ວັນທີ 5 ກຸມພາ 2026 ນີ້ ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ໄດ້ນຳຕົວຜູ້ຖືກຫາ 13 ຄົນ ໄປທົດສະກຳເຫດການຄືນ ໃນລາຍຄະດີ ຮ່ວມກັນປຸ້ນຊັບ(ສາຍໄຟທອງແດງ) ຕໍ່ກັບລາຍຄະດີດັ່ງກ່າວ ເຈົ້າໜ້າທີ່ຕຳຫຼວດ ໄດ້ໃຫ້ຮູ້ວ່າ ໃນຄັ້ງວັນທີ 6 ທັນວາ 2025 ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຄໍາມ່ວນ ໄດ້ຮັບແຈ້ງຄວາມຈາກພະນັກງານຮັກສາຄວາມປອດໄພໂຮງງານຄໍາມ່ວນອຸດສາຫະກຳທີ່ ຕັ້ງຢູ່ບ້ານນາແງວ ເມືອງທ່າແຂກ ແຂວງຄຳມ່ວນວ່າ: ມີກຸ່ມ ຄົນຮ້າຍປະມານ 10 ກ່ວາຄົນ ແຕ່ລະຄົນໄຊ້ຜ້າປິດບັງໃບໜ້າ, ພ້ອມຖືອາວຸດປືນ(ບໍ່ໍຊາບຊະນິດ) ນາບຂູ່ ພະນັກງານຮັກສາຄວາມປອດໄພ ແລ້ວຖືຄີມໃຫຍ່ເລາະຕັດເອົາສາຍໄຟຟ້າຢູ່ບໍລິເວນໂຮງງານ.

ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ລົງເກັບກຳຂໍ້ມູນຫຼັກ ຖານ ຕ່າງໆຢູ່ໃນສະຖານທີ່ເກີດເຫດ ພ້ອມທັງກວດກາ ເບິ່ງກ້ອງວົງຈອນປິດຢູ່ຕາມສາຍທາງ ແລະ ຕາມເຮືອນຂອງປະຊາຊົນທີ່ຢູ່ຕາມແຄມທາງແລ້ວຂຶ້ນບັນຊີເປົ້າໝາຍ ມາ ຮອດວັນທີ 13/12/2025 ຈິ່ງສາ ມາດກັກຕົວ ເປົ້າ ໝາຍສົງໃສໄດ້ 1 ຄົນ ຊື່ ທ້າວ ຄໍາດີ ອາຍຸ 33 ປີ ຢູ່ບ້ານ ປາກຊ່ອງ ເມືອງມະຫາໄຊ ແຂວງຄຳມ່ວນສອບສວນ ຜູ້ກ່ຽວຈຶ່ງໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໄດ້ລົງມີປຸ້ນເອົາສາຍໄຟຟ້າ ພ້ອມກັບກຸ່ມແກ້ງພັກພວກ ຢູ່ ໂຮງງານຄໍາມ່ວນອຸດສາຫະກຳແທ້. ຜ່ານການສອບສວນຂະຫຍາຍຜົນ ຂອງເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ມາຮອດວັນທີ 14 ທັນວາ 2025 ສາມາດກັກຕົວພວກຮ່ວມຂະບວນການໄດ້ອີກ ຄື ທ້າວ ຄໍາໃບ ອາຍຸ 27 ປີ,ທ້າວ ນາລີ ,ອາຍຸ 29 ປີ, ທ້າວ ເລີງ ໜູພອນ,ອາຍຸ 28 ປີ, ທັງສາມຄົນ ຢູ່ບ້ານຕະຫຼາກ ເມືອງຍົມມະລາດ ແຂວງຄຳມ່ວນ, ທ້າວ ພິມມະສອນ ,ອາຍຸ 33 ປີ,ຢູ່ບ້ານຄຳບຸ່ນ, ທ້າວ ຈ່ອຍ , ອາຍຸ 23 ປີ,ຢູ່ບ້ານນາໄກ່ເຂ່ຍ, ທ້າວ ບຸນເພັງ,ອາຍຸ 29 ປີ ຢູ່ບ້ານຈອມເພັດ, ທ້າວ ສີວາ, ອາຍຸ 33 ປີຢູ່ບ້ານໂພນສະໜາມ ,ທ້າວ ຂວັນໃຈ ອາຍຸ 31 ປີ ຢູ່ບ້ານ ສັນຕິສຸກ ເມືອງທ່າແຂກ ແຂວງຄຳມ່ວນ,

