29.4 C
Vientiane
ວັນທີ 21 February, 2026

ປີ 2026 ເປັນປີ “ມິດຕະພາບ ລາວ-ຈີນ ເປັນໂອກາດເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ຢືນຢູ່ແຖວໜ້າຂອງການພົວພັນລະຫວ່າງປະເທດ

Must read

ຂປລ. ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ວັນທີ 5 ກຸມພານີ້, ຜູ້ນຳສູງສຸດຂອງສອງປະເທດລາວ ແລະ ຈີນ ໄດ້ຮ່ວມກັນປະກາດກຳນົດເອົາປີ 2026 ເປັນປີ “ມິດຕະພາບ ລາວ-ຈີນ”, ໃນຂະນະດຽວກັນ ກິດຈະກຳສະເຫລີມສະຫລອງຕ່າງໆ ກໍໄດ້ເລີ່ມຈັດຂຶ້ນ ເຊິ່ງໄດ້ສ້າງເນື້ອໃນແຫ່ງຍຸກໃໝ່ໃຫ້ແກ່ໄມຕີຈິດມິດຕະພາບອັນເລິກເຊິ່ງລະຫວ່າງ ລາວ-ຈີນ. ໃນສະພາບປັດຈຸບັນທີ່ເກີດມີການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ, ຍ້ອນຫຍັງການພົວພັນລະຫວ່າງ ລາວ-ຈີນ ຈຶ່ງສາມາດກາຍເປັນແບບຢ່າງຂອງການພົວພັນລະຫວ່າງປະເທດ? ຄຳຕອບແມ່ນຊັດເຈນ ນັ້ນແມ່ນຂຶ້ນຢູ່ນຳການຮ່ວມມືລະຫວ່າງ ລາວ-ຈີນ ທີ່ສາມາດຂ້າມຜ່ານແມ່ນ້ຳ ແລະ ພູດອຍທີ່ຫຍຸ້ງຍາກສັບສົນ.

ການຮ່ວມທຸກຮ່ວມສຸກເປັນເວລາ 65 ປີ ໄດ້ຮັດແໜ້ນພື້ນຖານການຮ່ວມຊາຕາກຳ. ຈາກໄມຕີຈິດມິດຕະພາບທີ່ຜູກພັນກັນຢ່າງເລກເຊິ່ງ ນັບແຕ່ການນຳລຸ້ນກ່ອນ ຈົນຮອດການໄປມາຫາສູ່ ກໍຄື ການແລກປ່ຽນກັນເລື້ອຍໆ ລະຫວ່າງການນຳຂັ້ນສູງຂອງສອງພັກ ແລະ ສອງລັດ, ການພົວພັນລະຫວ່າງ ລາວ-ຈີນ ໄດ້ຮັກສາທ່າອ່ຽງການພັດທະນາທີ່ດີ ແລະ ປອດໃສ. ສິ່ງທີ່ໜ້າຍ້ອງຍໍສັນລະເສີນ ແລະ ທະນຸຖະໜອມກວ່ານີ້ ຄື: ສອງປະເທດຍັງໄດ້ຍຶດໝັ້ນຄວາມໄວ້ເນື້ອເຊື່ອໃຈກັນຢ່າງເດັດດ່ຽວ ໃນບັນຫາທີ່ກ່ຽວພັນກັບຜົນປະໂຫຍດແກນກາງຂອງກັນ ແລະ ກັນ ຄື: ລາວ ໄດ້ຍຶດໝັ້ນຈັດຕັ້ງປະຕິບັດຕາມຫລັກການປະເທດຈີນດຽວຢ່າງເດັດດ່ຽວ, ສ່ວນຈີນ ກໍໄດ້ສະໜັບສະໜູນລາວ ປົກປ້ອງອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຢ່າງສຸດຄວາມສາມາດເຊັ່ນດຽວກັນ. ການຕໍ່ ແລະ ຈັດຕັ້ງປະຕິບັດ “ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ລະຫວ່່າງພັກຄອມມູນິດຈີນ ກັບພັກປະຊາຊົນປະຕິວັດລາວ (ປີ 2024-2028) ” ໄດ້ເຮັດໃຫ້ແນວຄິດຮ່ວມຊາຕາກໍາ ກາຍເປັນທິດຊີ້ນໍາລວມ ແລະ ຫລັກການໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງພັກ ແລະ ສອງລັດ ໃນໄລຍະຕໍ່ໜ້າ.

ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ້າງພະລັງຂັບເຄື່ອນທີ່ແຂງແຮງໃຫ້ແກ່ໄມຕີຈິດມິດຕະພາບ ລາວ-ຈີນ. ນັບແຕ່ເປີດການນໍາໃຊ້ຢ່າງເປັນທາງການມາເປັນເວລາ 4 ປີກວ່າ, ເສັ້ນທາງລົດໄຟ ລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານຫລາຍກວ່າ 66 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫລາຍກວ່າ 16 ລ້ານໂຕນ ໄປຮອດ 19 ປະເທດ, ຄວາມໃຝ່ຝັນຂອງລາວ ກໍຄືແຜນຍຸດທະສາດຂອງລັດຖະບານລາວ ໃນການ “ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ” ໄດ້ບັນລຸຜົນເປັນຈິງ. ໃນມື້ເປີດ “ປີມິດຕະພາບ ລາວ-ຈີນ”, ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ໄດ້ເຊື່ຶອມຕໍ່ກັນຕະຫລອດສາຍ, “ເສັ້ນທາງສາຍໄໝໄຟຟ້າ” ສາຍນີ້ ມີຄວາມຍາວທັງໝົດ 177 ກິໂລແມັດ, ແຕ່ລະປີສາມາດສົ່ງພະລັງງານໄຟຟ້າສະອາດ 3 ຕື້ກິໂລວັດໂມງ, ທັງຊ່ວຍອະນຸລັກສິ່ງແວດລ້ອມນິເວດ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ, ເຮັດໃຫ້ທ່າແຮງດ້ານຊັບພະຍາກອນຂອງລາວ ກາຍເປັນທ່າແຮງດ້ານການພັດທະນາຢ່າງແທ້ຈິງ. ນັບມາຮອດປີ 2025, ມູນຄ່າການລົງທຶນຂອງຈີນ ຢູ່ລາວ ມີຫລາຍກວ່າ 18 ຕື້ໂດລາ, ຈີນ ໄດ້ກາຍເປັນປະເທດທີ່ເຂົ້າໄປລົງທຶນຫລາຍທີ່ສຸດຢູ່ລາວ. ຂະນະທີ່ມູນຄ່າການຄ້າລະຫວ່າງສອງຝ່າຍ ໃນປີ 2024 ສູງເຖິງ 8 ຕື້ 230 ລ້ານໂດລາ. ຢູ່ເບື້ອງຫລັງຂອງຕົວເລກດັ່ງກ່າວ ແມ່ນການເຄື່ອນໄຫວຕົວຈິງແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງສອງປະເທດ.

ສິ່ງທີ່ໜ້າຍ້ອງຍໍຊົມເຊີຍກວ່ານີ້ແມ່ນຊີວິດການເປັນຢູ່ຂອງປະຊາຊົນ ສືບຕໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ການແລກປ່ຽນດ້ານວັດທະນະທໍາລະຫວ່າງສອງປະເທດ ນັບມື້ກ້າວເຂົ້າສູ່ລະດັບເລິກເຊິ່ງກວ່າເກົ່າ. ດ້ວຍການຊ່ວຍເຫລືອຈາກຈີນ ໂຮງໝໍມະໂຫສົດຂອງລາວ ໄດ້ຮັບການຍົກລະດັບການປິ່ນປົວທີ່ທັນສະໄໝກວ່າເກົ່າ, ໂຄງການຊ່ວຍເຫລືອຫລຸດຜ່ອນຄວາມທຸກຍາກຢູ່ຊົນນະບົດຂອງລາວ ໄດ້ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນໃຫ້ດີຂຶ້ນ, “8 ໂຄງການໃຫຍ່ເພື່ອຊ່ວຍເຫລືອລາວ” ໄດ້ກາຍເປັນແບບຢ່າງໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນລາວ. ໃນຂົງເຂດການສຶກສາ ແລະ ວັດທະນະທໍາ, ຈໍານວນນັກສຶກສາລາວ ທີ່ສຶກສາຢູ່ຈີນ ດ້ວຍທຶນການສຶກສາຕ່າງໆຈາກຈີນ, ລວມທັງມາສຶກສາດ້ວຍທຶນຕົນເອງນັບມື້ເພີ່ມຂຶ້ນ ເຮັດໃຫ້ນັກສຶກສາລາວ ຫລາຍເປັນອັນດັບໜຶ່ງໃນບັນດາປະເທດສະມາຊິກອາຊຽນ ທີ່ມາສຶກສາຢູ່ຈີນ, “ຂະບວນລົດໄຟສັນຕິພາບ” “ໂຄງການແສງສະຫວ່າງໃນແມ່ນໍ້າຂອງ” ແລະ ການເຄື່ອນໄຫວການບໍລິການປິ່ນປົວຕ່າງໆ ໄດ້ສ້າງຄວາມອົບອຸ່ນໃຫ້ແກ່ຄອບຄົວຂອງລາວ ເປັນຈໍານວນຫລວງຫລາຍ. ນອກນີ້, ລາວ ແລະ ຈີນ ຍັງໄດ້ຮ່ວມກັນຖ່າຍທໍາສາລະຄະດີ, ແຕ່ງເພັງ ແລະ ສ້າງຜະລິດຕະພັນວັດທະນະທໍາຂ້າມຊາດ. ການຮ່ວມມືດັ່ງກ່າວໄດ້ເຮັດໃຫ້ການສ້າງຄູ່ຮ່ວມຊາຕາກໍາກາຍເປັນຮູບປະທໍາ ແລະ ສາມາດຈັບຕ້ອງໄດ້.

ໂດຍຢືນຢູ່ຈຸດເຊື່ອມຕໍ່ລະຫວ່າງການສ້າງຕັ້ງສາຍພົວພັນທາງການທູດ ຄົບ ຮອບ 65 ປີ ແລະ “ປີມິດຕະພາບ ລາວ-ຈີນ”, ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ກໍາລັງພົບໂອກາດໃໝ່. ດັ່ງຄໍາເວົ້າຂອງ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກຄອມມູນິດຈີນ ທີ່ວ່າ: ຕ້ອງສືບທອດມິດຕະພາບອັນເປັນມູນເຊື້ອ, ລົງເລິກການຮ່ວມມືຕົວຈິງ ແລະ ເພີ່ມທະວີການປະສານງານທາງຍຸດທະສາດ. ໃນປີໃໝ່ນີ້ ຫວັງວ່າໄມຕີຈິດມິດຕະພາບ ຈີນ-ລາວ ຈະເລິກເຊິ່ງກວ່າເກົ່າ ທ່າມກາງການຮ່ວມມືຕົວຈິງທີ່ມີປະສິດທິຜົນກວ່າເກົ່າ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃຫ້ຢືນຢູ່ແຖວໜ້າຂອງການພົວພັນລະຫວ່າງປະເທດ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article