29.4 C
Vientiane
ວັນທີ 21 February, 2026

ແຂວງຄໍາມ່ວນ ສໍາເລັດການປູກເຂົ້ານາແຊງ ແລ້ວ 13,009 ເຮັກຕາໃນລະດູການປູກເຂົ້ານາແຊງ ສົກປີ 2025 – 2026

Must read

ໃນລະດູການປູກເຂົ້ານາແຊງ ສົກປີ 2025 – 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 15,759 ເຮັກຕາ, ເນື້ອທີ່ແຜນການຂອງປີນີ້ລື່ນປີ 2025 ຜ່ານມາ 1,573 ເຮັກຕາ, ຄາດຄະເນຜົນຜະລິດ 77,396 ໂຕນ, ຄາດຄະເນໝົດແນວປູກ 1,261 ໂຕນ. ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 5,463 ເຮັກຕາ , ຄາດຄະເນຜົນຜະລິດ 25,734 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 10,296 ເຮັກຕາ ຄາດຄະເນຜົນຜະລິດ 51,662 ໂຕນ.

ມາຮອດປັດຈຸບັນ ທົ່ວແຂວງສໍາເລັດການຕົກກ້າແລ້ວ 1,261 ໂຕນ ເທົ່າກັບ 100%, ຊຶ່ງໄດ້ທໍາການປູກເຂົ້ານາລວມໄປແລ້ວ 13,009 ເຮັກຕາ ເທົ່າກັບ 82.55% ຂອງເນື້ອທີ່ແຜນການປີ. ໃນນັ້ນ, ນາຫວ່ານ 5,528 ໂຕນ ເທົ່າກັບ 35.08%, ນາດໍາ 7,481 ເຮັກຕາ ເທົ່າກັບ 47.47% . ເຂົ້າທີ່ເປັນສະບຽງອາຫານສາມາດປູກໄດ້ແລ້ວ 4,397 ເຮັກຕາ ເທົ່າກັບ 80.49% ຂອງເນື້ອທີ່ແຜນການ; ເຂົ້າທີ່ເປັນສິນຄ້າປູກໄດ້ແລ້ວ 8,612 ເຮັກຕາ ເທົ່າກັບ 83.64% ຂອງເນື້ອທີ່ແຜນການ. ເມືອງທີ່ມີເນື້ອທີ່ແຜນການປູກເຂົ້າຫຼາຍກວ່າໝູ່ປະກອບເມືອງໜອງບົກ, ຍົມມະລາດ, ເຊບັ້ງໄຟ, ຫີນບູນ ແລະ ເມືອງມະຫາໄຊ . ຄາດວ່າການປູກເຂົ້າຈະໃຫ້ສໍາເລັດໃນທ້າຍເດືອນກຸມພາ 2026 ນີ້.

ສໍາລັບການປູກເຂົ້າລະດູແລ້ງສົກປີ 2025 – 2026 ນີ້, ອາດຈະບໍ່ໄດ້ຕາມແຜນທີ່ວາງໄວ້ ຫຼື ຫຼຸດແຜນ 1,000 ກວ່າເຮັກຕາ ເນື່ອງຈາກວ່າລະບົບຫົວງານຊົນລະປະທານບາງເມືອງແມ່ນມີການເປ້ເພ ແລະ ໃຊ້ງານໄດ້ບໍ່ເຕັມກໍາລັງ ໂດຍສະເພາະເມືອງເຊບັ້ງໄຟ, ບາງເມືອງປະຊາຊົນມີຄວາມພ້ອມ ແຕ່ລະບົບຊົນລະປະທານບໍ່ອໍານວຍ, ບາງເມືອງຄອບຄົວທີ່ທໍາການຜະລິດແມ່ນຂາດແຮງງານເພາະຫັນໄປປະກອບອາຊີບອື່ນ, ບາງເມືອງຄອບຄົວປະກອບອາຊີບປູກເຂົ້າແມ່ນຂາດປັດໃຈການຜະລິດເປັນຕົ້ນແມ່ນປຸ໋ຍ, ບາງເມືອງຊາວນາແມ່ນເປັນໜີ້ຄ່າກະແສໄຟຟ້າ (ຄ່າກະແສໄຟຟ້າສູງ) ແລະ ເປັນໜີ້ຄຸມເຄືອຄ້າງຊໍ້າລະຫຼາຍປີ.

ສໍາລັບປີ 2026 ນີ້ທົ່ວແຂວງຄໍາມ່ວນມີໂຄງການຊົນລະປະທານທັງໝົດ 241 ໂຄງການ. ໃນນັ້ນ, ໂຄງການທີ່ນໍາໃຊ້ໄດ້ມີ 200 ໂຄງການ (ນໍາໃຊ້ຈັກໄຟຟ້າ).

(ຂ່າວ-ພາບ : ແດງສະຫວັດ ແສນພານິດ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article