ເຈົ້າໜ້າທີ່ກຳລັງວິຊາສະເພາະ ກອງບັນຊາການ ປກສ ເມືອງນາຊາຍທອງ ສົມທົມກັບກຳລັງວິຊາສະເພາະພາກ ສ່ວນກ່ຽວຂ້ອງ ສາມາດນຳຈັບທ້າວ ດາວວຽງ ຫຼື ໂຕ່ ອາຍຸ 28 ປີ ໄດ້ຄາຫ້ອງແຖວທີ່ຜູ້ກ່ຽວເຊົ່າຢູ່ບ້ານດົງນາໂຊກໃຕ້ ເມືອງສີໂຄດຕະບອງ ພ້ອມຂອງກາງທີ່ລັກໄປ ຄືລົດກະບະຍີ່ຫໍ້ FORD RANGER ສີຂາວ ທະບຽນ ຫຄ 3366 ກຳ ແພງນະຄອນ ໃນວັນທີ 9 ກຸມພາ 2026 ເວລາປະມານ 22 ໂມງ ເຊິ່ງເຈົ້າໜ້າທີ່ ໃຊ້ເວລາເກືອບ 7 ຊົ່ວໂມງໃນການນຳຊອກຈັບ ພ້ອມທັງໄດ້ມອບລົດຄັນດັ່ງກ່າວຄືນໃຫ້ເຈົ້າຂອງເດີມໃນວັນທີ 17 ກຸມພາ 2026.

ພັທ ຈິດຕະວົງ ໄຊພະວົງ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງນາຊາຍທອງ ກອງບັນຊາ ການ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ປກສ ວັນທີ 17 ກຸມພາ 2026 ວ່າ: ວັນທີ 9 ກຸມພາ 2026 ເວລາປະມານ 16 ໂມງ ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ໄດ້ຮັບແຈ້ງຄວາມຈາກນາງ ຫັດສະດີ ອາຍຸ 41 ປີ ອາຊີບຄ້າຂາຍ ຢູ່ບ້ານນາຊາຍທອງເໜືອ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ວ່າ: ວັນທີ 9 ກຸມພາ 2026 ເວລາປະມານ 9 ໂມງ ນາງ ຫັດສະດີ ແມ່ນໄດ້ຈອດລົດກະບະຍີ່ຫໍ້ FORD RANGER ສີຂາວ ທະບຽນ ຫຄ 3366 ກຳແພງນະຄອນ ໄວ້ຢູ່ຮ້ານຂາຍເຄື່ອງຂອງຕົນເອງຢູ່ບ້ານຫົວຊ້າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈາກນັ້ນຮອດເວລາປະມານ 13 ໂມງ ຂອງວັນດຽວກັນ ກໍໄດ້ມີຄົນຮ້າຍ 1 ຄົນໄດ້ມາລັກຂັບເອົາລົດຂອງຕົນເອງທີ່ຈອດປະໄວ້.

ຫຼັງຈາກໄດ້ຮັບແຈ້ງຄວາມທາງເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ກໍໄດ້ເລັ່ງປະສານສົມທົບກັບພາກສ່ວນກ່ຽວ ຂ້ອງຈຶ່ງສາມາດກັກຕົວ ທ້າວ ດາວວຽງ ປະຊາຊົນບ້ານນາຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ຜ່ານການສືບສວນ-ສອບສວນ ທ້າວ ດາວວຽງ ຮັບສາ ລະພາບວ່າ: ວັນທີ 9 ກຸມພາ 2026 ເວລາປະມານ 12 ໂມງຕອນສວາຍ ຕົນເອງຂັບຂີ່ລົດຈັກຄິກໄອ ສີດໍາ ບໍ່ມີປ້າຍ ທະບຽນ ( ເປັນລົດຈັກທີ່ລັກມາແຕ່ແຖວຕະຫຼາດຊັງຈຽງ ) ຈຸດປະສົງອອກມາເລາະຊອກລັກຫົວກ໋ອກນໍ້າຢູ່ເຂດເມືອງນາຊາຍທອງ ຜູ້ຂັບຂີ່ລົດຈັກມາຮອດບ້ານຫົວຊ້າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ແນມເຫັນຫົວກ໋ອກນໍ້າຢູ່ຕໍ່ໜ້າຮ້ານຂາຍເຄື່ອງ, ທ້າວ ດາວວຽງ ໄດ້ຈອດລົດຈັກຢູ່ຕໍ່ໜ້າຮ້ານ ແລ້ວໄດ້ເປີດກ໋ອກນໍ້າລ້າງລົດ ຈັກຂອງຕົນເອງ ເພື່ອສັງເກດເບິ່ງຄົນພາຍໃນຮ້ານ ພາຍຫຼັງ ສ້າງລົດແລ້ວ ໄດ້ນັ່ງຫຼິ້ນຢູ່ຕໍ່ໜ້າຮ້ານ ເມື່ອເຫັນວ່າບໍ່ມີຄົນ ກໍໄດ້ຍ່າງ ໄປສ່ອງເບິ່ງລົດເກງນິສັນສີຂາວ ທະບຽນ ຂວ 8883 ກໍາແພງນະຄອນ ທີ່ຈອດຢູ່ຕໍ່ໜ້າຮ້ານ ໄດ້ລອງເປີດປະຕູລົດ ເຫັນວ່າເປີດໄດ້ປະຕູລົດແມ່ນບໍ່ໄດ້ລ໋ອກ ແລະ ໄດ້ເຂົ້າໄປໃນລົດເພື່ອຊອກຫາຊັບສິນທີ່ມີຄ່າ ເຫັນເງິນ 15.000 ກີບ ແລະ ມີກະແຈລົດໃຫຍ່ 1 ອັນວາງຢູ່ຕໍ່ໜ້າພວງມະໄລລົດ, ທ້າວ ດາວວຽງ ໄດ້ຈັບເອົາກະແຈອອກມາກົດປົດລ໋ອກ ກໍ່ເຫັນວ່າເປັນຂອງລົດກະບະຍີ່ຫໍ້ FORD RANGER ສີຂາວ ທະບຽນ ຫຄ 3366 ກໍາແພງນະຄອນ ຕົນເອງຈຶ່ງເຂົ້າໄປໃນລົດຄັນດັ່ງກ່າວ ແລ້ວສະຕາດເຫັນວ່າລົດແມ່ນສາມາດຕິດຈັກໄດ້ ຈຶ່ງໄດ້ຂັບຂີ່ລົດຄັນດັ່ງກ່າວຫຼົບໜີ, ສ່ວນລົດຈັກທີ່ຂັບຂີ່ມານັ້ນກໍ່ໄດ້ລອກຄໍປະໄວ້ຢູ່ ຂ້າງຮ້ານດັ່ງກ່າວ ຫຼັງຈາກທີ່ລັກລົດມາໄດ້ແລ້ວທ້າວ ດາວວຽງ ກໍ່ໄດ້ຂັບຂີ່ລົດໜີໄປຕາມເສັ້ນທາງເລື້ອຍໆເພື່ອຫຼົບ ຫຼີກຈາກເຈົ້າໜ້າທີ່.

