28.8 C
Vientiane
ວັນທີ 21 February, 2026

ເສຍຊີວິດ 6 ຄົນ ແລະ ບາດເຈັບ 19 ຄົນ ຈາກລະເບີດບໍ່ທັນແຕກໃນປີ ຜ່ານມາ

Must read

ສປປ ລາວ ໄດ້ຮັບຜົນກະທົບຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງໃນໄລຍະສົງຄາມ, ສະເພາະປີ 2025 ມີອຸບັດເຫດເກີດຂຶ້ນຈາກລະເບີດດັ່ງກ່າວ 15 ຄັ້ງ, ມີຜູ້ຖືກເຄາະຮ້າຍ 25 ຄົນ, ໃນນັ້ນ, 19 ຄົນໄດ້ຮັບບາດເຈັບ ແລະ 6 ຄົນເສຍຊີວິດ ແລະ ປີ 2026 ມີອຸບັດເຫດເກີດຂຶ້ນ 2 ຄັ້ງ, ມີຜູ້ຖືກເຄາະຮ້າຍ 7 ຄົນ (ບໍ່ມີຜູ້ເສຍຊີວິດ).

ໃນໄລຍະສົງຄາມອິນດູຈີນຄັ້ງທີ 2 ແຕ່ປີ 1964-1973, ຕະຫຼອດໄລຍະ 9 ປີ ໄດ້ມີຖ້ຽວບິນສູ້ຮົບ ຂອງພວກຈັກກະພັດຜູ້ຮຸກຮານ ຫຼາຍກວ່າ 580.000 ຖ້ຽວ (ສະເລ່ຍ 8 ນາທີຕໍ່ຖ້ຽວ) ຂົນເອົາລະເບີດ ຫຼາຍກວ່າ 2 ລ້ານໂຕນ ມາຖິ້ມລົງໃສ່ຜືນແຜ່ນດິນລາວ. ໃນນັ້ນ, ເປັນປະເພດລະເບີດລູກຫວ່ານ ຫຼື ລະເບີດບົມບີ່ ຫຼາຍກວ່າໝູ່ ຊຶ່ງມີຈໍານວນສູງເຖິງ 270 ລ້ານໜ່ວຍ, ຈຶ່ງເຮັດໃຫ້ ສປປ ລາວ ກາຍເປັນປະເທດ ທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານໜັກໜ່ວງທີ່ສຸດໃນໂລກ ເມື່ອທຽບໃສ່ຈໍານວນປະຊາກອນຕໍ່ຫົວຄົນ. ພາຍຫຼັງສົງຄາມສິ້ນສຸດລົງ, ຍັງມີລະເບີດລູກຫວ່ານຕົກຄ້າງສູງເຖິງ 30% ຫຼື ທຽບເທົ່າກັບ 80 ລ້ານໜ່ວຍ ທີ່ຍັງບໍ່ທັນແຕກ ລວມທັງລະເບີດປະເພດອື່ນອີກ ຊຶ່ງຍັງສືບຕໍ່ເຮັດໃຫ້ເກີດມີອຸບັດເຫດ, ມີຜູ້ບາດເຈັບ, ພິການ ແລະ ເສຍຊີວິດ ໃນແຕ່ລະປີ.

ການເກັບກູ້ລະເບີດ ແມ່ນການຄືນສິດ ໃນການດໍາລົງຊີວິດທີ່ປອດໄພ ແລະ ຄືນໂອກາດໃນການພັດທະນາ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດເອົາການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ເປັນບຸລິມະສິດແຫ່ງຊາດ ໂດຍໄດ້ສ້າງຕັ້ງໂຄງການເກັບກູ້ລະເບີດແຫ່ງຊາດ​ຂຶ້ນມາ ໃນວັນທີ 13 ກຸມພາ 1996.

ທີ່ມາແຫຼ່ງຂໍ້ມູນ: ຄວາມສະຫງົບ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article