28.8 C
Vientiane
ວັນທີ 21 February, 2026

ເກີດເຫດລົດກະບະຕໍາເຮືອນ ເດັກນ້ອຍເສຍຊີວິດຄາທີ່ 1 ຄົນ ບາດເຈັບ 2 ຄົນ ຫລັງຈາກໂອນເງິນໃຫ້ 10 ລ້ານແລ້ວຫລົບໜີ

Must read

ວັນທີ 15 ກຸມພາ 2026 ເວລາປະມານ 22:30 ນາທີ ເກີດເຫດລົດກະບະຕໍາເຮືອນ ຢູ່ບ້ານຫ້ວຍຄານ ເມືອງຈອມເພັດ ແຂວງຫລວງພະບາງ.

ຂໍ້ມູນເບື້ອງຕົ້ນ: ເສຍຊີວິດຄາທີ່ 1 ຄົນ ແລະ ບາດເຈັບອີກ 2 ຄົນ ເປັນເດັກນ້ອຍທັງສາມ. ສ່ວນຄົນຂັບ ພາຍຫລັງເກີດເຫດໄດ້ໂອນເງິນໃຫ້ຜູ້ເສຍຫາຍ 10 ລ້ານກີບ ແລະ ໄດ້ເອົາຕົວຫລົບໜີພ້ອມກັບເອກະສານລົດ.

ປັດຈຸບັນ, ລົດຍັງຢູ່ໃນທີ່ເກີດເຫດ ແລະ ຍັງຢູ່ໃນຂັ້ນຕອນການສືບສວນຂອງເຈົ້າໜ້າທີ່.

ພາບ: Vaeng Vaeng

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article