ນອກຈາກນີ້, ທ້າວ ດາວວຽງ ຍັງໄດ້ໃຫ້ການຮັບສາລະ ພາບຕື່ມວ່າ: ໃນໄລຍະຜ່ານມາທ້າວ ດາວວຽງ ແມ່ນໄດ້ເຄື່ອນໄຫວກໍ່ເຫດລັກລົດຈັກມາແລ້ວຈໍານວນ 3 ຄັນ ຄື: ລົດຈັກຍີ່ຫໍ້ຮອນດ້າສະກຸບປີ້ໄອ ທີ່ຈອດຢູ່ໜ້າຮ້ານກິນດື່ມຢູ່ບ້ານນາໄຊ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງລົດຈັກຄັນດັ່ງກ່າວນັ້ນແມ່ນມີກະແຈສຽບຄາໄວ້ ( ລົດຄັນດັ່ງກ່າວແມ່ນຖືກຂາຍເຂົ້າຮ້ານຊື້ຂາຍເຫຼັກເສດ ); ລັກລົດ ຈັກຍີ່ຫໍ້ຄິກໄອ ສີແດງ ຢູ່ບ້ານດົງປ່າລານ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ( ລົດຄັນດັ່ງກ່າວແມ່ນຖືກເຈົ້າໜ້າ ທີ່ຕຳຫຼວດຈະລາຈອນຢູ່ເຂດອານຸສາວະລີກັກ ); ລົດຈັກຍີ່ຫໍ້ຄິກໄອ ສີຂາວ ບໍ່ຈື່ປ້າຍທະບຽນ ຢູ່ຄອກຝາກລົດຈັກແຖວຕະຫຼາດຊັງຈຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ( ລົດຄັນດັ່ງກ່າວແມ່ນຄັນທີ່ໃຊ້ກໍ່ເຫດຄັ້ງຫຼ້າສຸດ ເຊິ່ງຜູ້ກ່ຽວໄດ້ປ່ຽນເປັນສີດຳ ປັດຈຸບັນແມ່ນເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ຮັກສາໄວ້ຢູ່ເພື່ອກວດກາ ແລະ ມອບໃຫ້ເຈົ້າຂອງ ) ຫຼັງຈາກທີ່ລັກລົດຈັກມາໄດ້ແລ້ວກໍ່ໄດ້ເອົາລົດຈັກຄັນດັ່ງກ່າວມາທີ່ນໍາໃຊ້ເຄື່ອນໄຫວຊອກຫາລັກຊັບຕາມຂອບເຂດບ້ານຕ່າງໆ ໃນນະຄອນຫຼວງວຽງຈັນ ລົງມືລັກເອົາຫົວກ໋ອກນໍ້າໄດ້ຈໍານວນຫຼາຍອັນ ເພື່ອເອົາໄປຊັ່ງກິໂລຂາຍໃຫ້ຮ້າຍຮັບ-ຊື້ເຫຼັກເສດ; ເມື່ອໄດ້ເງິນມາແລ້ວກໍເອົາໄປໃຊ້ຈ່າຍຊື້ກິນຈົນໝົດ.
ໂດຍ: ສາວເມືອງຫາດ




