33 C
Vientiane
ວັນທີ 23 February, 2026

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

Must read

ໃນຕອນເຊົ້າຂອງວັນທີ 23 ກຸມພານີ້ ທີ່ສະໜາມບິນສາກົນປາກເຊ ນະຄອນປາກເຊ ແຂວງຈໍາປາສັກ ໄດ້ມີການຈັດພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ພາຍຫຼັງທີ່ຄະນະວິຊາການຮ່ວມລາວ-ອາເມຣິກາ ສໍາເລັດການປະຕິບັດງານຮ່ວມຢູ່ພາກສະໜາມຄັ້ງທີ 2 ປະຈໍາສົກປີ 2025-2026 ກໍລະນີ 2052 ຢູ່ພູຜາຖີ່ ເຂດບ້ານພູທອງ ເມືອງຊຳເໜືອ ແຂວງຫົວພັນ ແລະ ກໍລະນີ 1743 ເຂດບ້ານວັກໄຕ, ກໍລະນີ 1384 ເຂດບ້ານຕະລາງໃໝ່ ເມືອງກະລຶມ ແຂວງເຊກອງ. ຜ່ານການປະຕິບັດງານດັ່ງກ່າວແມ່ນມີພຽງແຕ່ກໍລະນີດຽວຄື ກໍລະນີ 2052 ທີ່ໄດ້ຖືກຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ.

ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບຄັ້ງນີ້, ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ຊີ້ນໍາວຽກງານການສຳຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA), ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມຣິກາ ແມ່ນ ທ່ານ ນາງ ມິດເຊວ ອ້າວລໍ (Michelle OUTLAW) ອຸປະທູດຊົ່ວຄາວ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ເປັນຜູ້ກ່າວຮັບ ໂດຍຊ້ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງພາກສ່ວນກ່ຽວຂ້ອງທັງສອງຝ່າຍ.

ບົນຈິດໃຈແຫ່ງການປະຕິບັດນະໂຍບາຍມະນຸດສະທໍາອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສປປ ລາວ ທີ່ມີຕໍ່ລັດຖະບານ ສະຫະລັດ ອາເມຣິກາ ກໍຄືຄອບຄົວ ແລະ ຍາດພີ່ນ້ອງຂອງທະຫານອາເມຣິກາຜູ້ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຄະນະວິຊາການຮ່ວມຝ່າຍລາວ ໄດ້ຮ່ວມມືກັບຝ່າຍອາເມຣິກາ ດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຄົ້ນຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ແຕ່ເໜືອເຖິງໃຕ້ ໃນຂອບເຂດທົ່ວປະເທດ ແລະ ໃຊ້ເວລາ 41 ປີ. ຕະຫຼອດໄລຍະເວລາແຫ່ງການຮ່ວມມືດັ່ງກ່າວນັ້ນ, ຄະນະວິຊາການສອງຝ່າຍໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກເຈົ້າໜ້າທີ່ທ້ອງຖິ່ນທີ່ກ່ຽວຂ້ອງ ກໍຄືພໍ່ແມ່ປະຊາຊົນໃນຂົງເຂດທີ່ດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ຢ່າງຕັ້ງໜ້າ ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງຕົນ. ດັ່ງນັ້ນ, ຈຶ່ງເຮັດໃຫ້ການຮ່ວມມືສອງຝ່າຍດ້ານນີ້ ໄດ້ຮັບຜົນສໍາເລັດເປັນທີ່ໜ້າເພິ່ງພໍໃຈຕະຫຼອດມາ ແລະ ສິ່ງດັ່ງກ່າວກໍເປັນປັດໃຈໜຶ່ງທີ່ສໍາຄັນໃນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ລາວ ແລະ ອາເມຣິກາ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

ຜ່ານການປະຕິບັດງານຮ່ວມສອງຝ່າຍ ລາວ-ອາເມຣິກາ ໄລຍະຜ່ານມາ ສາມາດຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍອາເມຣິກາແລ້ວ ຈຳນວນ 295 ຄົນ ໃນຈໍານວນຜູ້ຫາຍສາບສູນທັງໝົດ 576 ຄົນ ຫຼື ຫຼາຍກວ່າ 50% ຊຶ່ງຍັງອີກ 281 ຄົນ ທີ່ຈໍາເປັນຈະຕ້ອງໄດ້ສືບຕໍ່ມີການສໍາຫຼວດ ແລະ ຂຸດຄົ້ນຕໍ່ໄປ.

(ຂ່າວ: ພະແນກອາເມຣິກາ ກຕທ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article