ທ້າວ ຈ້ອຍ ,ອາຍຸ 30 ປີ ຢູ່ບ້ານນາບຶງ ເມືອງເຊບັ້ງໄຟ,ທ້າວ ພູທອນ, ອາຍຸ 38 ປີ,ຢູ່ບ້ານວັງຫົວປາ ເມືືອງຫີນບູນ ແຂວງຄຳມ່ວນ, ທ້າວ ກະປູ ອາຍຸ 30 ປີ,ຢູ່ບ້ານເວີນ ເມືອງໄຊບູລີ ແຂວງສະຫວັນນະເຂດ ມາສອບສວນພວກກ່ຽວໄດ້ຮັບສາລະພາບວ່າ ໄດ້ຮ່ວມກັນລົງມືກໍ່ເຫດປຸ້ນຊັບ(ສາຍໄຟ) ແທ້. ໃນການລົງມືກໍ່ເຫດແຕ່ລະຄັ້ງພວກກ່ຽວແມ່ນໄດ້ນຳໃຊ້ ພາຫະນະ ອາວຸດ ແລະ ອຸປະກອນຄື: ລົດກະບະຍີ່ຫໍ້ HYUNDAI ສີຟ້າ ປ້າຍທະບຽນ ກກ 3174 ຄໍາມ່ວນ (ເຊິ່ງເປັນລົດ ຂອງທ້າວ ຄໍາດີ), ປືນແກັບ ຈຳນວນ 2 ກະ ບອກ,ປືນ ລົມ ຈໍານວນ 1 ກະບອກ, ຄີມເຫຼັກຕັດ ສາຍໄຟຟ້າ ຈໍານວນ 2 ອັນ, ມິດຂັດເຕີ 2 ອັນ, ພ້າ 1 ດວງ, ມີດປາຍແຫຼມ ຈໍານວນ 3 ດວງ, ໄມ້ຄ້ອນກົມຍາວປະມານ 80 cm ຄົນລະອັນ,ເຊິ່ງໃຊ້ເປັນອາວຸດໃນການລົງມືກໍ່ເຫດ.

ພ້ອມທັງຮັບສາລະພາບ ໃນການກໍ່ເຫດແຕ່ລະຄັ້ງຕໍ່ເຈົ້າໜ້າທີ່ ຄື: ຄັ້ງວັນທີ 30 ມີຖຸນາ 2025 ພວກກ່ຽວໄດ້ລົງມືປຸ້ນເອົາສາຍໄຟຟ້າຢູ່ໂຮງງານບົດຫີນບໍລິສັດຊິໂນ ຕັ້ງຢູ່ບ້ານໂພນງາມ ເມືອງທ່າແຂກ, ແຂວງຄໍາມ່ວນ, ພາຍຫຼັງໄດ້ສາຍໄຟແລ້ວເອົາໄປປອກເອົາ ທອງແດງ ໄດ້ 210 kg ແລ້ວເອົາໄປຂາຍໃຫ້ຮ້ານຮັບຊື້ເຫຼັກເສດ ໄດ້ເງິນ 37.800.000 ກີບ ແລະ ຄັ້ງວັນທີ 28 ຕຸລາ 2025 ໄປປຸ້ນເອົາແຮ່ທາດຢູ່ບໍລິສັດໂຮງງານຫຼອມໂລຫະລາວລີ້ເຊິ່ງ ຈຳກັດຜູ້ດຽວ ຕັ້ງຢູ່ບ້ານທົ່ງຂາມ, ເມືອງບົວລະພາ ແຂວງຄໍາມ່ວນ ພວກກ່ຽວ ແມ່ນໄດ້ໃຊ້ປືນແກັບ ຍິງຂູ່ 1 ນັດ, ແລ້ວຈັບເອົາກຳມະ ກອນຄົນຈີນ 1 ຄົນ ແລະ ກຳ ມະກອນຄົນລາວ 1 ຄົນ ມັດມືຂວາຍຫຼັງໄວ້, ແລ້ວພາກັນຊອກຄົ້ນຫາ ເຫຼັກ, ທອງສາຍໄຟ ແຕ່ບໍ່ໄດ້ວັດຖຸ ຈຶ່ງໄດ້ພາກັນເອົາຕົວຫຼົບໜີ.
