ທ່ານ ທິດຕະພອນ ໂກດວົງສີ ຫົວໜ້າຫ້ອງການອຸດສະຫະກຳ ແລະ ການຄ້ານະຄອນໄກສອນ ລາຍງານ ຕໍ່ກອງປະຊຸມ ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານອຸດສະຫະກຳ-ການຄ້າ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ວັນທີ 6 ກຸມພາ 2026 ຜ່ານມານີ້ວ່າ: ການຈັດຕັ້ງປະຕິບັດວຽກງານໃນຜ່ານມາ ສະແດງອອກດັ່ງນີ້ ໄດ້ຄຸ້ມຄອງການເກັບລາຍຮັບຄ່າທໍານຽມ, ຄ່າບໍລິການຕ່າງໆ ເພື່ອມອບເຂົ້າງົບປະມານຂອງນະຄອນ ປະຕິບັດໄດ້ 98.9 ລ້ານກວ່າກີບ,

ໃນນັ້ນ: ມີຄ່າທໍານຽມ 33.9 ລ້ານກວ່າກີບ ເທົ່າກັບ 113% ຂອງແຜນການ, ຄ່າບໍລິການ 65 ລ້ານ ເທົ່າກັບ 100% ຂອງແຜນການ, ວຽກງານການຄຸມຄອງໂຮງງານອຸດສາຫະກຳປຸງແຕ່ງ ທົ່ວນະຄອນມີ 274 ຫົວໜ່ວຍ, ມີຂະໜາດນ້ອຍແບບຄອບຄົວມີ 119 ຫົວໜ່ວຍ, ໄດ້ຕໍ່ໃບຢັ້ງຢືນດຳເນີນກິດຈະການໂຮງງານປີ2025 ໄດ້ທັງໜົດ 152 ຫົວໜ່ວຍ ເທົ່າກັບ 98,7%, ສັ່ງຢຸດໂຈະຊົ່ວຄາວ 8 ຫົວໜ່ວຍ, ສ້າງຕັ້ງ ໃໜ່ 8 ຫົວໜ່ວຍ, ໄດ້ລົງກວດກາ ສິນຄ້າເຊື່ອມຄຸນນະພາບ, ສິນຄ້າໝົດອາຍຸ,

ສິນຄ້າເກືອດຫ້າມ ແລະ ສິນຄ້ານອກລະບົບ ຢູ່ທ້ອງຕະຫຼາດ ແລະ ບັນດາຮ້ານຄ້າເປົ້າໝາຍ 5 ຄັ້ງ ສາມາດກັກຢຶດ ສິນຄ້າໄດ້ ເສື່ອມຄຸນ 38 ລາຍການ ລວມມູນ ຄ່າ 273 ລ້ານ ກວ່າກີບ ແລະ ໄດ້ລົງຮ່ວມກັບ ເຈົ້າໜ້າທີ່ພະແນກ ອຄຂ ລົງກວດກາ, ເກັບກຳຂໍ້ມູນ ແລະ ແກ້ໄຂຄົນຕ່າງປະເທດທີ່ມາລົງທຶນຄ້າຂາຍ, ດຳເນີນທຸລະກິດບໍຖືກຕ້ອງ ພາຍໃນນະຄອນ ໄດ້ 186 ຫົວໜ່ວຍ, ສ່ວນວຽກງານດ້ານອື່ນໆ ກໍ່ສາມາດຈັດຕັ້ງປະຕິບັດມີຜົນສຳເລັດຕາມຄາດໜາຍ.

ຈາກນັ້ນໄດ້ນຳເອົາສິນຄ້າເສື່ອມຄຸນມາທຳລາຍປະກອບມີ: ນ້ຳຫວານອັດລົມ, ຄິມຊອງແຕງໂມ, ເບຍສະຕິງ, ໂລຊັ້ນຜິວໃສ, ເຊລ້ຳທາໜ້າ, ສະບູຂັດຜິວ, ເຂົ້າໜົມອົມ, ຄິມກັນແດດ, ເຂົ້າໜົມຊ໋ອກໂກແລັດເບີເກີ້,ໃນຕາເວັ້ນ, ສະບູລ້າງໜ້າ,ກາເຟລວມ, ຄິມທາໜ້າລວມ ແລະ ອື່ນໆ ຕື່ມອີກ.

ຂ່າວ:ໜັງສືພິມລາວພັດທະນາ




