຂັບຂີ່ສວນທາງກັນໄດ້ ແລ້ວໄປຕາມຈຸດປະສົງ ໂດຍໃຫ້ປະຕິບັດຕາມເຄື່ອງໝາຍ ແລະ ທິດທາງຂອງການສັນຈອນ ທີ່ກຳນົດໄວ້;

• ​ຖະໜົນ ໜໍ່ແກ້ວກຸມມານ: (ເລີ່ມແຕ່ ຖະໜົນ ຟ້າງຸ່ມ ຫາ ຖະໜົນ ສາມແສນໄທ) ຈາກເດີມເປັນການສັນຈອນ ທິດທາງດຽວ (One way) ໄດ້ປ່ຽນມາເປັນ ສອງທິດທາງ (Two way) ຜູ້ນຳໃຊ້ລົດ ໃຊ້ຖະໜົນ ແມ່ນສາມາດຂັບຂີ່ສວນທາງກັນໄດ້ ແລ້ວໄປຕາມຈຸດປະສົງ ໂດຍໃຫ້ປະຕິບັດຕາມເຄື່ອງໝາຍ ແລະ ທິດທາງຂອງການສັນຈອນ ທີ່ກຳນົດໄວ້;

• ​ຖະໜົນ ມານທາຕຸລາດ: (ເລີ່ມແຕ່ ຖະໜົນ ຟ້າງຸ່ມ ຫາ ຖະໜົນ ສາມແສນໄທ) ຈາກເດີມເປັນການສັນຈອນ ທິດທາງດຽວ (One way) ໄດ້ປ່ຽນມາເປັນ ສອງທິດທາງ (Two way) ຜູ້ນຳໃຊ້ລົດ ໃຊ້ຖະໜົນ ແມ່ນສາມາດຂັບຂີ່ສວນທາງກັນໄດ້ ແລ້ວໄປຕາມຈຸດປະສົງ ໂດຍໃຫ້ປະຕິບັດຕາມເຄື່ອງໝາຍ ແລະ ທິດທາງຂອງການສັນຈອນ ທີ່ກຳນົດໄວ້;

• ​ຖະໜົນ ກາລິນີ (Gallieni): ຕັ້ງໜ້າ ສະຖານທູດຝຣັ່ງ (ເລີ່ມແຕ່ ຖະໜົນ ເສດຖາທິລາດ ຫາ ຖະໜົນ ຄູວຽງ) ຈາກເດີມເປັນການສັນຈອນທິດທາງດຽວ (One way) ຂາລົງ ປະຈຸບັນ ໄດ້ມີການປັບປຸງໃຫ້ເປັນການສັນຈອນ ສອງທິດທາງ (Two way) ຜູ້ນຳໃຊ້ລົດ ໃຊ້ຖະໜົນ ສາມາດຂັບຂີ່ສວນທາງກັນໄດ້ ທັງຂາຂຶ້ນ ແລະ ຂາລົງ, ແຕ່ ຫ້າມລ້ຽວຂວາ ຂຶ້ນໄປທາງ ຫໍພະແກ້ວ, ໃຫ້ລ້ຽວຊ້າຍ ລົງມາທາງ ວັດສີເມືອງ ແລ້ວໄປຕາມຈຸດປະສົງ ໂດຍໃຫ້ປະຕິບັດຕາມເຄື່ອງໝາຍ ແລະ ທິດທາງການສັນຈອນ ທີ່ກຳນົດໄວ້;

• ​ຖະໜົນ ມະໂຫສົດ: (ເລີ່ມແຕ່ ໄຟອຳນາດ ແພດສາດ ຫາ ໄຟອຳນາດ ໂຮງໝໍມະໂຫສົດ ໄດ້ເພີ່ມຊ່ອງທາງການສັນຈອນມາເປັນການສັນຈອນສອງທິດທາງ (Two way) ນຳໃຊ້ສະເພາະລົດເມ (BRT) ໃຫ້ສາມາດຂັບຂີ່ໄດ້ ສອງທິດທາງ ຂຶ້ນ-ລົງ ໄດ້, ແຕ່ສຳລັບລົດທົ່ວໄປ ແມ່ນນຳໃຊ້ທິດທາງດຽວ (One way) ນຳໃຊ້ເລນເບື້ອງຂວາມື ສາມາດຂັບຂີ່ຂຶ້ນໄປ ຈາກໄຟອຳນາດ ແພດສາດ ຫາ ໄຟອຳນາດ ໂຮງໝໍມະໂຫສົດ, ແຕ່ບໍ່ສາມາດຂັບຂີ່ມາ ຈາກ ໄຟອຳນາດ ໂຮງໝໍມະໂຫສົດ ຫາ ໄຟອຳນາດ ແພດສາດ (ຫ້າມໄປຊື່) ໃຫ້ລ້ຽວຂວາ ລົງໄປຕາມຖະໜົນ ເສດຖາທິລາດ ແລ້ວໄປຕາມຈຸດປະສົງ ໂດຍໃຫ້ປະຕິບັດຕາມເຄື່ອງໝາຍ ແລະ ທິດທາງຂອງການສັນຈອນ ທີ່ກຳນົດໄວ້, ສຳລັບລົດທົ່ວໄປທີ່ອອກມາແຕ່ ເສັ້ນທາງດ້ານຂ້າງ ສະຖານທູດຝຣັ່ງ ໃຫ້ລ້ຽວຂວາ ໄປທາງຖະໜົນ ຄູວຽງ, ແຕ່ ຫ້າມລ້ຽວຊ້າຍ ຂຶ້ນໄປຫາ ຖະໜົນ ມະໂຫສົດ;

