29.4 C
Vientiane
ວັນທີ 21 February, 2026

ເກີດເຫດຫິມະຖົມທັບລາງລົດໄຟໃນລັດວາເລ ທີ່ປະເທດສະວິດເຊີແລນ ຄົນຂັບບາດເຈັບ ເສັ້ນທາງປິດຈົນເຖິງວັນເສົາ

Must read

ເກີດເຫດຫິມະຖົມທັບລາງລົດໄຟໃນລັດວາເລ ປະເທດສະວິດເຊີແລນສົ່ງຜົນໃຫ້ລົດໄຟໂດຍສານຂອງບໍລິສັດ BLS ຕົກຮາງໃກ້ເມືອງກອບເປັນຊໄຕນ໌ (Goppenstein) ເມື່ອເວລາ 06.54 ນ. ຕາມເວລາທ້ອງຖິ່ນ

ເຈົ້າໜ້າທີ່ລະບຸວ່າ ຫິມະຈາກບໍລິເວນ Stockgraben Gallery ໄຫຼລົງມາປົກຄຸມຮາງ ເຖິງວ່າຈະບໍ່ໄດ້ພຸ່ງຊົນຕົວລົດໂດຍກົງ ແຕ່ຂະບວນລົດໄດ້ແລ່ນທັບກອງຫິມະກ່ອນເສຍຫຼັກຕົກຮາງມີຜູ້ບາດເຈັບທັງໝົດ 5 ຄົນ ໃນຈຳນວນນີ້ເປັນຄົນຂັບລົດໄຟ 1 ຄົນ ຖືກນຳສົ່ງໂຮງໝໍທີ່ເມືອງຊິຍົງ (Sitten) ສ່ວນຜູ້ໂດຍສານອີກ 4 ຄົນໄດ້ຮັບການປະຖົມພະຍາບານໃນທີ່ເກີດເຫດ

ຂະບວນທີ່ປະສົບເຫດເປັນລົດໄຟ Regional Express ອອກຈາກເມືອງຊປີດ ເວລາ 06.12 ນ. ມຸ່ງໜ້າສູ່ເມືອງບຣິກ ມີຜູ້ໂດຍສານ 29 ຄົນ ໂດຍເຈົ້າໜ້າທີ່ກູ້ໄພສາມາດອົບພະຍົບທຸກຄົນອອກມາໄດ້ຢ່າງປອດໄພທ່າມກາງຫິມະຕົກໜັກ

ຂະນະນີ້ເສັ້ນທາງລົດໄຟສາຍ Lötschberg ຊ່ວງ Goppenstein–Brig ຖືກລະງັບການເດີນລົດທັງໝົດ ຖະໜົນໃກ້ຄຽງ ແລະ ບໍລິການຂົນສົ່ງລົດຜ່ານອຸໂມງ Lötschberg ກໍຖືກລະງັບຊົ່ວຄາວເຊັ່ນກັນ

ເນື່ອງຈາກຍັງມີຄວາມສ່ຽງຫິມະຖົ່ມສູງ ຈຶ່ງຍັງບໍ່ສາມາດເຄື່ອນຍ້າຍຂະບວນລົດໄຟໄດ້ທັນທີ ໂດຍ BLS ຄາດວ່າເສັ້ນທາງດັ່ງກ່າວຈະປິດຕໍ່ເນື່ອງຢ່າງໜ້ອຍຈົນຮອດຕອນເຊົ້າວັນເສົາ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article