ມາຮອດວັນທີ 2 ທັນວາ 2025 ພວກກ່ຽວໄດ້ ຮ່ວມກັນ ໄປປຸ້ນເອົາສາຍໄຟຟ້າຢູ່ບໍລິສັດລາວຈະເລີນ ຕັ້ງຢູ່ບ້ານໂພນງາມ, ເມືອງທ່າແຂກ, ແຂວງຄໍາມ່ວນ ໂດຍໄດ້ ໃຊ້ປືນ ລົມຈີ້ຄົນຍາມຂອງບໍລິສັດຈໍານວນ 2 ຄົນ ແລ້ວພາກັນເອົາຄົມເຫຼັກໃຫຍ່ຕັດສາຍໄຟຟ້າຈໍານວນຫຼາຍເສັ້ນ, ແກັບໝາກຜາ ຈໍານວນ 18 ມັດ, ມັດລະ 100 ອັນ, ພັດລົມໃຫຍ່ 1 ອັນ ຈາກນັ້ນ ໄປປອກເອົາທອງແດງ, ໄດ້ 1,025 kg ຂາຍໄດ້ເງິນທັງໝົດ ຈໍານວນ 210.125.000 ກີບ ແລະ ຕໍ່ມາໃນຄັ້ງວັນທີ 5 ທັນວາ 2025 ໄດ້ຮ່ວມກັນໄປປຸ່ນເອົາສາຍໄຟຟ້າຢູ່ໂຮງງານຄໍາມ່ວນອຸດສາຫະກຳທໍ່ ຕັ້ງຢູ່ບ້ານນາແງວ, ເມືອງ ທ່າແຂກ, ແຂວງຄໍາມ່ວນ ໄດ້ທອງແດງ 430 kg ຂາຍ ໄດ້ເງິນທັງໝົດ 90.300.000 ກີບ ພາຍຫຼັງພວກກ່ຽວໄດ້ເງິນທີ່ຈາກການຂາຍທອງແດງທີ່ປຸ້ນມາແຕ່ລະຄັ້ງແມ່ນໄດ້ແບ່ງກັນໄປໃຊ້ຈ່າຍຫຼິ້ນກິນຈົ້ນໝົດ.
ນອກນັ້ນ,ເຈົ້າໜ້າທີ່ວິຊາສະເພາະ ຍັງໄດ້ຂະຫຍາຍຜົນເຂົ້າກັກຕົວ ທ້າວ ຫງວຽນຫາຍເກື່ອງ, ອາຍຸ 36 ປີ ສັນ ຊາດຫວຽດນາມ ພັກເຊົາຢູ່ບ້ານເລົ່າ ເມືອງມະຫາໄຊ ແຂວງຄຳມ່ວນ ໃນຂໍ້ຫາການຊຸກເຊື່ອງ,ການຊື້ຂາຍຊັບຢ່າງຜິດກົດໝາຍ (ສາຍໄຟຟ້າ) ຕື່ມອີກ.
ປັດຈຸບັນ,ເຈົ້າໜ້າທີ່ ພວມສະຫລຸບສຳນວນຄະດີສົ່ງອົງການໄອຍະການຟ້ອງສານຕັດສິນຕາມຂັ້ນຕອນຂອງກົດໝາຍ ຢ່າງເຂັ້ມງວດ.
ພາບ-ຂ່າວ : ປກສ ແຂວງຄຳມ່ວນ