• ​ຖະໜົນທີ່ລົດເມດ່ວນ (BRT): ແລ່ນສວນທິດທາງກັບການສັນຈອນທົ່ວໄປແມ່ນເລີ່ມແຕ່ ສີ່ແຍກແພດສາດ, ຖະໜົນ ສາມແສນໄທ ແລະ ເຂົ້າສູ່ ຖະໜົນ ມະໂຫສົດ ສືບຕໍ່ແລ່ນສອງທິດທາງ ໄປຖະໜົນ ເສດຖາທິລາດ ຮອດ ວັດອິນແປງ ສືບຕໍ່ແລ່ນໄປຕາມ ຖະໜົນ ສຸພານຸວົງ ລ້ຽວຂວາ ໄປຫາ ຖະໜົນ ສີຖານ ແລະ ລ້ຽວຊ້າຍ ຂຶ້ນໄປຫາ ຖະໜົນ ສາມແສນໄທ ແລ້ວຂັບຂີ່ໄປຕາມເສັ້ນທາງຂອງລົດເມ (BRT). ພາຫະນະທົ່ວໄປ ທີ່ສັນຈອນມາແຕ່ຖະໜົນ ສາມແສນໄທ ແມ່ນຫ້າມລ້ຽວຊ້າຍ ເຂົ້າສູ່ຖະໜົນສີຖານ (ໄປສູນສຸຂະພາບ ແລະ ພັດທະນາໄວໜຸ່ມ ນະຄອນຫຼວງວຽງຈັນ).

​II. ການຈັດຕັ້ງປະຕິບັດ.

• ​ພະແນກ ຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ເປັນເຈົ້າການ ໃນການລົງປະຈຳແຕ່ລະເສັ້ນທາງ, ແຕ່ລະຈຸດ ທີ່ມີການປັບປ່ຽນທິດທາງການສັນຈອນ ເພື່ອແນະນຳ ແລະ ອຳນວຍຄວາມສະດວກ ໃຫ້ສັງຄົມ, ຜູ້ນຳໃຊ້ລົດ ໃຊ້ຖະໜົນເຂົ້າໃຈ ໃນການນຳໃຊ້ຕົວຈິງ;

• ​ມອບໃຫ້ ກອງຄຸ້ມຄອງການຂົນສົ່ງໃນຕົວເມືອງ, ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ (BRT) ແລະ ນັກຂ່າວສື່ມວນຊົນ ຮ່ວມກັນລົງໂຄສະນາເຜີຍແຜ່ ໃຫ້ສັງຄົມ, ຜູ້ນຳໃຊ້ລົດ ໃຊ້ຖະໜົນ ຮັບຮູ້ ເຂົ້າໃຈ ແລະ ໃຫ້ການຮ່ວມມື ໃນການຈັດຕັ້ງປະຕິບັດຕົວຈິງ ແລະ ຕ້ອງມີການຕິດຕາມ ກວດກາ ປະເມີນຜົນການຈັດຕັ້ງປະຕິບັດ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດ ແຈ້ງການ ສະບັບນີ້ໃຫ້ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ທຸກໆ 1 ອາທິດ;

ບົດແນະນຳ ສະບັບນີ້ ເລີ່ມຈັດຕັ້ງປະຕິບັດ ນັບແຕ່ ວັນທີ 28 ກຸມພາ 2026 ເປັນຕົ້ນໄປ.

​ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນໃນສັງຄົມ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຕາມບົດແນະນຳ ສະບັບນີ້ ຢ່າງເຂັ້ມງວດ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article