23.5 C
Vientiane
ວັນທີ 21 February, 2026

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄກວກວດກາຊາຍແດນ ລາວ-ໄທ ຢູ່ ເມືອງບໍ່ແຕນ ແລະ ທົ່ງມີໄຊ ແຂວງໄຊຍະບູລີ

Must read

ວັນທີ 09-11 ກຸມພາ 2026 ຜ່ານມານີ້ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ປະທານຄະນະເຈົ້າໜ້າທີ່ອາວຸໂສພາຍໃຕ້ຄະນະກຳມາທິການຊາຍແດນຮ່ວມ (JBC) ລາວ-ໄທ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງທົ່ງມີໄຊ, ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ. ຈຸດປະສົງຂອງການລົງເຄື່ອນໄຫວວຽກງານຄັ້ງນີ້ ເພື່ອເຮັດວຽກຮ່ວມກັບການນໍາຂອງແຂວງໄຊຍະບູລີ, ລົງກວດກາພື້ນທີ່ຕົວຈິງຈຸດຊາຍແດນທາງບົກ ລາວ-ໄທ ຢູ່ເມືອງທົ່ງມີໄຊ, ລົງກວດກາສະພາບຕາຝັ່ງເຈື່ອນຕາມລໍານໍ້າເຫືອງ ແລະ ເບິ່ງດ່ານຊາຍແດນຢູ່ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ, ແຂວງໄຊຍະບູລີ.

ໂອກາດດດຽວກັນ ໄດ້ລົງຢ້ຽມຢາມອ້າຍນ້ອງກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນທາງບົກຮ່ວມ ລະຫວ່າງ ລາວ-ໄທ ທີ່ກໍາລັງເຄື່ອນໄຫວວຽກງານພາກສະໜາມຮ່ວມກັບຝ່າຍໄທຢູ່ຊາຍແດນແຂວງໄຊຍະບູລີ ແລະ ໄດ້ລົງຢ້ຽມຢາມອ້າຍນ້ອງກອງຮ້ອຍທະຫານຊາຍແດນ 516 ຢູ່ເມືອງທົ່ງມີໄຊ ແລະ ໄດ້ຮັບຟັງການລາຍງານສະພາບການຕາມບໍລິເວນຊາຍແດນ, ພ້ອມນັ້ນ ທ່ານ ຮອງລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມອ້າຍນ້ອງທະຫານຊາຍແດນ ໂດຍໄດ້ເນັ້ນໃຫ້ອ້າຍນ້ອງທະຫານຊາຍແດນ ເອົາໃຈໃສ່ໃນການປະຕິບັດວຽກງານການປົກປັກຮັກສາອະທິປະໄຕຂອງຊາດ ແລະ ຄວາມສະຫງົບສຸກຂອງປະຊາຊົນ ທີ່ອາໄສຢູ່ລຽບຕາມບໍລິເວນຊາຍແດນ.

ນອກນີ້ ທ່ານ ຮອງລັດຖະມົນຕີ ພ້ອມຄະນະ ໄດ້ພົບປະເຮັດວຽກກັບການນໍາຂອງແຂວງໄຊຍະບູລີ, ເມືອງທົ່ງມີໄຊ, ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ ເພື່ອສະເໜີຈຸດປະສົງຂອງການລົງມາເຄື່ອນໄຫວວຽກງານ, ແຈ້ງກ່ຽວກັບການປະຕິບັດວຽກງານການສຳຫລວດ ແລະ ປັກຫລັກໝາຍຊາຍແດນ ລາວ-ໄທ ແລະ ການຈັດຕັ້ງປະຕິບັດວຽກງານຢູ່ພື້ນທີ່ຕົວຈິງ ໃນໄລຍະຜ່ານມາ, ພ້ອມທັງຮັບຟັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການພັດທະນາພື້ນຖານໂຄງລ່າງຂອງເມືອງຊາຍແດນ ແລະ ການສະເໜີຍົກລະດັບດ່ານຊາຍແດນ ເພື່ອນໍາສະເໜີຕໍ່ຂັ້ນເທິງພິຈາລະນາ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article